ໂຮງຮຽນເຫຼົ່າຮົບຊ່າງແສງ 506 ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2022-12-06 08:55:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 169 | ຄວາມນິຍົມ:
ວັນທີ 25 ພະຈິກ 2022, ໂຮງຮຽນເຫຼົ່າຮົບຊ່າງແສງ 506 ໄດ້ຈັດຕັ້ງຍິງເປົ້າໝາຍດ້ວຍລູກ ປືນແທ້ ປະຈຳປີ 2022, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ວຽງສະຫວັນ ດາລາແສນ ຫົວໜ້າການເມືອງ ໂຮງຮຽນເຫຼົ່າຮົບຊ່າງແສງ 506, ມີຄະນະພັກ-ຄະນະອຳນວຍການ ພ້ອມດ້ວຍພະ ນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນທັນ ພະສະຫວັດ ຮອງຫົວໜ້າການທະຫານ ໂຮງຮຽນເຫຼົ່າຮົບຊ່າງແສງ 506 ໄດ້ລາຍງານໃຫ້ຮູ້ວ່າ: ການຈັດຕັ້ງອົບຮົມ-ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ຄັ້ງນີ້ ແມ່ນປະຕິ ບັດຄຳສັ່ງແຈ້ງການຂອງກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ແລະ ກົມຊ່າງແສງ ວ່າດ້ວຍການຈັດຕັ້ງອົບຮົມ-ຫັດແອບ ການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ ໃຫ້ພະນັກງານ-ນັກຮົບ ປະຈຳປີ 2022 ເວົ້າລວມ, ເວົ້າສະເພາະ ຂອງໂຮງຮຽນເຫຼົ່າຮົບຊ່າງແສງ 506. ຜ່ານການຈັດຕັ້ງປະຕິບັດຕົວຈິງ ສາມາດຕິລາຄາຂັ້ນດີເລີດ 2 ສະ ຫາຍ ເທົ່າກັບ 1,42%, ເກັ່ງ19 ສະຫາຍ ເທົ່າກັບ 13,57%, ກາງ 48 ສະຫາຍ ເທົ່າກັບ 34,28% ແລະ ຄາດໝາຍ 40 ສະຫາຍ ເທົ່າກັບ 28,57%.
ໂດຍ: ເກນ ວິໄລສານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ