ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການຊ້ອມຮົບຮ່ວມລາວ-ຣັດເຊຍ “ລາໂຣສ໌ 2022” ສຳເລັດລົງດ້ວຍໝາກຜົນຢ່າງຈົບງາມ
ເວລາອອກຂ່າວ: 2022-12-05 12:15:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 149 | ຄວາມນິຍົມ:



ການຊ້ອມຮົບຮ່ວມລາວ-ຣັດເຊຍ “ລາໂຣສ໌ 2022” ພາຍໃຕ້ຄໍາຂັວນ “ຄຽງບ່າ, ຄຽງໄຫຼ່ກັນຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ”,ທີ່ດໍາເນີນມາແຕ່ວັນທີ 25 ພະຈິກ ເປັນຕົ້ນມາ, ຮອດຕອນແລງວັນທີ 4 ທັນວາ 2022 ນີ້ ໄດ້ຈັດພິທີປິດຢ່າງເປັນທາງການ. ໂດຍເປັນກຽດເຂົ້າຮ່ວມໃນພິທີປິດການຊ້ອມຮົບຮ່ວມຄັ້ງນີ້ ມີ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງສປປ ລາວ, ມີສະຫາຍ ວະລາດີເມຍ ກາລີນິນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສະຫະພັນຣັດເຊຍ ປະຈຳລາວ, ມີສະຫາຍ ພົນຈັດຕະວາ ວາລາດີເມຍ ກູລີກົບ ຮອງຜູ້ບັນຊາການແມ່ທັບ 11 ທະຫານເຂດ-ຕາເວັນອອກ ກອງທັບສະຫະພັນຣັດເຊຍ, ມີຫົວໜ້າ ຄະນະຊີ້ນໍາຊ້ອມຮົບ, ມີຄະນະຮັບຜິດຊອບຊີ້ນຳຝ່າຍລາວ-ຣັດເຊຍ, ພ້ອມດ້ວຍນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ແລະ ກອງທັບ ສ.ລັດເຊຍເຂົ້າຮ່ວມ. ໃນໂອກາດນີ້ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ຫົວໜ້າຄະນະຊີ້ນຳການຊ້ອມຮົບຮ່ວມ ລາວ-ລັດເຊຍ “ລາໂຣສ໌ 2022” ໄດ້ກ່າວວ່າ: ການເຄື່ອນໄຫວຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ໌ 2022” ທີ່ສອງກອງທັບລາວ-ຣັດເຊຍ ໄດ້ພ້ອມກັນປະຕິບັດມານີ້, ເປັນບັ້ນຖອດຖອນບົດຮຽນອັນໜຶ່ງ ສ້າງປະສົບການໃນການສູ້ຮົບໃຫ້ແກ່ນາຍແລະພົນທະຫານກອງທັບປະຊາຊົນລາວໃຫ້ສູງຂຶ້ນ, ເປັນຕົ້ນ ແມ່ນບົດຮຽນທາງດ້ານເຕັກນິກ, ວິຊາການຄວາມຮູ້ດ້ານສິນລະປະຍຸດ-ຍຸດທະວິທີການສູ້ຮົບແບບໃຫມ່ ທີ່ມີການປັບປຸງຮູບແບບທີ່ປະສົມປະສານ, ເຫມາະສົມກັບລັກສະນະ ຈຸດພິເສດພື້ນທີ່ພູມີປະເທດຕົວຈິງຂອງ ສປປ ລາວ, ນັບທັງລະບຽບ ຫຼັກການເຮັດວຽກຂອງຜູ້ບັນຊາໃນການຈັດຕັ້ງປະຕິບັດໃນການບັນຊາສູ້ຮົບ, ວຽກງານກະກຽມກໍາລັງ ແລະ ການນໍາໃຊ້ກໍາລັງສູ້ຮົບ ຂອງເຫຼົ່າຮົບລົດຕັງ-ຍານເກາະ ເຂົ້າໃນການເຄື່ອນໄຫວ ປະຕິບັດຫນ້າທີ່ຢູ່ເທິງພູມີປະເທດຕົວຈິງ ດ້ວຍຫຼາຍຂະຫນາດ, ຫຼາຍລະດັບ ທີ່ແຕກຕ່າງກັນ ແລະ ທັງເປັນການອົບຮົມ-ຫັດແອບໃຫ້ນາຍ ແລະ ພົນທະຫານກອງທັບປະຊາຊົນລາວຮຽນຮູ້ການນໍາໃຊ້ພາຫະນະອາວຸດ ຍຸດໂທປະກອນທີ່ທັນສະໄໝ ເຂົ້າໃນການສູ້ຮົບຢ່າງຄ່ອງແຄ້ວຊໍານິຊໍານານ., ກຽມພ້ອມເຮັດສໍາເລັດຫນ້າທີ່ໃນການປົກປັກຮັກສາປະເທດຊາດ, ເປັນການຍົກສູງຖານະບົດບາດ ແລະ ຄວາມເຂັ້ມແຂງ ໃຫ້ແກ່ກອງທັບປະຊາຊົນລາວ ສາມາດປົກປັກຮັກສາເອກະລາດ ອໍານາດ ອະທິປະໄຕແລະຜືນແຜ່ນດີນອັນຄົບຖ້ວນຂອງຊາດລາວໄວ້ໃຫ້ຫມັ້ນຄົງ. ນອກຈາກນັ້ນ, ຜົນສໍາເລັດ “ລາໂຣສ໌ 2022” ໄດ້ເສີມສ້າງມູນເຊື້ອຄວາມສໍາພັນໄມຕີຈິດ ມິດຕະພາບລະຫວ່າງ ລາວ-ຣັດເຊຍທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ຈະເລີນງອກງາມຢູ່ເລື້ອຍໆ.ສ້າງມິດໄມຕີແຫ່ງຄວາມຜູກພັນທີ່ສະໜິດແໜ້ນ ລະຫວ່າງ ນາຍ ແລະ ພົນທະຫານ ຂອງສອງກອງທັບລາວ-ລັດເຊຍ ໃຫ້ແໜ້ນແຟ້ນສວຍສົດງົດງາມງົດງາມ ບໍ່ອາດຈະຫຼົງລືມໄດ້ແລະຍືນຍົງຢູ່ຄູ່ສາຍໃຈຂອງປະຊາຊົນສອງຊາດລາວ-ລັດເຊຍ ຕະລອດໄປ. ສະຫາຍ ພົນຈັດຕະວາ ວາລາດີເມຍ ກູລີກົບ ໄດ້ຕາໜ້າໃຫ້ນາຍແລະພົນທະຫານສະຫະພັນຣັດເຊຍທີ່ມາຮ່ວມການຊ້ອມຮົບຄັງນີ້ ກໍ່ໄດ້ກ່າວຕື່ມວ່າ: ການຊ້ອມຮົບຮ່ວມ ຣັດເຊຍ-ລາວ “ລາໂຣສ໌ 2022” ຄັ້ງນີ້ ສອງກອງທັບໄດ້ພ້ອມກັນຄົ້ນຄວ້າ ແລະ ສ້າງຄວາມຕັດສິນໃຈຮ່ວມກັນ ເຊິ່ງສາມາດຮັບປະກັນ ໃນການບັນລຸເປົ້າໝາຍຂອງການຊ້ອມຮົບຢ່າງມີຜົນສຳເລັດ ແລະ ຍັງໄດ້ຮ່ວມກັນຖອດຖອນບົດຮຽນໃນການນຳໃຊ້ພາຫະນະເຕັກນິກທີ່ທັນສະໄໝ, ການສູ້ຮົບຂັ້ນຍຸດທະວິທີ, ເຊິ່ງຜົນສໍາເລັດຄັ້ງນີ້ ເປັນການຢັ້ງຢືນໃຫ້ເຫັນເຖິງຄວາມກ້າວໜ້າຂອງການພົວພັນຮ່ວມມືລະຫວ່າງສອງກອງທັບຣັດເຊຍ-ລາວໃນຂົງເຂດວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງ ໃຫ້ນັບມື້ນັບເພີ່ມທະວີຄວາມສຳພັນກັນຢ່າງໜັກແໜ້ນ ແລະ ກ້າວຂື້ນຢ່າງບໍ່ຢຸດຢັ້ງ. ຈາກຜົນສໍາເລັດໃນການຊ້ອມຮົບຮ່ວມລາວ-ຣັດເຊຍໃນຄັ້ງນີ້ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວຈິ່ງໄດ້ປະດັບຫຼຽນກາມິດຕະພາບກອງທັບປະຊາຊົນລາວ ໃຫ້ຄະນະຊ່ຽວຊານຣັດເຊຍ ຈຳນວນ 194 ສະຫາຍ ເຊິ່ງໃຫ້ກຽດປະດັບໂດຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ທັງເປັນ ຫົວໜ້າຄະນະຊີ້ນຳການຊ້ອມຮົບຮ່ວມ ລາວ-ລັດເຊຍ “ລາໂຣສ໌ 2022”.ຢ່າງສົມກຽດ. ສ່ວນຝ່າຍຣັດເຊຍ ກໍ່ໄດ້ປະດັບຫຼຽນກາມິດຕະພາບການທະຫານຂອງກະຊວງປ້ອງກັນປະເທດ ແຫ່ງ ສ.ຣັດເຊຍ ໃຫ້ແກ່ນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ຈຳນວນ 21 ສະຫາຍ, ໂດຍການປະດັບຂອງສະຫາຍ ພົນຈັດຕະວາ ວາລາດີເມຍ ກູລີກົບ ຮອງຜູ້ບັນຊາການແມ່ທັບ 11 ທະຫານເຂດ-ຕາເວັນອອກ ກອງທັບສະຫະພັນຣັດເຊຍ, ຫົວໜ້າ ຄະນະຊີ້ນໍາຊ້ອມຮົບຝ່າຍຣັດເຊຍ ຢ່າງສົມກຽດ ເຊັ່ນດຽວກັນ. ໂດຍ: ຮອ. ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ