ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຫຼົ່າ​ຮົບ​ຊ່າງ​ແສງ​ສຸມ​ໃສ່​ການ​ກໍ່ສ້າງ​ສະໜາມ ​ເພື່ອ​ຮັບປະກັນການ​ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ
ເວລາອອກຂ່າວ: 2022-12-05 09:04:52 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 331 | ຄວາມນິຍົມ:



ສະຫາຍ ພັນ​ໂທ ອາ​ນຸ​ສັກ ພົມ​ວົງສາ ຫົວໜ້າ​ພະ​ແນກ​ອົບຮົມ​ສູ້​ຮົບ ກົມ​ຊ່າງ​ແສງ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ຄະ ນະ​ຮັບຜິດຊອບ​ວຽກ​ງານ​ການ​ກໍ່ສ້າງ​ສະໜາມ ໄດ້​ລາຍ​ງານ​ຕໍ່​ຜູ້​ສື່​ຂ່າວ​ວ່າ: ເພື່ອ​ຮັບປະກັນ​ແກ່​ການ​ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ “ລາ​ໂຣດ-2022” ຄະນະ​ພັກ-ຄະນະ​ບັນຊາ​ກົມ​ຊ່າງ​ແສງ​ ໄດ້​ຮັບ​ຄຳ​ສັ່ງ​ຈາກ​ຂັ້ນ​ເທິງ ໃຫ້​ຮັບຜິດຊອບ​ໃນ​ການ​ກໍ່ສ້າງ, ປັບປຸງ​ລະບົບ​ເສັ້ນທາງ​ເຂົ້າ-ອອກ​ສະໜາມ, ສ້າງ​ລະບົບ​ຂຸມ​ຄອງ​ຂອງ​ລົດ​ຕັງ, ຂຸມ​ຄອງ​ທະຫານ​ຮາບ, ຂຸມ​ບັນຊາ​ການ, ສ້າງ​ສິ່ງ​ກີດຂວາງ​ຢູ່​ໜ້າ​ສະໜາມ, ຕິດ​ຕັ້ງ​ລະບົບ​ເປົ້າ​ຍິງ ແລະ ອື່ນໆ. ເຊິ່ງ​ບໍ່​ດົນ​ມາ​ນີ້ໄດ້ເຄື່ອນ ​ກຳລັງ​ເຂົ້າ​ສູ່​ສະໜາມ​ຫັດ​ແອບ​ສຳເລັດ, ຄະນະ​ຊີ້​ນຳ​ພາກສະ ໜາມ ກໍໄດ້​ຈັດ​ແບ່ງ​ກຳລັງ​ເຫຼົ່າ​ຮົບ​ຊ່າງ​ແສງ ອອກ​ເປັນ 3 ພາກ ສ່ວນ​ຄື:1. ພາກສ່ວນ​ກໍ່ສ້າງ​ເສັ້ນທາງ, 2. ພາກສ່ວນ​ກໍ່ສ້າງ​ລະບົບ​ຂຸມ​ຄອງ ແລະ ສູນ​ບັນຊາ ແລະ 3. ພາກສ່ວນ​ກໍ່ສ້າງ​ສິ່ງ​ກີດຂວາງ ແລະ ເປົ້າ​ຍິງ​ຂອງ​ລົດ​ຕັງ. ນອກຈາກ​ນີ້​​ກຳ​ໄດ້​ສ້າງ​ລະບົບ​ສາງ ​ເພື່ອ​ເກັບ​ຮັກສາ​ອາ ວຸດ-ລູກ​ກະ​ສູນ​ ຮັບ​ໃຊ້​ໃຫ້​ແກ່​ການ​ຊ້ອມຮົບ​ໃນຄັ້ງ​ນີ້. ຜ່ານ​ການຈັດຕັ້ງ​ປະຕິບັດ​ຕະຫຼອດ​ໄລຍະ​ດັ່ງກ່າວຈົນເຖິງ ​ປັດຈຸບັນການປະຕິບັດ​ໜ້າທີ່ຕົວ ຈິງຢູ່​ພາກ​ສະໜາມ​ໃນ​ຄັ້ງ​ນີ້ ມີ​ຂໍ້​ສະດວກ​ຫຼາຍ​ຢ່າງ​ເປັນຕົ້ນ​ແມ່ນ: ຂັ້ນ​ເທິງ​ໄດ້​ມີ​ແຜນການ​ຕາຕະລາງ​ການເຄື່ອນໄຫວ​ແຕ່​ລະ​ບາດກ້າວ​ຢ່າງ​ລະອຽດ, ​ມີ​ແຕ່​ເອົາ​ແຜນການ​ຂອງຂັ້ນເທິງ ​ມາ​ຈັດ​ຕັ້ງ​ປະຕິບັດ​ຜັນຂະຫຍາຍ ​ໃຫ້​ສຳເລັດ​ຜົນຕາມ​ເປົ້າໝາຍ. ອີກ​ອັນ​ໜຶ່ງອ້າຍ​ນ້ອງສ່ວນຫຼາຍ​ມີ​ປະສົບ​ການ​ໃນ​ການຊ້ອມຮົບ ​ຫຼາຍ​ຄັ້ງ​ມາ​ແລ້ວ. ສ່ວນຂໍ້ຫຍຸ້ງ ຍາກ​ຕົ້ນຕໍ ກໍແມ່ນ​ສະພາບ​ດິນ​ຟ້າ​ອາກາດ ບາງ​ມື້​ມີ​ອາກາດໜາວ ແລະ ບາງ​ມື້​ກໍມີ​ຝົນຕົກ ຈຶ່ງ​ເຮັດ​ໃຫ້​ການເຄື່ອນໄຫວ​ປະຕິບັດໜ້າ ທີ່​ວຽກ​ງານ​ຂອງ​ອ້າຍ​ນ້ອງບາງ​ດ້ານ​ບໍ່​ໄດ້​ຕາມ​ແຜນ ການ. ເຖິງ​ຢ່າງໃດ​ກໍຕາມ​ອ້າຍ​ນ້ອງ​​ກໍ​ພ້ອມ​ກັນ​ຕັດສິນ​ໃຈ​ຜ່ານ​ຜ່າ, ຕັ້ງໜ້າ​ສຸມ​ກຳລັງ​ແຮງ​ກາຍ, ແຮງ​ໃຈ ເຂົ້າ​ໃນ​ການ​ປະຕິບັດ​ໜ້າທີ່​ວິຊາ​ສະເພາະ​ຂອງ​ຕົນ​ໃຫ້​ຮັບ​ໝາກຜົນ​ດີ​ທີ່​ສຸດ, ເຊິ່ງ​ປັດຈຸບັນ​ສາມາດ​ຮັບປະກັນ​ໄດ້​ທຸກ​ໜ້າ​ວຽກ​ຂອງ​ຕົນ​ໄດ້​ທັນ​ກ່ອນ​ມື້​ປະສານ​ຊ້ອມ​ຮົບ​ຕົວ​ຈິງ. ສະຫາຍ​ຫົວໜ້າ​ພະ​ແນກ​ອົບຮົມ​ສູ້​ຮົບ​ກົມ​ຊ່າງ​ແສງ ຍັງ​ ໃຫ້​ຮູ້​ຕື່ມ​ອີ​ກວ່າ: ໃນ​ການ​ປະຕິ ບັດ​ໜ້າທີ່​ສ້າງ​ສະໜາມ​ເພື່ອ​ຮັບ ປະກັນ​ໃຫ້​ແກ່​ການ​ຊ້ອມ​ຮົບ ລາ​ ໂຣດ 2022 ຄັ້ງ​ນີ້, ຖື​ເປັນ​ໂອ ກາດ​ສຳຄັນ​ໃນ​ການ​ຖອດ​ຖອນ​ບົດຮຽນ​ກັບ​ທະຫານ​ຣັດ​ເຊຍ ເພື່ອ​ນຳໄປ​ປັບປຸງ​ໃຫ້​ເໝາະ​ສົມ​ກັບ​ລັກ ສະນະ​ຈຸດ​ພິເສດ​ຂອງ​ກອງທັບ​ ຢູ່​ພື້ນ​ທີ່​ພູມີ​ປະເທດ​ຕົວ​ຈິງ ແລະ ນຳ​ໃຊ້​ເຂົ້າ​ໃນ​ການ​ອົບຮົມ​ຫັດ​ແອບ​ຂອງ​ກອງທັບ​ປະຊາຊົນ. ໂດຍ: ອາ​ຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ