ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຊື່ອມຊຶມມະຕິຄົບຄະນະຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ
ເວລາອອກຂ່າວ: 2019-02-20 09:53:10 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 38 | ຄວາມນິຍົມ:



ໃນວັນທີ 15 ກຸມພາ 2019 ນີ້, ຢູ່ທີ່ກອງພົນທີ 5 ໄດ້ຈັດຕັ້ງເຊື່ອມ ຊືມມະຕິຄົບຄະນະຄັ້ງທີ 7 ຂອງ ຄະນະບໍລິຫານງານສູນກາງພັກ ສະໄໜທີ X ຕິດພັນກັບການຍ້ອງ ຍໍຜົນງານ 5 ປີ ໂດຍພາຍໃຕ້ການ ເປັນປະທານຂອງສະຫາຍ ພັນ ເອກ ບຸນທັນ ມາບຸດສະດີ ເລຂາຄະ ນະພັກ ຫົວໜ້າການເມືອງກອງ ພົນທີ 5 ມີຄະນະພັກ-ຄະນະບັນ ຊາອົງການ , ກົມກອງ ຕະຫຼອດ ຮອດພະນັກງານຫຼັກແຫຼ່ງເຂົ້າ ຮ່ວມ. ໃນການເຊື່ອມຊຶມມະຕິກອງ ປະຊຸມຄົບຄະນະຄັ້ງທີ 7 ຂອງຄະ ນະບໍລິຫານງານສູນກາງພັກສະ ໄໜທີ X ຄັ້ງນີ້ແມ່ນຈະໄດ້ຮັບຟັງ ການຜ່ານເອກະສານມະຕິວ່າ ດ້ວຍການເພີ່ມທະວີການນຳພາ ແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ ແລະ ຄວາມເຂັ້ມແຂງຂອງການຄຸ້ມຄອງມະຫາພາກ ແລະ ມະຕິວ່າ ດ້ວຍການປັບປຸງຮາກຖານ ການເມືອງຂອງລະບອບປະຊາ ທິປະໄຕປະຊາຊົນໃຫ້ເຂັ້ມແຂງ ແລະ ໜັກແໜ້ນການເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະຄັ້ງທິ 7 ຄັ້ງນີ້ແມ່ນມີຄວາມໜາຍສຳຄັນ ເປັນຢ່າງຍິ່ງ ແລະ ແມ່ນຄວາມຈຳເປັນພາວະວິໄສເພື່ອແນ່ໃສ່ ເຮັດໃຫ້ພະນັກງານສາມາຊິກພັກ ໄດ້ຮັບຮູ້ເຊື່ຶອມຊຶມເນື້ອໃນຈິດໃຈມະຕິກອງປະຊຸມຄົບຄະນະຄັ້ງທີ 7 ຂອງຄະນະບໍລິຫານງານສູນ ກາງພັກສະໄໜທີ X ຢ່າງເລິກ ເຊິ່ງສ້າງຄວາມເຂົ້າໃຈເປັນເອ ກະພາບ ແລະ ນຳໄປຈັດຕັ້ງຜັນຂະ ຫຍາຍປະຕິບັດເຂົ້າໃນວຽກ ງານຂອງກົມກອງ ຈາກນັ້ນກໍຍັງ ເປັນການປັບປຸງຍົກສູງທັດສະນະຫຼັກໜັ້ນຄຸນທາດການເມືອງ ຂອງພະນັກງານຫຼັກແຫຼ່ງແຕ່ລະ ຂັ້ນໃຫ້ໜັກແໜ້ນເຂັ້ມແຂງບຸກ ທະລຸໄດ້ດ້ານແນວຄິດຈິນຕະນາ ການຢ່າງມີວິທະຍາສາດປັບປຸງ ແກ້ໄຂດ້ານອ່ອນຊຸກຍູ້ສົ່ງເສີມ ດ້ານດີ ເປັນເຈົ້າການຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ ແລະ ພວກອິດທິກຳລັງປໍລະປັກ ປັບປຸງແບບແຜນການດຳລົງຊີວິດ ໃຫ້ປອດໃສຂາວສະອາດເອົາ ໃຈໃສ່ສ້າງຄວາມສາມັກຄີພາຍ ໃນໃຫ້ເປັນປຶກແຜ່ນເພື່ອພ້ອມ ກັນເຮັດສຳເລັດໜ້າທີ່ ໂອກາດ ດັ່ງກ່າວເພື່ອເປັນການຍ້ອງຍໍສັນ ລະເສີນຕໍ່ຜົນງານໄລຍະ 5 ປີຜ່ານ ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດກໍຄືຜົນງານການເຄື່ອນໄຫວໃນໄລຍະຕ້ອນຮັບວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີໃນນີ້ ໄດ້ຮັບຫຼຽນກາລະນຶກ 70 ປີຈຳນວນ 1.903 ໜ່ວຍ, ຫຼຽນ ໄຊອິດສະຫຼະຊັ້ນ 2 ຈຳນວນ 1 ກົມກອງ 5 ສະຫາຍ, ຫຼຽນໄຊ ອິດສະຫຼະຊັ້ນ 3 ຈຳນວນ 6 ກົມ ກອງ 15 ສະຫາຍ, ຫຼຽນໄຊແຮງ ງານຊັ້ນ 2 ຈຳນວນ 6 ກົມກອງ 144 ສະຫາຍ , ຫຼຽນໄຊແຮງງານ ຊັ້ນ 3 ຈຳນວນ 12 ກົມກອງ 280 ສະຫາຍ, ໃບຍ້ອງຍໍລັດຖະບານ ຈຳນວນ 18 ກົມກອງ 418 ສະ ຫາຍ, ຫຼຽນກາແຮງງານຈຳນວນ 394 ສະຫາຍ, ຫຼຽນໄຊພິລາດ ອາດຫານຊັ້ນ 2 ຈຳນວນ 13 ກົມ ກອງ 12 ສະຫາຍ, ຫຼຽນໄຊພິລາດ ອາດຫານຊັ້ນ 3 ຈຳນວນ 25 ກົມ ກອງ 104 ສະຫາຍ, ໃບຍ້ອງຍໍ ກະຊວງປ້ອງກັນປະເທດ 1 ກົມ ກອງ 280 ສະຫາຍ, ໃບຍ້ອງຍໍ ກົມ ໃຫ່ຍການເມືອງກອງທັບ 5 ກົມ ກອງ 313 ສະຫາຍ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ