ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງການກອງ​ບັນຊາ​ການທະຫານ​ແຂວງ​ອັດ​ຕະ​ປື ສະຫຼຸບ​ວຽກ​ງານ​ ປະຈຳ​ປີ 2022
ເວລາອອກຂ່າວ: 2022-12-05 08:36:46 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 85 | ຄວາມນິຍົມ:



ວັນ​ທີ 30 ພະຈິກ 2022 ນີ້, ຫ້ອງການກອງ​ບັນຊາ​ການທະ ຫານ​ແຂວງ​ອັດ​ຕະ​ປື ສະຫຼຸບ​ວຽກ​ງານ​ປະຈຳ​ປີ 2022 ແລະ ວາງ​ທິດ​ ທາງ​ແຜນການ ປີ 2023 ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ ​ພັນເອກ ບຸນ​ຈັນ ສີ​ຫາ​ວົງ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານແຂວງ​ອັດ​ຕະ​ປື ມີ​ບັນດາ​ ຄະນະ​ຫ້ອງ, ຄະນະ​ພັກ​ຮາກ​ຖານ, ຕະຫຼອດ​ຮອດ​ພະນັກງານ​ຫຼັກ​ ແຫຼ່ງ​ເຂົ້າ​ຮ່ວມ. ໃນ​ໄລຍະ​ຜ່ານ​ມາ ພະນັກ ງານ-ນັກຮົບ ສາມາດ​ສ້າງ​ໄດ້ຜົນ​ງານ​ຫຼາຍ​ດ້ານ ໂດຍ​ສະເພາະ​ວຽກ​ ງານ​ວິຊາ​ສະເພາະ​ຂອງ​ຕົນ, ຜົນ ສຳເລັດ​ດັ່ງກ່າວ​ແມ່ນ​ຍ້ອນ​ຄວາມ​ໃກ້ຊິດຕິດແທດ​ຂອງ​ຂັ້ນ​ເທິງ ກໍຄື​ພະນັກງານ​ຂັ້ນ​ນຳພາ-ບັນຊາ ໄດ້​ເອົາໃຈ​ໃສ​ລົງ​ຕິດຕາມ, ກວດກາ​ການ​ປະຕິບັດ​ວຽກ​ງານ​ຂອງ ພະນັກງານ-ນັກຮົບ ໃນ​​ເເຕ່​ລະ​ພະ​​ ເເນກ​ທີ່​ຂຶ້ນ​ກັບ ໂດຍ​ສະເພາະ​ສະ ​ມາ​ຊິກ​ພັກ​ເປັນ​​ເເບບ​ຢ່າງ​ທີ່​ດີ, ໃນ​ການ​ປະຕິບັດ​ຂໍ້​ກຳນົດ ​ກົດ​ລະ ບຽບ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ, ມີ​​ເເນວ​ຄິດ​ການເມືອງ​ໜັກ​ແໜ້ນ ສາມາດ​ເຮັດ​ສຳເລັດ​ວຽກ​ງານ​ ທີ່​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້, ພະນັກ ງານ-ສະ​ມາ​ຊິ​ພັກ​ມີ​ຄວາມ​ຫ້າວ ຫັນຕໍ່ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ. ສະຫາຍ ພັນ​ເອກ ບຸນ​ຈັນ ສີ​ຫາ​ວົງ ໄດ້​ໂອ້​ລົມ​​ສະແດງ​ຄວາມ ​ຍ້ອງຍໍ​ຊົມເຊີຍ​ຕໍ່​ສະ​ມາ​ຊິກ​ພັກ, ພະນັກງານ-ນັກຮົບ ທີ່​ສາມາດ ​ສ້າງ​ໄດ້​ຜົນສຳເລັດ​ຫຼາຍດ້ານ, ພ້ອມ​ຮຽກຮ້ອງ​ເຖິງ ພະນັກງານ- ນັກຮົບ ຕ້ອງ​ເອົາໃຈໃສ່​ເຝິກ​ຝົນ ຕົນ​ເອງ ເພື່ອ​ໃຫ້​​ກາຍເປັນ​ພະນັກ ງານ​ທີ່​ດີເດັ່ນ​ໃນຕໍ່ໜ້າ. ໂດຍ: ແສງ​ຫຼ້າ ກຸ​ວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ