ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກະຊວງ​ປ້ອງ​ກັນ​ປະເທດ ມອບ​ເຄື່ອງ​ອຸປະໂພກ ໃຫ້​ຄະນະ​ນັກ​ກິລາ ທີ່​ເຂົ້າ​ຮ່ວມ​ງານ​ມະຫະກຳ​ກິລາແຫ່ງຊາດ ​ຄັ້ງ​ທີ XI ແຂວງຊຽງ​ຂວາງ
ເວລາອອກຂ່າວ: 2022-12-05 08:26:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 196 | ຄວາມນິຍົມ:



ວັນ​ທີ 30 ພະຈິກ 2022 ນີ້, ສະຫາຍ ພົນ​ຕີ ພັນແສງ ບຸນ​ພັນ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ພ້ອມ​ດ້ວຍ​ຄະນະ ຕາງ​ໜ້າ​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ ແລະ ນຳ​ເອົາ​ເຄື່ອງ​ອຸປະໂພກ​ຮັບ​ໃຊ້ຈຳນວນ​ໜຶ່ງ​ມາ​ມອບ​ໃຫ້​ຄະນະ​ນັກ​ກິລາ​ກະຊວງ​ປ້ອງ​ກັນ​ປະເທດ ຢູ່​ທີ່ສູນ​ພັກ​ນັກ​ກິລາ ແຂວງຊຽງ​ຂວາງ ເຊິ່ງກ່າວ​ຮັບ​ໂດຍ ສະຫາຍ ພັນ​ເອກ ທອງ​ສະໄໝ ສຸກ​ປະເສີດ ຮອງ​ຫົວໜ້າ​ກົມ​ອົບຮົມ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ທັບ, ຄະນະ​ຮັບຜິດຊອບ​ນັກ​ກິລາ, ມີ​ບັນດາ​ຄູ​ເຝິກ-ນັກ​ກິລາ​ແຕ່​ລະ​ປະເພດ​ເຂົ້າ​ຮ່ວມ, ເຊິ່ງ​ເຄື່ອງ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້​ລວມ​ມີ: ໂທລະທັດ 1 ໜ່ວຍ, ເຄື່ອງ​ສຽງ1 ຊຸດ, ຕູ້​ນ້ຳ​ເຢັນ-ນ້ຳ​ຮ້ອນ 4 ໜ່ວຍ, ຕູ້ເຢັນ 1 ໜ່ວຍ, ຕູ້​ແຊ່​ອາຫານ 1 ໜ່ວຍ ແລະ ເຄື່ອງຮັບ​ໃຊ້​ໃນ​ຊີວິດ​ປະຈຳ​ວັນ​ອີກ​ຈຳນວນ​ໜຶ່ງ ລວມ​ມູນ​ຄ່າ 35.000.000 ລ້ານ​ກວ່າ​ກີບ. ໂອກາດ​ນີ້, ສະຫາຍ ພັນ​ເອກ ທອງ​ສະໄໝ ສຸກ​ປະເສີດ ຕາງ​ໜ້າ​ຄະນະຄູ​ເຝິກ-ນັກ​ກິລາ ໄດ້​ກ່າວ​ສະແດງ​ຄວາມ​ຂອບ​ໃຈ​ເປັນ​ຢ່າງ​ສູງ ຕໍ່​ຄວາມ​ເປັນ​ຫວ່ງ​ເປັນ​ໃຍ​ຂອງ​ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ ທີ່​ໄດ້​ນຳ​ເອົາ​ເຄື່ອງຮັບ​ໃຊ້​ຈຳນວນ​ດັ່ງກ່າວ​ມາ​ມອບ​ໃຫ້ໃນ​ຄັ້ງ​ນີ້ ແລະ ພ້ອມ​ທັງ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ພ້ອມ​ກັນ​ ໝູນໃຊ້​ເຄື່ອງ​ຈຳນວນ​ດັ່ງກ່າວ​ໃຫ້​ຊົມໃຊ້​ໄດ້​ຍາວ​ນານ ແລະ ເກີດ​ປະໂຫຍດ​ສູງ​ສຸດ. ຂ່າວ-ພາບ: ເກດ​ຕະ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ