ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຜູ້​ບັນຊາ​ການ​ທະຫານ​ອາກາດ ​ຕ້ອນຮັບ​ການ​ເຂົ້າ​ອວຍພອນ​ ຂອງ​ທູດ​ປ້ອງ​ກັນ​ຊາດ ​ສສ ຫວຽດນາມ ​ປະຈຳ ​ລາວ
ເວລາອອກຂ່າວ: 2022-12-01 09:16:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 236 | ຄວາມນິຍົມ:



ໃນ​ວັນ​ທີ 28 ພະຈິກ ນີ້, ສະຫາຍ ພົນ​ຈັດຕະວາ ຄຳ​ເຫຼັກ ແສງ​ພະຈັນ ຜູ້​ບັນຊາ​ການ​ທະຫານ​ອາກາດ ພ້ອມ​ດ້ວຍ​ຄະນະ ໄດ້​ຕ້ອນຮັບ​ການ​ເຂົ້າ​ອວຍພອນ​ຂອງ ສະຫາຍ ພັນ​ໂທ ຟາມ​ແອງຢຸ້ງ ຮອງ​ຫົວໜ້າ​ຫ້ອງການ​ທູດຝ່າຍ​ປ້ອງ​ກັນ​ຊາດ ​ສສ ຫວຽດນາມ ປະຈຳ ​ສປປ ລາວ, ເນື່ອງ​ໃນ​ໂອກາດ ວັນຊາດ​ທີ 2 ທັນວາ ຄົບຮອບ 47 ປີ (2 ທັນວາ 1975-2 ທັນວາ 2022) ເຊິ່ງ​ແມ່ນ​ວັນ​ແຫ່ງ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ໃນ​ປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ກູ້​ຊາດ​ຂອງ​ປະຊາຊົນ​ລາວ ແລະ ເປັນ​ວັນແຫ່ງ​ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະ​ພາບວັດທະນາ​ຖາວອນ ແລະ ວັນ​ແຫ່ງ​ການ​ກ້າວ​ເຂົ້າ​ສູ່​ຍຸກ​ສະ​ໄໝ​ໃໝ່​ໃນ​ການ​ສ້າງສາ​ ພັດທະນາ​ປະເທດ​ຊາດ. ໂອກາດ​ນີ້, ສະຫາຍ ພັນ​ໂທ ຟາມ​ແອງ ຢຸ້ງ ໄດ້​ກ່າວ​ຄຳ​ອວຍພອນ​ໄຊ​ອັນ​ປະເສີດ​ແກ່​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ​ທະຫານ​ອາກາດ ຈົ່ງ​ມີ​ສຸຂະພາບ​ແຂງແຮງ ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ໃນ​ການ​ພັດທະນາ​ເຫຼົ່າ​ຮົບ​ທະຫານ​ອາກາດ ໃຫ້​ເຕີບ​ໃຫຍ່​ເຂັ້ມແຂງ ແລະ ທັນ​ສະໄໝ. ໂອກາດ​ດຽວ​ກັນ, ສະຫາຍ ພົນ​ຈັດຕະວາ ຄຳ​ເຫຼັກ ແສງ​ພະຈັນ ໄດ້​ສະແດງ​ຄວາມ​ຂອບໃຈ​ຕໍ່ ສະຫາຍ ພັນ​ໂທ ຟາມ​ແອງ ຢຸ້ງ ພ້ອມ​ຄະນະ​ທີ່​ມາ​ອວຍພອນ​ໃນ​ຄັ້ງ​ນີ້, ເຊິ່ງ​ປີ 2022 ເປັນ​ປີ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ຄວາມ​ສຳຄັນ​ສຳລັບ​ທັງ​ສອງ​ປະເທດ ທີ່​ຮ່ວມ​ກັນ​ສະເຫຼີມສະຫຼອງ​ປີ​ສາມັກຄີ​ມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ເພື່ອ​ລະນຶກ​ເຖິງ 2 ວັນ​ປະ​ຫວັດ​ສາດ​ສຳຄັນ​ຂອງ​ສອງ​ຊາດ​ຄື: ວັນ​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ ຄົບຮອບ 60 ປີ ແລະ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ແລະ ການ​ຮ່ວມ​ມື ຄົບຮອບ 45 ປີ, ປະກອບສ່ວນ​ເຂົ້າ​ໃນ​ການ​ເສີມ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ພັກ-ລັດ, ສອງ​ກອງທັບ ລາວ-ຫວຽດນາມ ໝັ້ນ​ຄົງ​ຖະ​ນົງ​ແກ່ນ​ຕະຫຼອດ​ກາລະ​ນານ. ໂດຍ: ສີ​ທາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ