ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງໝໍ​ສູນ​ກາງ 103 ກອງທັບ​ປະຊາຊົນ​ລາວ ແລະ ໂຮງໝໍ​ສູນ​ກາງ 108 ກອງທັບ​ປະຊາຊົນ​ຫວຽດນາມ ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື
ເວລາອອກຂ່າວ: 2022-12-01 09:13:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 509 | ຄວາມນິຍົມ:



ໃນ​ລະຫວ່າງ​ວັນ​ທີ 23-24 ພະຈິກ 2022 ນີ້, ສະຫາຍ ພົນ​ຈັດຕະວາ ​ດຣ ຄຳ​ແພງ ພູມ​ມາ​ແກ້ວ ຫົວໜ້າ​ກົມ​ເສນາ​ຮັກ ກົມ​ໃຫຍ່​ພະລາທິການ​ກອງທັບ, ສະຫາຍ ພັນ​ເອກ ​ປອ ​ດຣ ສະແຫວງ​ໄຊ ດາລາສາດ ຫົວໜ້າ​ການ​ທະຫານ​ໂຮງໝໍ​ສູນ​ກາງ 103 ກອງທັບ​ປະຊາຊົນ​ລາວ ພ້ອມ​ຄະນະໄດ້​ເດີນທາງ​ໄປ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ໂຮງໝໍ 108 ກອງທັບ​ປະຊາຊົນ​ຫວຽດນາມ ເພື່ອ​ເສີມ​ຂະຫຍາຍສາຍພົວພັນຮ່ວມມື​ສອງ​ຝ່າຍ​ໃຫ້​ນັບ​ມື້​ເລິກເຊິ່ງ ແລະ ຈະເລີນ​ງອກ​ງາມ​ຂຶ້ນ​ເລື້ອຍໆ ໂດຍ​ໄດ້​ຮັບ​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ, ສະໜິດສະໜົມ​ຈາກ ສະຫາຍ ພົນ​ຈັດຕະວາ ​ສຈ ​ປອ ຫງວຽນ​ເຈີນ​ຢ່າງ ຫົວໜ້າ​ກົມ​ເສນາ​ຮັກ ກອງທັບ​ປະຊາຊົນ​ຫວຽດນາມ ແລະ ສະຫາຍ ພົນ​ຕີ ​ສຈ ​ປອ ມ່າຍ​ຫົງ​ບ່າງ ຫົວໜ້າ​ອຳນວຍ​ການ​ໂຮງໝໍ​ສູນ​ກາງ 108 ກອງທັບ​ປະຊາຊົນ​ຫວຽດນາມ ພ້ອມ​ຄະ ນະ. ໃນ​ກອງ​ປະຊຸມ​ພົບ​ປະ​ສອງ​ຝ່າຍ, ສະຫາຍ ພົນ​ຕີ ​ສຈ ​ປອ ມ່າຍ​ຫົງ​ບ່າງ ໄດ້​ຜ່ານ​ແຜນການເຄື່ອນໄຫວ​ການ​ຮ່ວມ​ມື​ລະຫວ່າງ​ໂຮງໝໍ​ສູນ​ກາງ 108 ກອງທັບ​ປະຊາຊົນ​ຫວຽດນາມ ແລະ ໂຮງໝໍ​ສູນ​ກາງ 103 ກອງທັບ​ປະຊາຊົນ​ລາວ ໂດຍ​ປະຕິບັດ​ຕາມ​ເນື້ອ​ໃນ​ຮ່າງ​ອະນຸ​ສັນຍາ​ໃນ​ປີ 2005 ລະຫວ່າງ​ສອງ​ກະຊວງ​ປ້ອງ​ກັນ​ປະເທດ​ຫວຽດນາມ-ລາວ ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ​ການ​ຮ່ວມ​ມື​ແຮກສ່ຽວ​ລະຫວ່າງ​ສອງ​ໂຮງໝໍ ພ້ອມ​ທັງ​ຍົກ​ໃຫ້​ເຫັນ​ພາລະ​ບົດບາດ, ການ​ເຕີບ​ໃຫຍ່​ຂະຫຍາຍຕົວ ແລະ ການ​ພັດທະນາ​ແຕ່​ລະ​ໄລຍະ​ຂອງ​ໂຮງໝໍ​ສູນ​ກາງ 108 ກອງທັບ​ປະຊາຊົນ​ຫວຽດນາມ. ຈາກ​ນັ້ນ ກໍ​ໄດ້​ກ່າວ​ສະແດງ​ຄວາມ​ຕ້ອນຮັບ​ຕໍ່​ການ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຂອງຄະນະ​ຜູ້​ແທນ​ລາວ ແລະ ຕີ​ລາຄາ​ສູງ​ຕໍ່​ໝາກຜົນ​ການ​ພົວພັນ​ຮ່ວມ​ມືລະຫວ່າງ ໂຮງໝໍ​ສູນ​ກາງ 108 ກອງທັບ​ປະຊາຊົນ​ຫວຽດ ນາມ ກັບ ໂຮງໝໍ​ສູນ​ກາງ 103 ກອງທັບ​ປະຊາຊົນ​ລາວ ໃນ​ໄລຍະຜ່ານ​ມາ, ເຊິ່ງ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ຜົນສຳເລັດ​ລວມ​ໃນ​ການ​ພົວພັນ​ຮ່ວມ​ມື​ຂອງ​ສອງ​ກອງທັບ ຫວຽດນາມ-ລາວ, ລາວ-ຫວຽດນາມ. ໂອກາດ​ດັ່ງກ່າວ, ສະຫາຍ ພັນ​ເອກ ​ປອ ​ດຣ ສະແຫວງ​ໄຊ ດາລາສາດ ໄດ້​ສະຫຼຸບ​ຕີ​ລາຄາ​ຄືນ​ໝາກຜົນ​ຂອງ​ການເຄື່ອນໄຫວ​ວຽກ​ງານ​ວິຊາ​ສະເພາະ ແລະ ການ​ພົວພັນ​ຮ່ວມ​ມື​ກັບ​ໂຮງໝໍ​ສູນ​ກາງ 108 ກອງທັບ​ປະຊາຊົນ​ຫວຽດນາມ ໃນ​ປີ 2022, ເຊິ່ງ​ໂຮງໝໍ​ສູນ​ກາງ 108 ກອງທັບ​ປະຊາຊົນ​ຫວຽດນາມ ໄດ້​ໃຫ້ການ​ຊ່ວຍເຫຼືອ​ບຳລຸງ​ກໍ່ສ້າງ​ດ້ານ​ວິຊາ​ສະເພາະ​ໃຫ້​ແກ່​ພະນັກງານ​ແພດ​ໝໍ​ໂຮງໝໍ​ສູນ​ກາງ 103 ກອງທັບ​ປະຊາຊົນ​ລາວ ຈຳນວນ 8 ສະຫາຍ ເປັນ​ໄລຍະ​ເວລາ 6 ເດືອນ ແລະ ໄດ້​ເປີດ​ກອງ​ປະຊຸມ​ວິທະຍາສາດ​ຜ່ານ​ລະບົບ Telemedicine. ນອກ​ນັ້ນ, ຍັງ​ຊ່ວຍເຫຼືອ​ທາງ​ດ້ານ​ວຽກ​ງານ​ການ​ກວດ, ປິ່ນປົວ​ພະຍາດ​ໃຫ້​ແກ່​ນາຍ ແລະ ພົນທະຫານ, ພໍ່​ແມ່​ປະຊາຊົນ​ລາວ​ບັນດາເຜົ່າ 100 ເທື່ອ​ຄົນ​ຕໍ່​ປີ, ຈັດ​ສົ່ງ​ຊ່ຽວຊານ​ມາ​ປະສານ​ສົມ​ທົບ​​ກັັບ​ເສນາ​ຮັກ​ຝ່າຍ​ລາວ (ກະຊວງ​ສາທາລະນະ​ສຸກ) ໃນ​ການ​ປິ່ນປົວ​ເຊີດ​ຊູ​ສຸກ​ເສີນ​ໃຫ້​ແກ່​ການ​ນຳ​ຂັ້ນ​ສູງ​ຂອງ​ລາວ​ຈຳນວນ 110 ເທື່ອ​ຄົນ. ສະເພາະ​ໃນ​ຊ່ວງ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຢ່າງ​ຮ້າຍ​ແຮງໄດ້​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື ລະຫວ່າງ​ສອງ​ໂຮງໝໍ​ບໍ່​ບັນລຸ​ຕາມ​ແຜນການ​ທີ່​ວາງ​ໄວ້​ກໍຕາມແຕ່​ໂຮງໝໍ​ສູນ​ກາງ 108 ກອງທັບ​ປະຊາຊົນ​ຫວຽດນາມ ໄດ້​ພະ ຍາຍາມ​ສູ້​ຊົນ​ຊ່ວຍເຫຼືອ​ຍົກ​ລະດັບ​ວິຊາ​ສະເພາະ​ໃຫ້​ພະນັກງານ​ແພດ​ໝໍ​ໂຮງໝໍ​ສູນ​ກາງ 103 ກອງທັບ​ປະຊາຊົນ​ລາວ ເຮັດ​ໃຫ້​ເຕັກນິກ​ວິຊາ​ການ​ດ້ານ​ວິຊາ​ສະເພາະ​ຫຼາຍ​ດ້ານ​ໄດ້​ຮັບ​ການ​ພັດທະນາ ແລະ ເຮັດ​ໃຫ້ການ​ເບີ່ງ​ແຍງ​ສຸຂະພາບ​ຂອງ​ນາຍ ແລະ ພົນທະຫານ ກໍຄື​ພໍ່​ແມ່​ປະຊາຊົນ​ລາວ​ບັນດາເຜົ່າ​ນັບ​ມື້​ດີ​ຂຶ້ນ. ໃນ​ພິທີ​ຍັງ​ໄດ້​ມີ​ການ​ລົງ​ນາມ​ເຊັນ​ບົດ​ທຶກ​ສັນຍາ​ການ​ຮ່ວມ​ມື​ແຮກສ່ຽວ ລະຫວ່າງ ໂຮງໝໍ​ສູນ​ກາງ 108 ກອງທັບ​ປະຊາຊົນ​ຫວຽດນາມ ກັບ ໂຮງໝໍ​ສູນ​ກາງ 103 ກອງທັບ​ປະຊາຊົນ​ລາວ ປະຈຳ​ປີ 2023 ໂດຍ​ການ​ລົງ​ນາມ​ຂອງ ສະຫາຍ ພົນ​ຕີ ​ສຈ ​ປອ ມ່າຍ​ຫົງ​ບ່າງ ຫົວໜ້າ​ອຳນວຍ​ການ​ໂຮງໝໍ​ສູນ​ກາງ 108 ກອງທັບ​ປະຊາຊົນ​ຫວຽດນາມ ແລະ ສະຫາຍ ພັນ​ເອກ ​ປອ ​ດຣ ສະ ແຫວງ​ໄຊ ດາລາສາດ ຫົວໜ້າ​ການ​ທະຫານ​ໂຮງໝໍ​ສູນ​ກາງ 103 ກອງທັບ​ປະຊາຊົນ​ລາວ ໂດຍ​ມີ ສະຫາຍ ພົນ​ຈັດຕະວາ ​ສຈ ​ປອ ຫວຽນ​ເຈີນ​ຢ່າງ ຫົວໜ້າ​ກົມ​ເສນາ​ຮັກ ກອງທັບ​ປະຊາຊົນ​ຫວຽດນາມ ແລະ ສະຫາຍ ພົນ​ຈັດຕະວາ ​ດຣ ຄຳ​ແພງ ພູມ​ມາ​ແກ້ວ ຫົວໜ້າ​ກົມ​ເສນາ​ຮັກ ກອງທັບ​ປະຊາຊົນ​ລາວ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພະຍານ. ໃນ​ໂອກາດ​ດຽວ​ກັນ​ນີ້, ຍັງ​ຈັດ​ໃຫ້​ມີ​ກອງ​ປະຊຸມ​ພົບ​ປະ​ແລກປ່ຽນ​ບົດ​ວິທະຍາສາດ​ດ້ານ​ວິຊາ​ສະເພາະ ເຊິ່ງ​ມີ​ສຳ​ມະ​ນາ​ກອນ​ຈາກໂຮງໝໍ​ສູນ​ກາງ 108 ກອງທັບ​ປະຊາຊົນ​ຫວຽດນາມ ຈຳນວນ 14 ສະຫາຍ, ໂຮງໝໍ​ສູນ​ກາງ 103 ກອງທັບ​ປະຊາຊົນ​ລາວຈຳນວນ 8 ສະຫາຍ, ໂຮງໝໍ​ສູນ​ກາງ 103 ກອງທັບ​ປະຊາຊົນ​ຫວຽດນາມ ຈຳນວນ 6 ສະຫາຍ, ໂຮງໝໍ 175 ກອງທັບ​ປະຊາຊົນ​ຫວຽດນາມ 4 ສະຫາຍ ແລະ ໂຮງໝໍ​ແບັກ​ມ່າຍ 2 ສະຫາຍ. ໂດຍ: ອາຄົມ ສີ​ພາລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ