ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປິດ​ຊຸດ​ບຳລຸງ​ວຽກ​ງານ​ໄອ​ຍະ​ການ ແລະ ວຽກ​ງານ​ຄູ​ການເມືອງ ຊຸດ​ທີ II
ເວລາອອກຂ່າວ: 2022-12-01 09:03:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 342 | ຄວາມນິຍົມ:



ວັນ​ທີ 30 ພະຈິກ 2022 ນີ້, ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ ໄດ້​ຈັດ​ພິທີ​ປິດ​ຊຸດ​ບຳລຸງ​ວຽກ​ງານ​ໄອ​ຍະ​ການ ແລະ ວຽກ​ງານ​ຄູ​ການເມືອງ ຊຸດ​ທີ II ຂຶ້ນ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຕີ ສອນ​ທອງ ພົມ​ລາ​ວົງ ກຳມະການ​ຄະນະ​ປະຈຳ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ, ແຂກ​ຖືກ​ເຊີນ, ຄູ-ອາຈານ, ພະນັກງານ-ນັກຮົບ ແລະ ນັກ​ເຝິກອົບຮົມ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ບຸນ​ທັນ ຈັນທະ​ລິ​ມາ ຮອງ​ຫົວໜ້າ​ການ​ທະ ຫານ, ຫົວໜ້າ​ຫ້ອງ​ອົບຮົມ-ກໍ່ສ້າງໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ ໄດ້​ລາຍ​ງານ​ຕໍ່​ພິທີ​ວ່າ: ການ​ຈັດ​ຊຸດ​ອົບຮົມ​ຄັ້ງ​ນີ້ ໄດ້​ເປັນ​ການ​ຍົກ​ລະດັບ​ຄວາມ​ຮັບ​ຮູ້, ຄວາມ​ເຂົ້າໃຈ​ຂອງ​ພະນັກງານ​ທີ່​ຕໍ່​ກັບ​ບັນຫາ​ພື້ນຖານ​ດ້ານ​ທິດ​ສະ​ດີ, ຫຼັກການ​ສູ້​ຮົບ​ຂັ້ນ​ຍຸດທະວິທີ​ວຽກ​ງານ​ບັນຊາ-ເສນາ ​ແລະ ຮູ້​ເຄື່ອນ​ໄຫວ​ວຽກ​ງານ​ພັກ-ວຽກ​ງານ​ການເມືອງ​ຮັບປະກັນ​ສູ້​ຮົບ​ອື່ນໆ, ສ້າງ​ໃຫ້​ແຕ່​ລະ​ສະຫາຍ​ມີ​ວິທີ​ການ​ໃນ​ການ​ສິດສອນ​ຢູ່​ໂຮງຮຽນ​ຢ່າງ​ຖືກຕ້ອງ, ສອດຄ່ອງ​ກັບ​ທິດ​ຂະຫຍາຍຕົວ​ຂອງ​ກົມ​ກອງ ແລະ ກອງທັບ​ເຮົາ​ໃນ​ເງື່ອນໄຂ​ປັດຈຸບັນ, ກຳ​ແໜ້ນ​ວິທີ​ການ​ຕ້ານ​ຍຸດ​ທະ​ສາດ​ຫັນປ່ຽນ​ໂດຍ​ສັນຕິ​ຂອງ​ສັດຕູ, ຮູ້​ໄດ້​ວິທີ​ການ​ນຳພາ​ດ້ານ​ການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ ຄວາມ​ສະຫງົບ, ສາມາດ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ໃນ​ສະເພາະ​ໜ້າ ແລະ ຍາວ​ນານ. ດ້ານ​ວິຊາ​ສະເພາະ​ວຽກ​ງານ​ໄອ​ຍະ​ການ​ທະຫານ ແມ່ນ​ສາມາດ​ກຳ​ໄດ້​ລະບົບ​ດ້ານ​ທິດ​ສະ​ດີ​ຫຼັກການ​ລະອຽດ​ບັນດາ​ບາດກ້າວ​ຂັ້ນ​ຕອນ​ໃນ​ການ​ສືບສວນ, ສອບ​ສວນ ແລະ ການ​ແກ້​ໄຂ​ຄະດີ​ຕ່າງໆ, ຮູ້​ໝູນ​ໃຊ້​ທິດ​ສະ​ດີ​ເຂົ້າ​ໃນ​ວຽກ​ງານຕົວ​ຈິງ​ຂອງ​ຕົນໃນ​ການເຄື່ອນໄຫວ​ປະຕິບັດ​ໜ້າ​ທີ​ວຽກ​ງານ​ໃຫ້​ມີ​ປະສິດທິພາບ​ສູງ ແລະ ມີ​ວິທີ​ການ​ຮັບ​ມື ແລະ ສາມາດ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ທັນ​ເວລາ, ມີ​ປະ​ສິດທິ​ຜົນ. ສຳລັບ​ດ້ານ​ວິຊາ​ສະເພາະ​ວຽກ​ງານ​ຄູແມ່ນ​ສາມາດ​ກຳ​ໄດ້​ເປັນ​ລະບົບ 8 ຫຼັກການ​ສິດສອນ​ທົ່ວ​ໄປ, 7 ວິທີ​ການ​ສິດສອນ ແລະ ບັນດາ​ບາດກ້າວ​ຂັ້ນ​ຕອນ​ໃນ​ການ​ແຕ່ງ​ບົດ​ສອນ, ວິທີ​ການ​ສິດສອນ​ຂຶ້ນ​ຫ້ອງ​ອະທິບາຍ, ກຳ​ແໜ້ນ 4 ເນື້ອ​ໃນ 5 ບາດກ້າວ ທຳນຽມ​ຂອງ​ຄູ​ຢ່າງ​ລະອຽດ. ຜ່ານ​ການ​ກວດກາ-ສອບເສັງ ສາມາດ​ສະຫຼຸບ​ໄດ້​ຄື: ຫ້ອງ​ບຳລຸງ​ວຽກ​ງານ​ໄອ​ຍະ​ການ​ທະຫານ ໄດ້​ເກຼດ A ມີ 3 ສະຫາຍ, ເກຼດ B+ 24 ສະຫາຍ, ເກຼດ B ຈຳນວນ 3 ສະຫາຍ ແລະ ຫ້ອງ​ບຳລຸງ​ຄູ​ໄດ້​ເກຼດ A ຈຳນວນ 6 ສະຫາຍ, ເກຼດ B 14 ສະຫາຍ. ໃນ​ພິທີ​ຍັງ​ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ຄະນະ​ອຳນວຍ​ການ​ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ມອບ​ໃບຢັ້ງຢືນ​ໃຫ້​ນັກ​ສຶກ​ສາ​ບຳລຸງ​ວຽກ​ງານ​ໄອ​ຍະ​ການ ແລະ ວຽກ​ງານ​ຄູ​ການເມືອງ ຊຸດ​ທີ II ປະຈຳ​ສົກ​ປີ 2022-2023 ຈຳນວນ 60 ສະຫາຍ ໂດຍ​ການມອບ​ຂອງ ສະຫາຍ ພົນ​ຈັດຕະວາ ຄຳ​ໄພ ຟອງ​ດາລາ ຫົວໜ້າ​ການ​ທະຫານ​ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ. ໂອກາດ​ນີ້, ສະຫາຍພົນຕີ ສອນ​ທອງ ພົມ​ລາ​ວົງ ໄດ້​ມີ​ຄຳ​ ເຫັນ​ໂອ້​ລົມ​ຫຼາຍ​ບັນຫາ​ທີ່​ສຳຄັນ ພ້ອມ​ທັງ​ເນັ້ນ​ໃຫ້​ໜັກ​ໃຫ້​ຄະນະ​ພັກ-ຄະນະ​ອຳນວຍ​ການ​ໂຮງຮຽນເອົາໃຈໃສ່​ຕໍ່​ວຽກ​ງານ​ກໍ່ສ້າງ​ພັກ, ກໍ່ສ້າງ​ພະນັກງານ​ພາຍ​ໃນ​ກົມ​ກອງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການເມືອງ-ແນວ​ຄິດ ແລະ ການຈັດຕັ້ງ, ສືບຕໍ່​ສະຫຼຸບ​ຖອດ​ຖອນ​ບົດຮຽນ​ການຈັດຕັ້ງ​ປະຕິບັດ​ແຜນການ​ອົບຮົມ-ກໍ່ສ້າງ​ນັກຮຽນ​ບຳລຸງ​ໃນ​ສົກຮຽນ​ຜ່ານ​ມາ ແລະ ສືບຕໍ່​ກະກຽມ​ແຜນການ​ອົບຮົມ-ຫັດ​ແອບ ໃຫ້​ພະນັກງານ​ທີ່​ຈະ​ມາ​ບຳລຸງ​ໃນຕໍ່ໜ້າ​ໃຫ້​ໄດ້​ຮັບຜົນ​ດີ​ກວ່າ​ເກົ່າ. ຕໍ່​ຄູ-ອາຈານ​ກໍ່​ຕ້ອງ​ສືບຕໍ່​ປັບປຸງ​ເນື້ອ​ໃນ​ໂຄງການ​ຫຼັກສູດ​ໃຫ້​ແທດເໝາະ, ຮັບປະກັນ​ໃຫ້ການ​ສິດສອນ​ໃນ​ສົກຮຽນ​ຕໍ່​ໄປ​ໃຫ້​ມີ​ຄຸນ​ນະ​ພາບ​ດີ​ກວ່າ​ເກົ່າ, ສືບຕໍ່​ຕັ້ງໜ້າ​ຄົ້ນຄວ້າ ແລະ ປັບປຸງ​ບົດ​ສອນ​ຂອງ​ຕົນ​ໃຫ້​ດີ ເພື່ອ​ກຽມພ້ອມ​ສົ່ງ​ຄວາມ​ຮູ້​ໃຫ້​ນັກຮຽນ​ເຂົ້າໃຈ​ງ່າຍ, ສາມາດ​ກຳ​ໄດ້​ເນື້ອ​ໃນ​ທິດ​ສະ​ດີ-ຫຼັກການ ແລະ ພາກ​ປະຕິບັດ​ຕົວ​ຈິງ, ສຳລັບນັກຮຽນ ພາຍຫຼັງ​ກັບ​ຄືນ​ສູ່​ກົມ​ກອງ ໃຫ້​ນຳ​ເອົາ​ທິດ​ສະ​ດີ-ຫຼັກການ ແລະ ບົດຮຽນ​ທີ່​ຄູ​ອາຈານ​ຖ່າຍ​ຖອດ​ໃຫ້​ນັ້ນ ໄປ​ຈັດ​ຕັ້ງ​ປະຕິບັດ ແລະ ຜັນ​ຂະຫຍາຍ​ໃນ​ວຽກ​ງານ​ຕົວ​ຈິງ​ຂອງ​ກົມ​ກອງ​ໃຫ້​ມີ​ອັນ​ໃໝ່, ສ້າງ​ກົມ​ກອງ​ໃຫ້​ເປັນ​ກົມ​ກອງ​ໜ່ວຍ​ພັກ​ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ. ໂດຍ: ເພັດ ສົມ​ນໍ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ