ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຫຼົ່າຮົບລົດຕັງ-ຍານເກາະ ສູ້ຊົນຍາດແຍ່ງເອົາປະສົບການແລະບົດຮຽນທີ່ດີ ຈາກການຊ້ອມຮົບຮ່ວມລາວ-ຣັດເຊຍ “ລາໂຣສ໌ 2022”.
ເວລາອອກຂ່າວ: 2022-11-30 10:16:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 150 | ຄວາມນິຍົມ:



ໃນບັ້ນຊ້ອມຮົບຮ່ວມລາວ-ຣັດເຊຍ “ລາໂຣ໌ສ 2022” ປີນີ້ ແມ່ນເປັນເທື່ອທີ 3 ແລ້ວໃນການເຝິກຊ້ອມແລກປ່ຽນບົດຮຽນທາງດ້ານການທະຫານລະຫວ່າງກອງທັບປະຊາຊົນລາວ ກັບ ກອງທັບສະຫະພັນຣັດເຊຍ, ເຊິ່ງແຕ່ລະຄັ້ງ ເຫຼົ່າຮົບລົດຕັງ-ຍານເກາະແມ່ນເຫຼົ່າຮົບໜຶ່ງທີ່ໄດ້ເຂົ້າຮ່ວມ ແລະ ເປັນກໍາລັງຕົ້ນຕໍໃນການປະສານສົມທົບກັບ ເຫຼົ່າຮົບລົດຕັງຂອງກອງທັບສະຫະພັນຣັດເຊຍ, ນັບວ່າເປັນໂອກາດດີ ອິກຄັ້ງໜຶ່ງຂອງເຫຼົ່າຮົບຕັງ-ຍານເກາະ ທັງສອງກອງທັບຈະໄດ້ຮ່ວມກັນເຝິກແອບ ແລະ ຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ. ສະຫາຍ ພັນເອກ ບຸນປອນ ລົມພະຈັນ ຫົວໜ້າການທະຫານກອງພັນໃຫຍ່ 661, ອານຸກໍາມະການພາກສະໜາມ ໄດ້ໃຫ້ສໍາພາດກັບນັກຂ່າວໜັງສືພິມກອງທັບວ່າ: ພາຍຫຼັງຄະນະພັກ-ຄະນະບັນຊາກອງພັນໃຫຍ່ລົດຕັງ-ຍານເກາະ 661 ໄດ້ຮັບຄຳສັ່ງຈາກກົມລົດຕັງ-ຍານເກາະ ກົມໃຫ່ຍເສນາທິການກອງທັບ ໃຫ້ເຂົ້າຮ່ວມຊ້ອມຮົບ “ລາໂຣ໌ສ 2022” ກັບ ກອງທັບສະຫະພັນຣັດເຊຍ, ພວກເຮົາກໍ່ໄດ້ຈັດຕັ້ງກຳລັງ ແລະ ກະກຽມພາຫະນະ ເພື່ອຮັບປະກັນໃຫ້ແກ່ການຊ້ອມຮົບໃນຄັ້ງນີ້ໃຫ້ສຳເລັດໜ້າທີ່ຕາມແຜນການທີ່ຂອງຂັ້ນເທີງກໍານົດໄວ້.ໂດຍໄດ້ສ້າງແຜນການ ຊີ້ນໍາການຈັດຕັ້ງອົບຮົບ ຫັດແອບ ຢູ່ພາຍໃນກົມກອງເພື່ອໃຫ້ພະນັກງານນັກຮົບຜູ້ທີ່ຈະເຂົ້າຮ່ວມຊ້ອມຮົບເທື່ອນີ້ ໃຫ້ມີຄວາຊໍານານຄ່ອງແຄ້ວໃນການນຳໃຊ້ພາຫະນະ-ອາວຸດຍຸດໂທປະກອນຂອງລົດຕັງ T-72, ໃນນີ້ ໄດ້ອົບຮົມຫັດແອບທາງດ້ານລະບຽບ, ກິລາທະຫານ, ວິຊາງົດງາມ ເຝີກແອບທາງດ້ານກໍາລັງກາຍໃຫ້ມີສຸຂະພາບແຂງແຮງ, ອົບຮົມທາງດ້ານສິນລະປະຍຸດ, ຍຸດທະວິທີ, ການນຳໃຊ້ອາວຸດ ຂອງລົດຕັງ ໃຫ້ມີຄວາມຄ້ອງແຄ້ວ ເພື່ອກຽມພ້ອມ ເຮັດສຳເລັດໜ້າທີ່ຕາມການມອບໝາຍ. ພວກເຮົາໄດ້ເຄື່ອນກໍາລັງພາຫະນະເຂົ້າຍຶດສະໜາມປິດລັບ ແລະ ເພື່ອກະກຽມຄວາມພ້ອມທຸກດ້ານເພື່ອຮັບປະກັນໃນການເຮັດສຳເລັດໜ້າທີ່ໃນການເຂົ້າຮ່ວມຊ້ອມຮົບຄັ້ງນີ້. ມາເຖິງປັດຈຸບັນພວກເຮົາກໍ່ໄດ້ ເຝິກກຊ້ອມຫັດແອບຕາມຮູບແຖວການຊ້ອມຮົບພ້ອມກັບກອງທັບສະຫະພັນຣັດເຊຍ ແລະ ປັດຈຸບັນນີ້ຖືວ່າພວກເຮົາມີຄວາມພ້ອມໃນການຊ້ອມຮົບ ແລະ ມີຄວາມຮັບປະກັນທາງດ້ານກໍາລັງພົນ, ພາຫະນະອາວຸດຍຸດໂທປະກອນ, ຮັກສາໄດ້ກົດລະບຽບຂອງສະໜາມ ແລະ ຮັບປະກັນຄວາມປອດໄພໄດ້ 100%. ສະຫາຍຫົວໜ້າການທະຫານກອງພັນໃຫຍ່ 661 ຍັງກ່າວຕື່ມອິກວ່າ: ຕໍ່ໄປນີ້ພວກເຮົາຈະສືບຕໍ່ຫັດແອບປະສານເຫຼົ່າປະສານພົບກັບກອງທັບ ຣັດເຊຍ ແລະ ບັນດາເຫຼົ່າຮົບເພື່ອກະກຽມໃຫ້ການຊ້ອມຮົບຮ່ວມລາວ-ຣັດເຊຍ “ລາໂຣ໌ສ 2022” ຕາມແຜນການລວມຂອງຄະນະຊີ້ນຳການຊ້ອມຮົບໃນຄັ້ງນີ້ ແລະ ຕໍ່ໄປນີ້ພວກເຮົາກໍຈະສືບຕໍ່ນໍາເອົາບັນດາບົດຮຽນທີ່ພວກເຮົາຖອດຖອນໄດ້ຈາກການຊ້ອມຮົບ ກັບ ຣັດເຊຍຄັ້ງນີ້ໄປຜັນຂະຫຍາຍການເຝີກຊ້ອງຢູ່ກົມກອງ ແລະ ບັນດາເຫຼົ່າຮົບທີ່ໄດ້ເຂົ້າຮ່ວມສ້ອມຮົບໃນຄັ້ງນີ້ເພື່ອໄປຈັດຕັ້ງປະຕິບັດຜັນຂະຫຍາຍຢູ່ໃນກົມກອງໃຫ້ມີປະສິດທິພາບສູງ ແລະ ໜູນໃຊ້ເຂົ້າໃນໜ້ທີ່ວຽກງານກົມກອງຂອງຕົນ ເພື່ອສ້າງພະນັກງານ-ນັກຮົບລົດຕັງ-ຍານເກາະທີ່ເກັ່ງທາງດ້ານເຕັກນິກລົດຕັງ ແລະ ການນໍາໃຊ້ອາວຸດທີ່ທັນສະໄໝ,ກໍາແໜ້ນຍຸດທະວິທີສູ້ຮົບ,ກໍາແໜ້ນທາງດ້ານທິດສະດີຫຼັກການ ແລະ ມີຄວາມຊໍານິຊໍານານໃນການຂັບຂີ່ ການນໍາໃຊ້ປືນຊະນິດຕ່າງໆພາຍໃນລົດຕັງຄ່ອງແຄ້ວແມ່ນຍໍາ, ສ້າງກອງທັບແລະ ເຫຼົ່າຮົບລົດຕັງ-ຍານເກາະໃຫ້ເຂັ້ມແຂງທາງດ້ານລະບຽບ, ແບບແຜນ ແລະ ທັນສະໄໝຂຶ້ນເລື້ອຍໆ.. ໂດຍ: ຮອ ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ