ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະເຫຼີມສະຫຼອງ ໄຫ​ຫີນ​ແຂວງ​ຊຽງ​ຂວາງ ຖືກ​ຮັບຮອງ​ເປັນ​ມໍລະດົກ​ໂລກ
ເວລາອອກຂ່າວ: 2022-11-30 09:31:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 157 | ຄວາມນິຍົມ:



ພິທີ​ສະເຫຼີມສະຫຼອງ ໄຫ​ຫີນ​ຊຽງ​ຂວາງ ໄດ້​ຮັບ​ຢັ້ງຢືນ​ເຂົ້າ​ເປັນ​ມໍລະດົກ​ໂລກ ຈາກ​ອົງການ​ອຸຍ​ແນ​​ສ​ໂກ (UNESCO) ຈັດ​ຂຶ້ນ​ໃນ​ວັນ​ທີ 29 ພະຈິກ 2022 ຢູ່​ ສະຖານທີ່​ທ່ອງ​ທ່ຽວ​ທົ່ງ​ໄຫ​ຫີນ 1 ບ້ານ​ໄຫ​ຫີນ ເມືອງ​ແປກ ແຂວງຊຽງ​ຂວາງ ໂດຍການເຂົ້າຮ່ວມ ຂອງ ທ່ານ ກິ​ແກ້ວ ໄຂ​ຄຳ​ພິ ທູນ ຮອງນາຍົກລັດຖະມົນຕີ, ມີ​ບັນດາ​ລັດຖະມົນຕີ-ຮອງ​ລັດ ຖະມົນຕີ, ເຈົ້າແຂວງ, ຮອງເຈົ້າ ແຂວງ, ຜູ້ຕາງໜ້າ​ຈາກ​ອົງການ​ ອຸຍ​ແນ​​ສ​ໂກ, ພາກສ່ວນກ່ຽວ ຂ້ອງ​ທັງ​ພາຍ​ໃນ ແລະ ຕ່າງປະ ເທດ, ຕະຫຼອດ​ຮອດມວນ​ຊົນ​ຊາວ​ແຂວງ​ຊຽງ​ຂວາງເຂົ້າ​ຮ່ວມ ຢ່າງ​ຫຼວງຫຼາຍ ເຊິ່ງ​ຖື​ເປັນຄວາມ​ພາກພູມ​ໃຈ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ ໂດຍ​ສະເພາະ​ປະຊາຊົນ ແຂວງ​ຊຽງ​ຂວາງ​ດິນແດນ​ວິລະ ຊົນ. ການ​ສະເຫຼີມສະຫຼອງ​ຄັ້ງ​ນີ້, ເລີ່ມ​ຕົ້ນ​ດ້ວຍ​ຂະ​ບວນ​ແຫ່​ໃບຢັ້ງຢືນ ຈາກ​ອົງການ​ອຸຍ​ແນ​​ສ​ໂກ ຈາກ​ຫ້ອງການ​ມໍລະດົກ​ໂລກ​ໄຫ​ຫີນ​ຊຽງ​ຂວາງ ອ້ອມ​ຕົວ​ເມືອງ​ໂພນ​ສະຫວັນ (ແຕ່​ເສັ້ນທາງ​ນັບ​ແຕ່​ຫ້ອງການ​ມໍລະດົກ​ໂລກ​ໄຫ​ຫີນ ຂຶ້ນ​ສູ່​ເສັ້ນທາງ​ໂຮງໝໍ​ໄປ​ສູ່​ຕີນ​ພູຜາ​ແດງ, ກ້ຽວ​ລົງ​ໄປ​ວົງວຽນ​ເມືອງ​ແປກ, ລົງ​ເສັ້ນທາງ​ຕະຫຼາດ​ສາມ​ຊັ້ນ, ແລ້ວ​ອອກ​ໄປ​ທົ່ງ​ໄຫ​ຫີນ 1 ໂດຍ​ມີ​ຂະ​ບວນ​ຟ້ອນ​ຈາກ 6 ເຜົ່າ, ມີ​ການສະແດງ​ເປົ່າ​ແຄນ-ຂັບ​ລຳ, ​ມີ​ນັກຮຽນ-ນັກ​ສຶກ​ສາ ພ້ອມ​ດ້ວຍ​ມວນ​ຊົນ​ຊາວ​ແຂວງ​ຊຽງ​ຂວາງ​ຢືນ​ລຽນ​ແຖວ​ຕ້ອນຮັບ​ຕາມ​ສອງ​ຟາກ​ທາງ ດ້ວຍ​ບັນຍາກາດ​ຟົດຟື້ນ. ໃນ​ພິທີ, ທ່ານ ນາງ ສວນ​ສະຫວັນ ວິ​ຍະ​ເກດ ລັດຖະມົນຕີ​ກະຊວງ​ຖະແຫຼງ​ຂ່າວ, ວັດທະນະ ທຳ ແລະ ທ່ອງ​ທ່ຽວ ໄດ້​ມີ​ຄຳ​ເຫັນ​ກ່າວ​ມອບ​ໃບຢັ້ງຢືນ​ໄຫ​ຫີນ​ເປັນ​ມໍລະດົກ​ໂລກ ໃຫ້​ແກ່​ຄະນະ​ນຳ​ອົງການ​ປົກຄອງ​ແຂວງ​ຊຽງ ​ຂວາງ ວ່າ: ແຫຼ່ງ​ມໍລະດົກ​ໂລກ​ທົ່ງ​ໄຫ​ຫີນ​ທັງ 11 ແຫຼ່ງ ໂດຍ​ກວມ​ເອົາ​ເນື້ອທີ່​ຂະໜາດ​ໃຫຍ່ທີ່​ນອນ​ຢູ່​ໃນ 4 ເມືອງ​ຂອງ​ແຂວງຊຽງ​ຂວາງ. ປັດຈຸບັນ​ນີ້, ຄວາມ ​ພະຍາຍາມ​ໄດ້​ກາຍ​ເປັນຄວາມ​ ຈິງ​ສົມ​ດັ່ງ​ຄວາມ​ຕັ້ງໃຈ ແລະ ການ​ຄອງ​ຄອຍ, ປະຊາຊົນ​ລາວ​ບັນດາເຜົ່າ​ໃນ​ທົ່ວ​ປະເທດ ແລະ ປະຊາຊົນ​ຊຽງ​ຂວາງ ແມ່ນ​ມີ​ຄວາມ​ປິ​ຕິ​ຊົມຊື່ນ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ເຊິ່ງ​ແມ່ນ​ກຽດ​ສັກ​ສີ​ອັນສູງ​ສົ່ງ​ຂອງ​ຊາດ ຢູ່​ໃນ​ເວທີ​ລະດັບ​ໂລກ, ເຮັດ​ໃຫ້​ຊື່​ສຽງ ແລະ ພາບ​ພົດ​ຂອງ​ປະເທດ​ຊາດ ຖືກ​ໂຄສະນາ​ເຜີຍແຜ່​ໄປ​ທົ່ວ​ໂລກ, ເຮັດ​ໃຫ້​ຊາວ​ໂລກ​ສົນໃຈ​ຢາກ​ມາ​ທ່ຽວ​ຊົມ​ປະເທດ​ລາວ​ນັບ​ມື້​ເພີ່ມ​ຂຶ້ນ. ນາມມະຍົດ​ແຫ່ງ​ຄວາມ​ເປັນ​ມໍລະດົກ​ໂລກ ໄດ້​ກະຕຸກ​ຊຸກຍູ້​ອຸດ​ສາຫະ​ກຳ​ການທ່ອງທ່ຽວ​ທາງ​ວັດທະນະທຳ ແລະ ທຳ​ມະ​ຊາດ ທີ່​ມີ​ຄຸນຄ່າ​ຍອດ​ຍິ່ງ​ລະດັບ​ໂລກ ແລະ ທັງ​ເປັນ​ແມ່​ເຫຼັກ​ດຶງ​ດູດ​ການ​ລົງທຶນ, ການ​ຮ່ວມ​ມື​ສາກົນ, ການ​ພັດທະນາ​ລະບົບ​ໂຄງ​ລ່າງຮອບດ້ານ, ເປັນ​ການ​ປະກອບສ່ວນ​ສຳຄັນ​ໃຫ້​ແກ່​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໃຫ້​ແກ່​ປະຊາຊົນ, ເປັນ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຊຸມ​ຊົນ​ທ້ອງຖິ່ນ, ເປັນ​ການປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ນັບ​ມື້​ດີ​ຂຶ້ນ. ທ່ານ ນາງ ສວນ​ສະຫວັນ ວິ​ຍະ​ເກດ ໄດ້​ກ່າວ​ອີ​ກວ່າ: ແນວໃດ​ກໍ​ຕາມບັນດາ​ໝາກຜົນ​ທີ່​ພວກ​ເຮົາ​ໄດ້​ຮັບ​ໃນ​ມື້ນີ້​ເປັນ​ພຽງ​ຜົນງານ ແລະ ຜົນສຳເລັດ​ເບື້ອງ​ຕົ້ນ ເຊິ່ງ​​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ເດັດດ່ຽວ​ພ້ອມ​ກັນ​ປົກ​ປັກ​ຮັກສາ​ໄວ້​ໃຫ້​ຍືນ​ຍົງ​ຕະຫຼອດ​ໄປ, ໂດຍ​ຈະ​ຕ້ອງ​ໄດ້​ເອົາໃຈໃສ່​ຕື່ມ​ບາງ​ບັນຫາ​ດັ່ງນີ້: ຕ້ອງ​ໄດ້​ເພີ່ມ​ທະວີ​ຄວາມ​ປະສົມ​ກົມກຽວໃນ​ການ​ປະສານ​ງານ​ຢ່າງ​ໃກ້ຊິດ​ສະໜິດ​ແໜ້ນລະຫວ່າງ​ຂະແໜງການ​ຕ່າງໆ​ທີ່​ກ່ຽວຂ້ອງ ທັງ​ໃນ​ລະດັບ​ສູນ​ກາງ ແລະ ທ້ອງຖິ່ນ; ສູ້​ຊົນ​ສ້າງ​ຄວາມ​ເຂັ້ມແຂງ​ທາງ​ດ້ານ​ວິຊາ​ການ​ໃຫ້​ແກ່​ການ​ຄຸ້ມ​ຄອງ​ມໍລະດົກ​ໂລກ ໂດຍ​ເອົາໃຈໃສ່​ໃນ​ການ​ກໍ່ສ້າງຊັບພະຍາກອນ​ມະນຸດ​ໃນ​ຂົງເຂດ​ຕ່າງໆ ທີ່​ປິ່ນ​ອ້ອມ​ວຽກ​ງານ​ການ​ຄຸ້ມ​ຄອງ ອະນຸລັກ ແລະ ສົ່ງເສີມ​ຄຸນຄ່າ​ມໍ​ຣະ​ດົກ​ວັດທະນະທຳ ແລະ ທຳ​ມະ​ຊາດ ໄປ​ພ້ອມໆ​ກັບ​ການ​ເອົາໃຈໃສ່​ໂຄສະນາ, ສຶກ​ສາ​ອົບຮົມ ແລະ ປູກ​ຈິດ​ສຳນຶກ​ຄວາມ​ຮູ້​ທາງ​ດ້ານ​ມໍ​ຣະ​ດົກ ທັງ​ໃນ​ສະ​ຖາ​ບັນ​ການ​ສຶກ​ສາ, ສຳນັກງານ​ອົງການ ແລະ ໃນ​ໝູ່​ມະຫາຊົນ​ໃນ​ທົ່ວ​ແຂວງ; ລະດົມ​ທຶນຮອນ ແລະ ການ​ມີ​ສ່ວນ​ຮ່ວມ​ຂອງ​ສັງຄົມ ລວມ​ທັງ​ຍາດ​ແຍ່ງ​ການ​ຊ່ວຍເຫຼືອ​ຈາກ​ສາກົນ ໃນ​ການ​ສ້າງ​ໂອກາດ​ໃຫ້​ແກ່​ການ​ປົກ​ປັກ​ຮັກສາ ແລະ ພັດທະນາ​ແຫຼ່ງ​ມໍລະດົກ​ໂລກ​ຂອງ ​ສປປ ລາວ ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ; ເອົາໃຈໃສ່​ປັບປຸງ​ຂອດ​ບໍລິການ, ການ​ເປັນ​ເຈົ້າ​ຂອງ​ເຮືອນ​ທີ່​ດີ​ໃນ​ການ​ຕ້ອນຮັບ​ແຂກ​ບ້ານ​ແຂກເມືອງ, ການ​ເປັນແບບຢ່າງ​ທີ່​ດີ​ໃນ​ການ​ໃຫ້​ຄຳ​ແນະນຳ ແລະ ເຜີຍແຜ່​ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ ເພື່ອ​ສ້າງ​ໃຫ້​ທຸກ​ຄົນ​ເປັນ​ທູດ​ວັດທະນະທຳ ທີ່​ດີ ແລະ ເສີມ​ຂະຫຍາຍ​ພູມ​ປັນຍາ, ຫົວຄິດ​ປະດິດ​ສ້າງ ນຳ​ເອົາ​ຄຸນຄ່າ​ເພີ່ມ​ເຂົ້າ​ໃສ່​ຜະລິດ​ຕະ​ພັນ​ພື້ນເມືອງ ເພື່ອ​ຍົກ​ລະດັບ​ຄຸນຄ່າ​ຜະລິດ​ຕະ​ພັນ​ວັດທະນະທຳທ້ອງຖິ່ນ ໃຫ້​ເກີດ​ຜະລິດ​ຕະ​ພັນ​ພາຍ​ໃນ​ທີ່​ຫຼາກ​ຫຼາຍ ແລະ ມີ​ຄຸນຄ່າ​ສູງ​ຂຶ້ນ, ໂອກາດ​ຮັບ​ເອົາ ໃບຢັ້ງຢືນ​ໄຫ​ຫີນ​ເປັນ​ມໍລະດົກ​ໂລກໃນ​ຄັ້ງ​ນີ້, ທ່ານ ບຸນ​ຈັນ ສີ​ວົງ​ພັນ ເຈົ້າ ແຂວງ​ຊຽງ​ຂວາງ ໄດ້​ມີ​ຄຳ​ເຫັນ​ວ່າ: ທົ່ງ​ໄຫ​ຫີນ ເປັນ​ເອກະລັກ​ທີ່ ​ເປັນ​ມິ່ງຂວັນ​ຊາວ​ເມືອງ​ພວນທີ່​ຍືນ​ຍົງ​ຄົງ​ຢູ່​ຄູ່​ແຜ່ນດິນ​ຊຽງຂວາງ​ນັບ​ເປັນ​ເວລາ​ພັນໆ ປີ​ມາ​ແລ້ວ, ຕະຫຼອດ​ໄລຍະ​ 20 ກວ່າ​ປີ ທີ່ລັດຖະບານແຫ່ງ ສປ​ປ ລາວ ແລະ ອົງການ​ອຸຍແນັດ ​ສະ​ໂກ ໄດ້​ຮ່ວມ​ມື​ກັນ​ໃນ​ການ​ດຳເນີນ​ການ​ສຶກ​ສາ, ຄົ້ນຄວ້າ ແລະ ວາງ​ແຜນ ໃນ​ການ​ປົກ​ປັກ​ ຮັກສາ​ມໍລະດົກ​ວັດທະນະທຳ ອັນ​ລ້ຳ​ຄ່າ​ດັ່ງກ່າວ ຈົນ​ມາ​ເຖິງ​ວັນ​ທີ 10 ກໍລະກົດ 2019 ໄຫ​ຫີນ​ແຂວງ​ຊຽງ​ຂວາງ ໄດ້​ຖືກ​ຮັບຮອງ​ໃຫ້​ເປັນ​ມໍລະດົກ​ໂລກ​ແຫ່ງ​ທີ 3 ຂອງ ​ສປປ ລາວ ຢ່າງ​ເປັນທາງ​ການ ເຊິ່ງ​ໄດ້​ເປັນ​ກຽດ​ສັກ​ສີ​ອັນ​ສູງ​ສົ່ງ​ຂອງ​ຊາດ​ລາວ ຢູ່​ໃນ​ເວທີ​ສາກົນ ແລະ ພາກ​ພື້ນ, ໄດ້​ເຮັດ​ໃຫ້​ຊື່​ສຽງ​ຂອງ​ປະເທດ​ລາວ​ໂດ່ງ​ດັງ​ໄປ​ທົ່ວ​ໂລກ ເຮັດ​ໃຫ້​ຊາວ​ໂລກ​ສົນໃຈ​ຢາກ​ມາ​ທ່ອງ​ທ່ຽວ ​ສປ​ປລາວ ເພີ່ມ​ຂຶ້ນ, ນາມມະຍົດ​ມໍລະດົກ​ໂລກ ມີ​ຄຸນຄ່າ​ຍອດ​ຍິ່ງ ແລະ ເປັນ​ແຮງ​ດຶງ​ດູດ​ການ​ລົງທຶນ, ການ​ຮ່ວມ​ມື​ຈາກ​ສາກົນ ເຊິ່ງ​ໄດ້​ເປັນ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ ເຂົ້າ​ໃນ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ, ທັງ​ເປັນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາເຜົ່າ ເຮັດ​ໃຫ້​ຫຼຸດ​ພົ້ນ​ຈາກ​ຄວາມທຸກ​ຍາກ​ເທື່ອ​ລະ​ກ້າວນະ​ໂອກາດ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ນີ້, ຂ້າພະເຈົ້າຕາງໜ້າ​ຄະນະ​ພັກ, ອົງການ​ປົກຄອງ ແລະ ປະຊາຊົນ​ບັນດາເຜົ່າ​ແຂວງ​ຊຽງ​ຂວາງ ຂໍ​ຮັບ​ເອົາ​ພາລະ​ໜ້າທີ່ ແລະ ຄວາມ​ຮັບຜິດຊອບ ອັນ​ມີ​ກຽດ​ສະຫງ່າ ທັງ​ໝົດ​ເຫຼົ່າ​ນີ້ ແລະ ຂໍ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ: ຈະ​ປົກ​ປັກ​ຮັກສາ ແລະ ພັດທະນາ​ມູນ​ມໍລະດົກ​ອັນ​ລ້ຳ​ຄ່າ ທີ່​ປູ່​ຍ່າ​ຕາ​ຍາຍ ແລະ ບັນ​ພະ​ບູ​ລຸດ​ຂອງ​ພວກ​ເຮົາໄດ້​ສ້າງ​ໄວ້ ໃຫ້​ມີ​ຄວາມ​ຍືນ​ຍົງຕະຫຼອດ​ໄປ, ພ້ອມ​ກັນ​ເສີມ​ຂະຫຍາຍ ແລະ ນຳ​ໃຊ້​ທ່າແຮງ​ທາງ​ດ້ານ​ຊັບພະຍາກອນ​ວັດທະນະທຳ​ຂອງ​ຊາດ​ແຫ່ງ​ນີ້ ໃຫ້​ກາຍເປັນ​ຊັບພະຍາກອນ​ການທ່ອງທ່ຽວ ແລະ ເປັນ​ທ່າແຮງ​ທາງ​ດ້ານ​ເສດຖະກິດ​ແບບ​ຍືນ​ຍົງຂອງ​ແຂວງ​ຊຽງ​ຂວາງ ກໍ​ຄືຂອງ​ຊາດລາວ. ຂ່າວ-ພາບ: ສຸພາ​ສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ