

![]()
ລັດຖະບານ ນູແວນເຊລັງ ແລະ ພັກຝ່າຍຄ້ານ ລົງນາມສັນຕິພາບພາຍໃນປະເທດ
ເວລາອອກຂ່າວ: 2022-11-30 08:53:45 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 339634917 | ຄວາມນິຍົມ:
ສຳນັກຂ່າວໃຫ້ຮູ້ເມື່ອວັນທີ 28 ພະຈິກນີ້ວ່າ: ຄະນະຜູ້ແທນ
ລັດຖະບານນູແວນເຊລັງ ແລະ ຄະ ນະຜູ້ແທນຝ່າຍຄ້ານໄດ້ດຳເນີນການສົນທະນາຢູ່ນະຄອນຫຼວງເມັກຊິກ ແລະ ສອງຝ່າຍໄດ້ລົງນາມຂໍ້ຕົກລົງເປັນໄລຍະ.
ຕາມຂໍ້ຕົກລົງ, 2 ຝ່າຍໄດ້ສະ ເໜີບັນດາມາດຕະການຮັບປະ ກັນຊີວິດສັງຄົມ, ໃນນັ້ນມີການເພີ່ມທະວີລະບົບສາທາລະນະສຸກແຫ່ງຊາດ, ເພີ່ມທະວີຄວາມໝັ້ນຄົງຂອງລະບົບໄຟຟ້າ, ຜັນຂະຫຍາຍບັນດາໂຄງການຮັບ ປະກັນສະບຽງອາຫານ ແລະ ເອົາໃຈໃສ່ເຖິງພື້ນຖານໂຄງລ່າງການສຶກສາ.
ສອງຝ່າຍຍັງໄດ້ເຫັນດີສ້າງ ຕັ້ງຄະນະກຳມະການພິເສດເພື່ອ
ຮ່ວມມືກັບກອງທຶນຢູ່ຕ່າງປະ ເທດ ທີ່ກຳລັງປະເຊີນກັບໄພຂົ່ມຂູ່ຈາກພາຍນອກ, ໂດຍຈະມີການປະສານງານ ແລະ ກວດກາໂດຍພະນັກງານທີ່ອົງ ການສະຫະປະຊາຊາດ ແລະລັດຖະບານນອກແວ ເຂົ້າຮ່ວມການໄກ່ເກ່ຍ.
ທ່ານ ມາດູໂຣ ປະທານາທິບໍດີ ນູແວນເຊລັງ ກ່າວຜ່ານສື່ສັງຄົມອອນລາຍຫຼັງການລົງນາມວ່າ: ການລົງນາມໃນຂໍ້ຕົກລົງນີ້ເປັນການເປີດໜ້າໃໝ່ໃຫ້ແກ່ ນູແວນ ເຊລັງ ແລະ ຈະສືບຕໍ່ຊຸກຍູ້ສັນຕິ ພາບແຫ່ງຊາດ ແລະ ສະຫວັດດີການສັງຄົມ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ