

![]()
ປະທານສະພາ ອີຢູ ມີແຜນຢ້ຽມຢາມຈີນ
ເວລາອອກຂ່າວ: 2022-11-30 08:51:20 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 339634920 | ຄວາມນິຍົມ:
ຕາມຂ່າວຊິນຮວາໃຫ້ຮູ້ວ່າ: ອິງຕາມຄຳເຊີນຂອງ ທ່ານ ສີຈິ້ນຜິງ ປະທານປະເທດແຫ່ງ ສປປ ຈີນ, ທ່ານ ຊາລີ ມິກໂຄ ປະທານສະພາເອີຣົບ ຈະຢ້ຽມຢາມຈີນໃນວັນທີ 1 ທັນວານີ້.
ປະທານສະພາເອີຣົບຈະຢ້ຽມຢາມຈີນ ແມ່ນການພົບປະ
ຄັ້ງທຳອິດລະຫວ່າງຜູ້ນຳຂອງຈີນ ແລະ ສະຫະພາບເອີຣົບ ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນ
ທົ່ວປະເທດຄັ້ງທີ 20 ຂອງພັກ
ກອມມູນິດຈີນ ແລະ ການພົບປະ ດັ່ງກ່າວ, ການນຳສອງຝ່າຍຈະມີການແລກປ່ຽນຄວາມຄິດຄວາມເຫັນຢ່າງເລິກເຊິ່ງກ່ຽວກັບການພົວພັນຈີນ-ອີຢູ, ບັນຫາສາກົນ ແລະ ພາກພື້ນທີ່ມີຄວາມສົນໃຈຮ່ວມກັນ.
ທ່ານ ຈາວຫຼີຈຽນ ໂຄສົກກະຊວງການຕ່າງປະເທດຈີນໃຫ້ຮູ້ວ່າ, ຈີນ ຖືເປັນສຳຄັນການພັດທະ ນາການພົວພັນກັບເອີຣົບ ແລະຍິນດີເພີ່ມທະວີການພົວພັນທາງຍຸດທະສາດກັບຝ່າຍເອີຣົບ ໂດຍຜ່ານການຢ້ຽມຢາມຄັ້ງນີ້, ສ້າງຄວາມເຫັນດີເຫັນພ້ອມ, ຮ່ວມກັນຊຸກຍູ້ການພັດທະນາແບບຍືນຍົງ, ຄວາມໝັ້ນຄົງ ແລະ ສະ ຖຽນລະພາບຂອງການພົວພັນຈີນ-ອີຢູ, ຫຼີກລ້ຽງສະຖານະການສາກົນທີ່ສັບສົນ ແລະ ຄວາມວຸ້ນວາຍຕ່າງໆ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ