ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ນໍ້າໃຈ​ຈາກ ສະມາຄົມ​ນັກທຸລະກິດ​ແຂວງ​ວຽງ​ຈັນ ສູ່​ກອງ​ບັນຊາ​ການ​ທະຫານ​ເມືອງ​ວຽງ​ຄຳ
ເວລາອອກຂ່າວ: 2022-11-25 08:59:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 304 | ຄວາມນິຍົມ:



ວັນ​ທີ 17 ພະຈິກ 2022 ນີ້, ສະມາຄົມ​ນັກທຸລະກິດແຂວງ​ ວຽງ​ຈັນ ໄດ້​ນຳ​ເອົາຫີນ-ຊາຍ, ໄມ້​ແປ​ຮູບ ແລະ ເຄື່ອງພີມເອກະສານ ມາ​ມອບ ​ໃຫ້​ກອງບັນຊາການທະ ຫານເມືອງ​ວຽງ​ຄຳ ແຂວງ​ວຽງ​ຈັນ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ກົມ​ກອງ​ໃຫ້​ມີ​ໂສມ​ໜ້າ​ອັນ​ໃໝ່, ໃນ​ນັ້ນ, ທ່ານ ສົມ​ຫວັງ ກົງ​ພັກດີ ປະກອບສ່ວນ​ຫີນ-ຊາຍ ຈຳນວນ 2 ລົດ ມູນ​ຄ່າ 1.300.000 ກີບ, ທ່ານ ກີມ​ເພັດ ຂຸດ​ຄົ້ນ​ຫີນ-ຊາຍ ປະກອບສ່ວນ​ຫີນ-ຊາຍ ມູນ​ຄ່າ 2.000.000 ກີບ, ທ່ານ ສົມ​ສະ​ນິດ ສີຄຳ​ແພງ ຫົວໜ້າ​ບໍລິສັດ​ລາວ ອົດ​ຊີ ປະ ກອບ ສ່ວນ​ໄມ້​ແປ​ຮູບ​ຈຳນວນ 2 ຄີວ ມູນ​ຄ່າ 6.400.000 ກີບ ແລະ ທ່ານ ສົມພານ ວັນ​ລະດີ ມອບເຄື່ອງພີມເອກະສານ 1 ໜ່ວຍ ມູນ​ຄ່າ 5.000.000 ກີບ. ກ່າວ​ຮັບ​ເຄື່ອງ​ດັ່ງກ່າວ​ໂດຍ​ສະຫາຍ ພັນ​ໂທ ວົງສາ ພີມ​ມະ​ວົງ ຫົວໜ້າ​ການເມືອງ​ ກອງ​ບັນຊາ​ການ​ທະຫານ​ເມືອງ​ວຽງ​ຄຳ ພ້ອມ​ ດ້ວຍ​ຄະນະ ພ້ອມ​ທັງ​ໄດ້ຕາງໜ້າ ​ຄະນະ​ພັກ-ຄະນະ​ບັນຊາ​ກົມ​ກອງ ກ່າວ​ສະແດງ​ຄວາມ​ຂອບໃຈຕໍ່​ສະມາຄົມ​ນັກທຸລະກິດ ແຂວງ​ວຽງ​ຈັນ ທີ່​ໄດ້​ແບ່ງປັນ​ນ້ຳໃຈໃຫ້ ການ​ຊ່ວຍເຫຼືອ​ທາງ​ດ້ານ​ວັດຖຸ​ປັດ​ໄຈ​ແກ່​ກອງ​ບັນຊາ​ການ​ທະ ຫານ​ເມືອງ​ວຽງ​ຄຳ​ຄັ້ງ​ນີ້, ເຊິ່ງ​ເປັນ​ການ​ປະກອບສ່ວນ​ອັນ​ສຳ ຄັນ​ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ກໍ​ຄືການ​ປັບປຸງ​ພັດທະນາ​ກອງ​ບັນຊາ​ການ, ໂດຍ​ສະເພາະ​ປະ ກອບສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ​ສະໂມສອນ​ຂອງ​ກົມ​ກອງ, ພ້ອມ​ທັງ​ກ່າວ​ຢືນຢັນ​ວ່າ: ຈະ​ນຳ​ໃຊ້​ວັດຖຸດັ່ງກ່າວ​ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ ແລະ ອວຍພອນ​ໃຫ້​ແຕ່​ລະ​ສະຫາຍ ປະສົບ​ຜົນສຳເລັດ​ໃນ​ການ​ດຳເນີນ​ທຸລະ​ກິດ, ມີ​ຄວາມ​ຈະເລີນ​ກ້າວໜ້າ ແລະ ເຕີບໃຫຍ່​ ຂະຫຍາຍຕົວ​ຂຶ້ນເລື້ອຍໆ, ຈາກ​ ນັ້ນ, ກໍ​ໄດ້​ມອບ​ໃບ​ກຽດຕິຄຸນໃຫ້ ບັນດາ​ນັກທຸລະກິດ ທີ່ໄດ້ປະກອບ ສ່ວນອຸປະຖຳ​ໃນ​ຄັ້ງ​ນີ້​ອີກ​ດ້ວຍ. ໂດຍ: ຈັນທະ​ຈອນ ສີສະ​ເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ