ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງ​ປະຊຸມ​ສະຫຼຸບ​ຖອດ​ຖອນ​ບົດຮຽນ​ວຽກ​ງານ​ ກົດໝາຍ​ທົ່ວ​ກອງທັບ ຄັ້ງ​ທີ I
ເວລາອອກຂ່າວ: 2022-11-25 08:57:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 325 | ຄວາມນິຍົມ:



ໃນ​ວັນ​ທີ 24 ພະຈິກ 2022 ນີ້, ກົມ​ກົດໝາຍກະຊວງປ້ອງກັນປະເທດ​ໄດ້ຈັດ​ກອງ​ປະຊຸມ​ສະຫຼຸບ​ຖອດ​ຖອນ​ບົດຮຽນ​ວຽກ​ງານກົດໝາຍ​ທົ່ວ​ກອງທັບ ຄັ້ງ​ທີ I ຂຶ້ນ​ຢູ່​ສະໂມສອນ​ຫ້ອງ​ວ່າການ​ກະຊວງ​​ປ້ອງ​ກັນ​ປະເທດ. ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ປະທານ​ຂອງ​ສະຫາຍ ພົນ​ໂທ ​ປອ ທອງ​ລອຍ ສິລິ​ວົງ ກຳມະການ​ສູນ​ກາງພັກ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ຄະນະ ນຳກະຊວງ, ຄະນະ​ນຳ​ກົມໃຫຍ່, ຫ້ອງ​ວ່າການ​ກະຊວງ, ບັນດາກົມກອງອ້ອມຂ້າງ, ພະນັກງານ​-ນັກຮົບ​ທົ່ວ​ກົມ​ກົດໝາຍ​ເຂົ້າຮ່ວມ. ສະຫາຍ ພົນ​ຈັດຕະວາ ກັນ​ທອງ ສຸກ​ເລືອງ​ຄຳ ຫົວໜ້າ​ກົມ​ກົດໝາຍ​ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບ​ວຽກ​ງານ​ກົດໝາຍ 5 ປີ ຜ່ານ​ມາ ແລະ ທິດ​ທາງ​ແຜນການ 5 ປີ​ ຕໍ່ໜ້າ​ວ່າ​ໃນ​ໄລຍະ​ຜ່ານ​ມາ​ກົມ​ກົດໝາຍ​ໄດ້​ມີ​ຜົນສຳເລັດ​ຫຼາຍ​ດ້ານ​ໂດຍ​ສະເພາະ​ການ​ສ້າງ, ການ​ປັບປຸງກົດໝາຍ ແລະ ນິຕິ​ກຳ​ລຸ່ມ​ກົດໝາຍ​ຍ້ອນ​ໄດ້​ຮັບ​ການ​ນຳພາ​ຊີ້​ນຳ​ໂດຍ​ກົງ​ຮອບດ້ານ​ຈາກ​ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ຫ້ອງ​ວ່າການກະ ຊວງໄດ້​ພົວພັນ​ປະສານ​ສົມທົບ​ ຢ່າງ​ສະໜິດແໜ້ນກັບກົມວິຊາ​ ການ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ, ໄດ້​ມີ​ການ​ແຕ່ງຕັ້ງ​ຄະນະ​ຮັບຜິດຊອບ​ສ້າງ​ນິຕິ​ກຳ ແລະ ງົບປະມານ​ຮັບ​ໃຊ້​ຈຶ່ງ​ເຮັດ​ວຽກ​ ງານ​ດັ່ງກ່າວ​ສຳເລັດ​ຕາມ​ຈຸດປະ ສົງ ແລະ ຄາດໝາຍ​ທີ່​ວາງໄວ້. ວຽກ​ງານ​ກົດໝາຍ​ຢູ່​ໃນ​ກອງທັບ​ແມ່ນ​ວຽກ​ງານ​ວິຊາ​ສະເພາະ​ໜຶ່ງ ​ທີ່​ສຳຄັນ​ເຮັດ​ໜ້າທີ່​ເປັນ​ເສນາ​ທິ​ການ​ໃນ​ການ​ຄົ້ນ​ຄ້ວ​​າ, ສ້າງ, ປັບປຸງ​ກົດໝາຍ ແລະ ນິຕິ​ກຳ​ລຸ່ມ​ກົດໝາຍ​ໃນ​ຂົງເຂດ​ວຽກ​ງານ​ປ້ອງ​ກັນ​ຊາດ, ກວດກາ​ຄວາມ​ສອດຄ່ອງ​ທາງ​ດ້ານ​ກົດໝາຍ ແລະ ປະ​ເມີນ​ຜົນ​ກະທົບ​ກ່ຽວ​ກັບ​ຮ່າງ​ນິຕິ​ກຳ​ຕ່າງໆຂອງ​ກຳ ລັງ​ຫຼວງ ແລະ ກຳລັງ​ທ້ອງຖິ່ນ ໂຄສະນາ​ເຜີຍແຜ່​ກົດໝາຍ​ສ້າງ​ສະຕິ, ເຄົາລົບ ແລະ ປະຕິບັດ​ກົດໝາຍ​ໃຫ້​ພະນັກງານ-ນັກຮົບ ​ໃນ​ທົ່ວ​ກອງທັບ ແລະ​ ປະຕິບັດຕາມ​ຄຳ​ຕັດສິນ​ຂອງ​ສານ​ໃນ​ການຈັດຕັ້ງ​ປະຕິບັດ​ຄຳ​ສັ່ງ, ຄຳ​ຊີ້​ຂາດ, ຄຳ​ຕັດສິນ ແລະ ຄຳພິ ພາກສາ​ຂອງ​ສານ​ທະຫານ​ທີ່​ໃຊ້​ໄດ້​ຢ່າງ​ເດັດຂາດ​ເພື່ອ​ຟຶ້ນ​ຟູ​ສິດ ແລະ ຜົນ​ປະໂຫຍດ​ອັນ​ຊອບທຳ​ຂອງ​ນາຍ ແລະ ພົນທະຫານ, ຂອງ​ລັດ, ລວມ​ໝູ່ ແລະ ພົນລະເມືອງ, ຮັບປະກັນ​ຄວາມ​ຖືກຕ້ອງ, ໂປ່ງ​ໃສ ແລະ ຍຸຕິ​ທຳ​ໃນ​ທົ່ວ​ກອງທັບ ກໍຄື​ຄວາມ​ສະຫງົບ ແລະ ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ຂອງ​ສັງຄົມ. ໃນ​ໄລຍະ​ຜ່ານ​ມາ​ໄດ້​​ຄົ້ນ​ຄວ້​​າ, ເກັບ​ກຳ​ຂໍ້​ມູນ, ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ນິຕິ​ກຳ ແລະ ກົດໝາຍ​ຕາມການ ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ​ໂດຍ ສະເພາະ​ການ​ຄົ້ນ​ຄວ້າ​ສ້າງ ແລະ ປັບປຸງ​ກົດໝາຍ, ນິຕິ​ກຳ​ລຸ່ມ​ກົດໝາຍ​ໃນ​ຂົງເຂດ​ປ້ອງ​ກັນ​ຊາດທັງ​ໝົດ​ຈຳນວນ 146 ສະບັບ, ຄົ້ນ​ຄວ້​​າ​ປະກອບ​ຄຳ​ເຫັນ​ໃສ່​ບັນດາ​ສັນຍາ​ຮ່ວມ​ມື ແລະ ສັນຍາ​ຮ່ວມ​ທຸລະ​ກິດ​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະເທດ​ກັບ​ບັນດາ​ປະເທດ​ເພື່ອນ​ຍຸດ​ທະ​ສາດ​ຈຳນວນ 23 ສະບັບ, ຄົ້ນ​ຄວ້​​າໄກ່​ເກັ່ຍ, ແກ້​ໄຂ​ຄຳ​ຮ້ອງທຸກ​ຕາມ​ການ​ມອບ​ໝາຍ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ຈຳນວນ 37 ເລື່ອງ ສາມາດ​ແກ້​ໄຂ​ສຳເລັດ​ແລ້ວ 30 ເລື່ອງ. ຄົ້ນ​ຄວ້​​າ, ເກັບ​ກຳ​ຂໍ້​ມູນ​ກ່ຽວ​ກັບ​ການ​ອອກ​ນິຕິ​ກຳ​ລຸ່ມ​ກົດໝາຍ​ໃນ​ຂົງເຂດ​ປ້ອງ​ກັນ​ຊາດ​ທີ່​ກົດໝາຍ​ກຳນົດ​ໃຫ້​ມີ​ລະບຽບການ​ສະເພາະ​ຕ່າງຫາກ ແລະ ລາຍ​ງານ​ການຈັດ ຕັ້ງ​ປະຕິບັດ​ກົດໝາຍ​ໃນ​ຂົງເຂດ​ຄວາມ​ຮັບຜິດຊອບ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ, ​ເພື່ອ​ລາຍ​ງານ​ໃຫ້​ກຳມາ​ທິ​ການ ​ປກຊ-​ປກສ, ກອງ​ເລຂາ​ສະພາ​ແຫ່ງ​ຊາດ, ກົມ​ກົດໝາຍ​ກະຊວງ​ຍຸຕິ​ທຳ ແລະ ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ, ເຂົ້າ​ຮ່ວມ​ຕິດ ຕາມ​ກອງ​ປະຊຸມ​ສະໄໝ​ສາມັນ​ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ 8, ຄົ້ນຄວ້າ ແລະ ຕອບ​ຄຳ​ຖາມ​ແກ້​ໄຂ​ຂໍ້​ຂ້ອງ​ໃຈ​ຂອງ​ປະຊາຊົນ​ຈາກ ​ສາຍ​ດ່ວນ​ສະພາ​ແຫ່ງ​ຊາດ ຈຳ ນວນ 25 ເລື່ອງ, ເຂົ້າ​ຮ່ວມ​ປຶກສາ​ຫາລື​ໜ່ວຍ​ງານ​ວິຊາ​ການ​ເພື່ອ​ປະສານ​ງານ ແລະ ຄົ້ນ​ຄວ້າ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ປະ​ເມີນ​ຄວາມ​ສ່ຽງ​ໃນ​ລະດັບ​ຊາດ​ກ່ຽວ​ກັບ​ການ​ຟອກ​ເງິນ ແລະ ສະໜອງ​ທຶນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ ຈຳນວນ 35 ຄັ້ງ, ໄດ້​ປະສານ​ສົມທົບ​ກັບ​ບັນນາທິການ​ ໜັງສືພິມ, ວາລະສານ​ປ້ອງ​ກັນ​ ຊາດ ແລະ ວິທະຍຸ-ໂທລະພາບ​ ກອງທັບຈັດ​ຕັ້ງ​ໂຄສະນາ​ເຜີຍແຜ່​ກົດໝາຍ​ທາງ​ສື່​ມວນ​ຊົນ ​ໂດຍ​ສະເພາະ​ໄດ້​ເປີດ​ຄໍ​ລຳ​ຮຽນ​ຮູ້​ກົດໝາຍ ເພື່ອ​ພັດທະນາ​ກອງທັບ​ລົງ​ໃນ​ໜ້າ​ໜັງສືພິມ​ກອງທັບ, ຂຽນ​ບົດ​ລົງ​ວາລະສານ​ປ້ອງ​ກັນ​ຊາດ ຈຳນວນ 20 ບົດ, ລົງ​ວາລະສານ​ວິທະຍາສາດ-ປະຫວັດສາດ​ການ​ທະຫານ​ຈຳນວນ 10 ບົດ, ລົງ​ໃນ​ໜ້າ​ໜັງສືພິມ​ກອງທັບ ຈຳນວນ 192 ສະບັບ. ໃນ 5 ປີຜ່ານມາ​ໄດ້​ຮັບ ແລະ ຄົ້ນຄວ້າ​ສຳນວນ​ຄະດີ​ທັງ​ໝົດ 296 ເລື່ອງ, ໃນ​ນີ້​ສາມາດ​ປະຕິບັດ​ສຳເລັດ ແລະ ອອກ​ຄຳ​ສັ່ງ​ປິດ​ສຳນວນ​ຄະດີ 66 ເລື່ອງ, ຄະດີ​ທີ່​ພວມ​ຈັດ​ຕັ້ງ​ປະຕິບັດ ຈຳນວນ 230 ເລື່ອງ, ຄະດີ​ທີ່​ບໍ່​ສາມາດ​ປະຕິບັດ​ໄດ້ ຈຳ ນວນ 12 ເລື່ອງ. ສາມາດ​ເກັບ​ກູ້​ເງິນ​ປັບ​ໃໝ, ເງິນ​ທາງແພ່ງ​ຂອງ​ລັດ ແລະ ພົນລະເມືອງ, ນອກ​ນັ້ນ​ຍັງ​ສາມາດ​ເກັບກູ້ທ້ອນ ໂຮມ​ຊັບ​ສິນວັດຖຸເງິນຄຳຈຳນວນ​ໜຶ່ງ​ສົ່ງ​ໃຫ້​ລັດ ແລະ ພົນລະເມືອງຕາມ​ຄຳ​ຕັດສິນ​ຂອງ​ສານ. ໃນ​ກອງ​ປະຊຸມ​ຍັງ​ໄດ້​ຮັບ​ຟັງ ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຈາກ​ຜູ້​ແທນ​ກອງ​ປະຊຸມ. ກອງ​ປະຊຸມ​ຈະ​ດຳເນີນ​ເປັນ​ເວລາ 2 ວັນ​ຈຶ່ງ​ສຳເລັດ. ໂດຍ: ຄຳ​ປ໋ອກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ