ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການກະກຽມສະໜາມ​ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ “ລາ​ໂຣດ 2022” ສຳເລັດ​ແລ້ວ 99%
ເວລາອອກຂ່າວ: 2022-11-25 08:54:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 328 | ຄວາມນິຍົມ:



ໃນ​ວັນ​ທີ 24 ພະຈິກ 2022 ນີ້, ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະເທດ, ຫົວໜ້າກົມ​ໃຫຍ່ເສນາທິການກອງທັບ ພ້ອມ​ຄະນະ​ໄດ້​ລົງ​ກວດກາ​ສະໜາມຫັດແອບ ເພື່ອກະກຽມຄວາມພ້ອມ​ໃຫ້​ແກ່​ການ​ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ “ລາ​ໂຣດ 2022” ທີ່​ແຂວງ​ຊຽງ​ຂວາງ. ໂດຍ​ມີ​ຄະນະ​ຊີ້​ນຳ​ພາກ​ສະໜາມ, ບັນດາ​ອາ​ນຸ​ກຳມະການ​ພາກ​ສະໜາມ​ທຸກ​ພາກສ່ວນ​ເຂົ້າ​ຮ່ວມ. ສະຫາຍ ພົນ​ຕີ ພັນແສງ ບຸນ​ພັນ ຮອງ​ຫົວໜ້າ​ກົມ​ໃຫຍ່ເສນາ ​ທິ​ການ​ກອງທັບ, ຮອງ​ຫົວໜ້າຄະນະ​ຊີ້​ນຳ​ລວມ​ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ “ລາ​ໂຣ໌​​ສ 2022” ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ມາ​ຮອດ​ປັດຈຸບັນ​ນີ້​ສະໜາມ​ເຝິກແອບ​ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ “ລາ​ໂຣດ 2022” ມາ​ຮອດປັດຈຸບັນ​ແມ່ນ​ສຳເລັດ​ແລ້ວ 99%, ສ່ວນ​ວຽກ​ງານຮັບປະກັນອື່ນໆ ບໍ່​ວ່າ​ຈະ​ເປັນ​ເຮືອນ​ພັກ​ເຊົ່າ, ເຮືອນຄົວ, ຫ້ອງ​ປະຊຸມ, ຫ້ອງນອນ, ເນື້ອ​ໃນ​ຫົວ​ບົດໃນ​ການ​ຫັດແອບ, ວຽກ​ງານພາລາ​ທິ​ການ, ວຽກ​ງານ​ເຕັກນິກ ພື້ນຖານ​ແມ່ນ​ສາ ມາດ​ຮັບປະກັນໃຫ້ການ​ຊ້ອມຮົບ​ ຄັ້ງ​ນີ້​ໄດ້​ຕາມ​ແຜນການທີ່ວາງ​ໄວ້, ວຽກ​ງານ​ປ້ອງ​ກັນ​ຮັກສາ​ ຄວາມ​ສະຫງົບໄດ້​ຈັດ​ວາງ​ກຳ ລັງ​ເຂົ້າ​ຕາມ​ຈຸດ​ຕາມ​ແຜນການ​ທີ່​ໄດ້​ອະນຸມັດ​ສຳເລັດ 100%, ວຽກ​ງານ​ການເມືອງ ໄດ້​ຈັດ​ຕັ້ງ​ໂຄ ສະນາ​ປະດັບ​ປະດາ, ຂ່າວສານ​ໜັງສືພິມ, ໂທລະພາບ ແລະ ອື່ນໆ ແມ່ນ​ມີ​ການເຄື່ອນໄຫວຢ່າງ​ຕັ້ງໜ້າ, ວຽກ​ງານ​ລົງ​ຮາກ​ຖານ​ການເມືອງ​ປະຊາຊົນ ​ເພື່ອ​ຍາດ​ແຍງ​ການ​ຊ່ວຍເຫຼືອ​ນຳ​ອຳນາດ​ການ​ປົກຄອງ, ພໍ່​ແມ່​ປະຊາຊົນ, ສະພາບ​ການເມືອງ ແລະ ແນວ​ຄິດ​ອ້າຍ​ນ້ອງ​ທຸກໆ ​ພາກສ່ວນ​ແມ່ນ​ມີ​ຄວາມ​ຈູບ​ຈ້າວ​ຫ້າວຫັນ, ມີ​ຄວາມ​ກະ​ຕື​ລື​ລົ້ນ​ຕໍ່​ວຽກງານ​ ຂອງ​ຕົນ​ເປັນ​ຢ່າງ​ດີ ແລະ ພ້ອມ ​ແລ້ວ​ທີ່​ຈະ​ເປີດ​ຊ້ອມຮົບຮ່ວມ ລາວ-ຣັດ​ເຊຍ “ລາ​ໂຣດ2022”. ໂອກາດ​ນີ້, ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ພ້ອມ​ດ້ວຍ​ຄະນະ​ກໍ​ໄດ້​ລົງ​ກວດກາເບິ່ງ​ ສະຖານທີ່​ແຕ່​ລະ​ບ່ອນ ວ່າ​ມີ​ຄວາມ​ພ້ອມ​ແລ້ວ ຫຼື ບໍ່, ພ້ອມນັ້ນ ​ຍັງ​ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມ ເຊີຍ​ຕໍ່​ບັນດາ​ສະຫາຍ​ຄະນະ​ຊີ້​ນຳ​ ແຕ່​ລະ​ຂັ້ນ ແລະ ໄດ້​ເນັ້ນ​ໜັກ​ໃຫ້​ແຕ່​ລະ​ພາກສ່ວນ​ຈົ່ງ​ພ້ອມ​ກັນ ສືບຕໍ່​ເອົາໃຈໃສ່​ປັບປຸງ​ສະຖານທີ່​ບາງ​ບ່ອນ​ທີ່​ບໍ່​ທັນ​ເໝາະ​ສົມ​ເຮັດ​ໄປ​ຕາມ​ແຜນທີ່​ໄດ້​ກຳນົດ​ໄວ້, ສ່ວນ​ການ​ຈັດ​ວາງ​ກ້ອນ​ກຳລັງ, ພາຫະນະ, ວຽກ​ງານ​ປະດັບ​ປະດາ, ຄວນ​ປັບປຸງ​ໃຫ້​ຖືກຕ້ອງ​ຕາມ​ການ​ຊີ້​ນຳ ແລະ ເອກະ​ພາບ​ໃນ​ແຕ່​ລະ​ຂັ້ນ​ຕອນ, ເຮັດ​ແນວໃດ​ໃຫ້​ຖືກຕ້ອງ​ຕາມ​ລະບຽບ​ຫຼັກການ, ຖືກ​ກັບ​ສະພາບ​ຕົວ​ຈິງ, ມີ​ຄວາມ​ສວຍ​ງາມ, ພ້ອມ​ນີ້ ຍັງ​ໄດ້​ຮຽກຮ້ອງ​ໃຫ້​ຄະນະ​ຊີ້​ນຳ ແລະ ອະນຸ​ກຳມະການ​ເນື້ອ​ໃນ​ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຈົ່ງ​ສືບຕໍ່​ເອົາໃຈໃສ່​ປະສານ​ສົມທົບ​ກັນ​ແໜ້ນ​ທາງ​ດ້ານ​ເນື້ອ​ໃນ​ຫົວ​ບົດ​ໃນ​ການ​ຫັດ​ແອບ​ພ້ອມ​ກັນ​ແກ້​ໄຂ​ບໍ່​ວ່າ​ຈະ​ເປັນ​ຂອດ​ປະສານ​ງານ​ໃນ​ການ​ພົວພັນ​ຮ່ວມ​ມື, ດ້ານ​ພາຫະ​ເຕັກນິກ, ຈຳນວນພົນ ແຕ່​ ລະ​ເຫຼົ່າ​ຮົບ​ຕ້ອງ​ເປັນ​ເຈົ້າ​ການຈັດຕັ້ງ​ປະຕິບັດ​ບັນດາ​ໜ້າ​ວຽກ​ຂອງ​ຕົນ​ໃຫ້​ສຳເລັດ, ບັນລຸ​ຕາມ​ຄາດໝາຍ ແລະ ຮັບປະກັນ​ໃຫ້​ມີ​ຄວາມ​ປອດ​ໄພ 100%. ໂດຍ: ອາ​ຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ