ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງ​ຜູ້​ບັນຊາ​ການ​ທະຫານ​ ເຂດ 5 ກອງທັບ​ປະຊາຊົນ​ຫວຽດນາມ ຢ້ຽມຢາມ ແລະ ອວຍພອນ ຄະນະນຳກອງ​ພົນ​ທີ 5
ເວລາອອກຂ່າວ: 2022-11-25 08:54:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 546 | ຄວາມນິຍົມ:



ໃນ​ວັນ​ທີ 23 ພະຈິກ 2022 ນີ້, ສະຫາຍ ພົນ​ຈັດຕະວາ ເຮືອ ວັນ​ເຕືອງ ຮອງ​ຜູ້​ບັນຊາ​ການ​ທະຫານ ​ເຂດ 5 ກອງທັບ​ປະຊາຊົນ​ຫວຽດນາມ ພ້ອມ​ຄະນະ ໄດ້​ຢ້ຽມຢາມ ແລະ ອວຍພອນ​ຄະນະ​ນຳ ກອງ​ພົນ​ທີ 5 ເນື່ອງ​ໃນ​ໂອກາດ​ວັນຊາດ ທີ 2 ທັນວາ ຄົບຮອບ 47 ປີ. ໂດຍ​ການ​ຕ້ອນຮັບ​ຂອງ ສະຫາຍ ພັນ​ເອກ ສີ​ປະເສີດ ເຜີຍ​ຄຳ​ສີງ ຫົວໜ້າ​ການເມືອງ​ກອງ​ພົນ​ທີ 5, ມີ​ຄະນະ​ພັກ-ຄະນະ​ບັນ ຊາ ອົງການ 5 ຫ້ອງ​ພ້ອມ​ດ້ວຍ​ພະນັກງານ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ໂອກາດ​ດັ່ງກ່າວ, ສະຫາຍພັນ​ເອກ ຂັນ​ທີ ສະໜາມ​ອຸ່ນ ຫົວໜ້າ​ການ​ທະຫານ​ ກອງ​ພົນ​ທີ 5 ໄດ້​ລາຍ​ງານ​ໂດຍ​ຫຍໍ້​ກ່ຽວ​ກັບ​ທີ່​ຕັ້ງ, ພາລະ​ບົດບາດ, ໜ້າທີ່ຮັບ ຜິດຊອບ​ຂອງ​ກົມ​ກອງໃນ​ໄລຍະ​ຜ່ານ​ມາ ເປັນຕົ້ນ​ແມ່ນ​ເຮັດ​ໃຫ້​ຂອບ​ເຂດ​ກົມ​ກອງ​ຮັບຜິດຊອບ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ, ພະນັກງານ-ນັກຮົບ ມີ​ຄວາມ​ອຸ່ນ ​ອຽນທຸ່ນ​ທ່ຽງ​ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ ສ້າງ​ໃຫ້​ກົມ​ກອງ​ມີ​ການ​ພັດທະນາ​ເປັນ​ກ້າວໆ. ພ້ອມນັ້ນ, ​ສະຫາຍ ຍັງ​ໄດ້​ຕີ​ລາຄາ​ສູງ ຕໍ່​ສາຍ​ພົວພັນ​ຮ່ວມ​ມື ລະຫວ່າງ ກອງ​ບັນຊາ​ການ​ທະຫານ​ເຂດ 5 ກອງທັບ​ປະຊາຊົນ​ຫວຽດນາມ ກັບ ກອງ​ພົນ​ທີ 5 ກອງທັບ​ປະຊາຊົນ​ລາວ ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ຫຼາຍ​ຂົງເຂດ​ວຽກ​ງານທີ່​ທັງ​ສອງ​ຝ່າຍ ໄດ້​ພ້ອມ​ກັນ​ຮ່ວມ​ມືຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ຕະຫຼອດ​ມາ. ສະຫາຍ ພົນ​ຈັດຕະວາ ເຮືອ ວັນ​ເຕືອງ ໄດ້​ສະແດງ​ຄວາມ​ຂອບໃຈຕໍ່​ ຄະນະ​ພັກ-ຄະນະ​ບັນຊາກອງ​ພົນ​ທີ 5 ທີ່​​ໃຫ້ການ​ຕ້ອນຮັບ ດ້ວຍ​ຄວາມ​ອົບ​ອຸ່ນ. ຈາກ​ນັ້ນ, ​ສະຫາຍ ​ຍັງ​ໄດ້​ຍົກ​ໃຫ້​ເຫັນ​ສະພາບ​ການ​ຂອງ​ໂລກ ແລະ ພາກ​ພື້ນ​ທີ່​ມີ​ການ​ຜັນ​ແປ​ໄປ​ຢ່າງ​ສັບສົນ ລວມ​ທັງ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ພະຍາດ​ໂຄ​ວິດ-19 ແຕ່​ເຖິງ​ຢ່າງໃດ​ກໍຕາມ​ຕໍ່​ສະພາບ​ການ​ດັ່ງກ່າວ ສອງ​ພັກ, ສອງ​ລັດສອງ​ຊາດ​ລາວ-ຫວຽດນາມ ຫວຽດນາມ-ລາວ​ຍັງ​ສືບຕໍ່ເພີ່ມ​ທະວີ​ຄວາມ​ສາມັກຄີຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ນັບ​ມື້​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ​ຂຶ້ນ​​ເລື້ອຍໆ ແລະ ເນື່ອງ​ໃນ​ໂອກາດ​ວັນຊາດ 2 ທັນວາ ຄົບຮອບ 47 ປີ​ທີ່​ຈະ​ໜູນ​ວຽນມາ​ເຖິງ ສະຫາຍ ​ໄດ້​ສະແດງ​ຄວາມ​ຢ້ຽມຢາມ​ຖາມ​ຂ່າວ ແລະ ອວຍພອນ​ໄຊ ມາ​ຍັງ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ພົນ​ທີ 5 ຕະຫຼອດ​ຮອດ​ພະນັກງານ-ນັກຮົບ, ພະນັກງານ​ອາວຸໂສ​ບຳນານ ຈົ່ງ​ ມີ​ສຸຂະພາບ​ແຂງແຮງ ປະສົບ​ຜົນສຳເລັດ​ໃນ​ໜ້າທີ່​ການ​ງານ ສືບຕໍ່​ຮັດ​ແໜ້ນ​ຄວາມ​ສາມັກຄີ ລະຫວ່າງ​ສອງ​ພັກ, ສອງ​ລັດ, ສອງ​ກອງ​ ທັງເວົ້າ​ລວມ ​ເວົ້າ​ສະເພາະ​ກໍ​ຄືກອງ​ບັນຊາ​ການ​ທະຫານ​ ເຂດ 5 ກອງທັບ​ປະຊາຊົນ​ຫວຽດນາມ ກັບ ກອງ​ພົນ​ທີ 5 ກອງທັບ​ປະຊາຊົນ​ລາວ ໃຫ້​ໝັ້ນ​ຄົງ ທະ​ນົງ​ແກ່ນ​ຕະຫຼອດ​ໄປ. ໂອກາດ​ດັ່ງກ່າວ, ສະຫາຍ​ຍັງ​ໄດ້​ມອບ​ເງິນ​ຈຳນວນ 1 ຕື້​ດົງ (ສະກຸນ​ເງິນ​ຫວຽດນາມ) ໃຫ້​ກອງ​ພົນ​ທີ 5 ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​​ວຽກ​ງານ​ຂອງ​ກົມ​ກອງ. ໂດຍ: ແສງ​ອາທິດ ສີດາ​ໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ