ຫົວໜ້າກົມໃຫຍ່ເຕັກນິກກອງທັບ ລົງມາຢ້ຽມຢາມ ແລະ ເຮັດວຽກຢູ່ກອງພົນທີ 2
ເວລາອອກຂ່າວ: 2022-11-25 08:52:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 247 | ຄວາມນິຍົມ:
ວັນທີ 17 ພະຈິກ 2022 ນີ້, ສະຫາຍ ພົນຕີ ປະສິດ ທ່ຽງທຳ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ໄດ້ລົງມາຢ້ຽມຢາມ ແລະ ເຮັດວຽກຢູ່ກອງພົນທີ2, ມີສະຫາຍ ພັນເອກ ຄຳດີ ໄຊຍະວົງ ຫົວໜ້າການທະຫານ ກອງພົນທີ 2, ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງພົນ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ທົ່ວກອງພົນທີ 2 ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ສະຫາຍ ພັນເອກ ທອງນູ ເຊັ່ງຫວ່າງ ຄະນະພັກກອງພົນ ຫົວໜ້າຫ້ອງເຕັກນິກກອງພົນທີ 2 ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ພ້ອມດ້ວຍຄະນະໃນນີ້, ພ້ອມທັງລາຍງານຫຍໍ້ການເຄື່ອນໄຫວ ໃນໄລຍະຜ່ານມາ ໃນການຄຸ້ມ ຄອງ, ບົວລະບັດສ້ອມແປງ, ປົກປັກຮັກສາ ແມ່ນສາມາດກຳແໜ້ນ ໄດ້ທາງດ້ານຊະນິດ, ຈຳນວນ, ຄຸນລັກສະນະ ແລະ ສະພາບເຕັກ ນິກ ຂອງພາຫະນະທີ່ໄດ້ປະກອບ ມີຄວາມສະດວກໃນການນຳໃຊ້ ແລະ ສ້ອມແປງ, ໄດ້ມີການສ່ອງ ແສງລາຍງານເຕັກນິກທົ່ວກອງ ພົນເປັນປະຈຳ. ຈາກນັ້ນ, ສະ ຫາຍຫົວໜ້າກົມໃຫຍ່ເຕັກນິກກອງທັບ ກໍໄດ້ມີຄຳຄິດຄຳເຫັນໂອ້ລົມກ່ອນ ອື່ນສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ກົມກອງຍາດມາໄດ້ໃນໄລຍະຜ່ານມາ ເປັນຕົ້ນແມ່ນວຽກງານເຮັດໃຫ້ກົມກອງມີຄວາມສະຫງົບໂດຍພື້ນຖານ. ພ້ອມນັ້ນ, ສະຫາຍກໍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນຈົ່ງພ້ອມກັນສືບຕໍ່ເຮັດສຳເລັດໜ້າທີ່ການເມືອງຂອງຕົນ, ເອົາໃຈໃສ່ຄຸ້ມຄອງ ແລະ ປົກປັກຮັກສາພາຫະນະເຄື່ອງປະກອບຂອງກົມກອງໃຫ້ດີສາມາດນຳໃຊ້ເຂົ້າໃນການເຄື່ອນໄຫວເຮັດໜ້າທີ່, ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ສະມາຊິກພັກ, ນັກຮົບມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດ ສິນທຳປະຕິວັດ, ສືບຕໍ່ຊີ້ນຳ-ນຳ ພາກົມກອງສ້າງໄດ້ນັກຮົບວັດ ທະນະທຳ, ກົມກອງວັດທະນະທຳ, ກົມກອງ 3 ປອດ ຕາມທິດນຳຂອງຂັ້ນເທິງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໃຫ້ມີໝາກຜົນສູງຂຶ້ນເທື່ອລະກ້າວ.
ໂດຍ: ຄຳຮັກ ໄຊວັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ