ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າ​ກົມ​ໃຫຍ່​ເຕັກນິກ​ກອງທັບ ລົງ​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ກອງ​ພົນ​ທີ 2
ເວລາອອກຂ່າວ: 2022-11-25 08:52:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 244 | ຄວາມນິຍົມ:



ວັນ​ທີ 17 ພະຈິກ 2022 ນີ້, ສະຫາຍ ​ພົນ​ຕີ ປະສິດ ທ່ຽງ​ທຳ ຫົວໜ້າ​ກົມ​ໃຫຍ່​ເຕັກນິກກອງທັບ ໄດ້​ລົງ​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ກອງ​ພົນ​ທີ2, ມີ​ສະຫາຍ ​ພັນ​ເອກ ຄຳ​ດີ ໄຊ​ຍະ​ວົງ ຫົວໜ້າ​ການ​ທະຫານ​ ກອງ​ພົນ​ທີ 2, ພ້ອມດ້ວຍ​ຄະນະ​ພັກ-ຄະນະບັນຊາ​ກອງ​ພົນ ຕະຫຼອດ​ຮອດ​​ພະນັກງານ​ຫຼັກ​ແຫຼ່ງ ທົ່ວ​ກອງ​ພົນ​ທີ 2 ໄດ້​ໃຫ້ການ​ຕ້ອນຮັບຢ່າງ​ອົບ​ອຸ່ນ. ສະຫາຍ ​ພັນ​ເອກ ​ທອງ​ນູ ເຊັ່ງ​ຫວ່າງ ຄະນະ​ພັກ​ກອງ​ພົນ ຫົວໜ້າ​ຫ້ອງ​ເຕັກນິກ​ກອງ​ພົນ​ທີ 2 ໄດ້​ສະແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ແລະ ຕີ​ລາຄາ​ສູງຕໍ່​ການ​ລົງເຄື່ອນ​ໄຫວຢ້ຽມຢາມ ແລະ ເຮັດ​ວຽກ ຂອງ ​ສະຫາຍ ​ພົນ​ຕີ ປະສິດ ທ່ຽງ​ທຳ ພ້ອມດ້ວຍຄະນະໃນນີ້, ພ້ອມທັງ​ລາຍ​ງານ​ຫຍໍ້ການເຄື່ອນໄຫວ ໃນ​ໄລຍະ​ຜ່ານ​ມາ ໃນ​ການ​ຄຸ້ມ​ ຄອງ, ບົວລະບັດ​ສ້ອມແປງ, ປົກປັກ​ຮັກສາ ແມ່ນສາມາດກຳແໜ້ນ​ ໄດ້​ທາງ​ດ້ານ​ຊະນິດ, ຈຳນວນ, ຄຸນລັກສະນະ ແລະ ສະພາບເຕັກ ນິກ ຂອງ​ພາຫະນະທີ່​ໄດ້ປະກອບ ​ມີ​ຄວາມສະດວກໃນການນຳໃຊ້ ແລະ ສ້ອມແປງ, ໄດ້​ມີການສ່ອງ ແສງ​ລາຍງານເຕັກນິກ​ທົ່ວ​ກອງ ​ພົນ​ເປັນປະຈຳ. ຈາກນັ້ນ, ສະ ຫາຍຫົວໜ້າກົມ​ໃຫຍ່​ເຕັກນິກ​ກອງທັບ ກໍ​ໄດ້​ມີ​ຄຳ​ຄິດ​ຄຳ​ເຫັນ​ໂອ້​ລົມກ່ອນ ​ອື່ນ​ສະຫາຍ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ ຕໍ່​ຜົນງານ​ທີ່​ກົມ​ກອງ​ຍາດ​ມາ​ໄດ້ໃນ​ໄລຍະ​ຜ່ານ​ມາ ເປັນຕົ້ນ​ແມ່ນ​ວຽກ​ງານ​ເຮັດ​ໃຫ້​ກົມ​ກອງ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ. ພ້ອມ​ນັ້ນ, ສະຫາຍ​ກໍ​ໄດ້​ເນັ້ນ​ໜັກ​ໃຫ້​ຄະນະພັກ-ຄະນະ​ບັນຊາ ແຕ່​ລະ​ຂັ້ນ​ຈົ່ງ​ພ້ອມ​ກັນ​ສືບຕໍ່​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ, ເອົາໃຈໃສ່​ຄຸ້ມ​ຄອງ ແລະ ປົກ​ປັກ​ຮັກສາພາຫະນະ​ເຄື່ອງ​ປະກອບຂອງ​ກົມ​ກອງ​ໃຫ້​ດີສາມາດ​ນຳ​ໃຊ້​ເຂົ້າ​ໃນ​ການເຄື່ອນໄຫວ​ເຮັດ​ໜ້າທີ່, ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ໃຫ້​ພະນັກງານ-ສະມາຊິກ​ພັກ, ນັກຮົບມີ​ແນວຄິດການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ ​ສິນ​ທຳ​ປະຕິວັດ, ສືບຕໍ່​ຊີ້​ນຳ-ນຳ ພາ​ກົມ​ກອງ​ສ້າງໄດ້​ນັກຮົບວັດ ທະນະທຳ, ກົມ​ກອງ​ວັດທະນະທຳ, ກົມ​ກອງ 3 ປອດ ຕາມ​ທິດ​ນຳ​ຂອງ​ຂັ້ນ​ເທິງ ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ໃຫ້​ມີ​ໝາກຜົນ​ສູງ​ຂຶ້ນ​ເທື່ອ​ລະ​ກ້າວ. ໂດຍ: ຄຳ​ຮັກ ໄຊ​ວັນ​ທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ