ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງຮ້ອຍ​ທະຫານ​ຊາຍ​ແດນ 255 ທະຫານ ແຂວງ​ບໍ​ລິ​ຄຳ​ໄຊ ຫວນ​ຄືນ​ມູນເຊື້ອ​ວັນ​ສ້າງຕັ້ງ​ເຫຼົ່າ​ຮົບ​ທະຫານ​ຊາຍ​ແດນ ຄົບຮອບ 10 ປີ
ເວລາອອກຂ່າວ: 2022-11-25 08:49:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 287 | ຄວາມນິຍົມ:



ໃນ​ຕົ້ນ​ເດືອນ ພະ​ຈິກ 2022 ນີ້, ກອງຮ້ອຍ​ທະຫານ​ຊາຍ​ແດນ 255 ທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ຈັດ​ຕັ້ງ​ຫວນ​ຄືນ​ມູນເຊື້ອ ວັນ​ສ້າງຕັ້ງ​ເຫຼົ່າ​ຮົບ​ທະຫານ​ຊາຍ​ແດນ​ ຄົບຮອບ 10 ປີ (ວັນ​ທີ 22 ຕຸລາ 2012-22 ຕຸລາ 2022 ) , ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຈັນ​ນີ ສີ​ສຸກ ຄະນະ​ພັກ​ກອງ​ບັນຊາ​ການ, ຫົວໜ້າ​ຫ້ອງການ​ບໍລິຫານ ທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ, ມີ​ຄະນະ​ຫ້ອງ​ ເສນາ​ທິ​ການ, ພະ​ແນກ​ທະຫານ​ຊາຍ​ແດນ ຕະຫຼອດ​ຮອດ ພະນັກງານ-ນັກຮົບ​ເຂົ້າ​ຮ່ວມ. ການຈັດຕັ້ງ​ຫວນ​ຄືນ​ມູນເຊື້ອ​ວັນ​ສ້າງຕັ້ງ​ເຫຼົ່າ​ຮົບ​ທະຫານ​ຊາຍ​ແດນໃນ​ຄັ້ງ​ນີ້ ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ມູນເຊື້ອ​ການ​ກຳເນີດ, ເຕີບ​ໃຫ​​ຍ່​ຂະຫຍາຍຕົວ ແລະ ຄວາມ​ເຂັ້ມ ແຂງຂອງ​ກຳລັງ​ເຫຼົ່າ​ຮົບ​ທະຫານ​ຊາຍ​ແດນ ແລະ ຜົນງານ, ໄຊ​ຊະ​​​ນະ, ຜົນສຳເລັດ​ຫຼາຍໆ​ດ້ານ ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ-ລັດ​, ຍົກ​ໃຫ້​ເຫັນ​ເຖິງ​ການ​ປັບປຸງ​ກໍ່ສ້າງ​ກຳລັງ​ທະຫານ​ຊາຍ​ແດນ ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການເມືອງ ແລະ ເຂັ້ມແຂງ​ທາງ​ດ້ານ​ການຈັດຕັ້ງ, ມີ​ລະບຽບ​ວິ​ໃນ ແລະ ທັນ​ສະໄໝ, ໄນ​ການ​ປົກ​ປັກ​ຮັກສາ​ຄຸ້ມ​ຄອງ​ປ້ອງ​ກັນ​ຊາຍ​ແດນໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ, ເປັນ​ລະບຽບ​ຮຽບ​ຮ້ອຍ​ດີ ແລະ ມີ​ຄວາມ​ໝັ້ນຄົງ, ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ປະຊາຊົນ​ບັນດາເຜົ່າ​ຕໍ່​ການ​ຊີ້​ນຳ-ນຳພາ​ຂອງ​ພັກ ແລະ ລັດຖະບານ​. ຈາກ​​​ນັ້ນ, ໄດ້​ຮັບ​ຟັງ​ບົດ​ສະຫຼຸບ​ຂອງ​ກົມ​ກອງ ເຊິ່ງ​​ຍົກ​ໃຫ້​ເຫັນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ການເມືອງ​ເປັນຕົ້ນ 4 ໜ້າ​ທີ່​ໃຫຍ່ 26 ແຜນ​ງານ​ທີ່ຄະນະພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ​ບວກ​ກັບ​ການ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເຮັດ​ໃຫ້​ພະນັກງານ-ນັກຮົບ​ ມີ​ຄວາມ​ອຸ່ນ​ອຽນ​ທຸ່ນ​ທ່ຽງ ແລະ ເຮັດ​ສຳເລັດ​ໜ້າ​ທີ່ ທີ່​ກົມ​ກອງ​ມອບ​ໝາຍ​ໃຫ້. ໃນໄລຍະດຽວກັນນັ້ນ ກອງຮ້ອຍທະຫານຊາຍແດນ 253 ກໍ່ໄດ້ຫວນຄືນມູນເຊືຶ້ອເຊັນດຽວກັນ. ໂດຍ: ສີ​ທອງ ຈັນທະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ