
ກອງຮ້ອຍທະຫານຊາຍແດນ 255 ທະຫານ ແຂວງບໍລິຄຳໄຊ ຫວນຄືນມູນເຊື້ອວັນສ້າງຕັ້ງເຫຼົ່າຮົບທະຫານຊາຍແດນ ຄົບຮອບ 10 ປີ
ເວລາອອກຂ່າວ: 2022-11-25 08:49:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 75 | ຄວາມນິຍົມ:
ໃນຕົ້ນເດືອນ ພະຈິກ 2022 ນີ້, ກອງຮ້ອຍທະຫານຊາຍແດນ 255 ທະຫານແຂວງບໍລິຄຳໄຊ ໄດ້ຈັດຕັ້ງຫວນຄືນມູນເຊື້ອ ວັນສ້າງຕັ້ງເຫຼົ່າຮົບທະຫານຊາຍແດນ ຄົບຮອບ 10 ປີ (ວັນທີ 22 ຕຸລາ 2012-22 ຕຸລາ 2022 ) ,
ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຈັນນີ ສີສຸກ ຄະນະພັກກອງບັນຊາການ, ຫົວໜ້າຫ້ອງການບໍລິຫານ ທະຫານແຂວງບໍລິຄຳໄຊ, ມີຄະນະຫ້ອງ
ເສນາທິການ, ພະແນກທະຫານຊາຍແດນ ຕະຫຼອດຮອດ ພະນັກງານ-ນັກຮົບເຂົ້າຮ່ວມ.
ການຈັດຕັ້ງຫວນຄືນມູນເຊື້ອວັນສ້າງຕັ້ງເຫຼົ່າຮົບທະຫານຊາຍແດນໃນຄັ້ງນີ້ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມເຂັ້ມ
ແຂງຂອງກຳລັງເຫຼົ່າຮົບທະຫານຊາຍແດນ ແລະ ຜົນງານ, ໄຊຊະນະ, ຜົນສຳເລັດຫຼາຍໆດ້ານ ໃນການຈັດຕັ້ງປະຕິບັດວຽກງານໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງພັກ-ລັດ, ຍົກໃຫ້ເຫັນເຖິງການປັບປຸງກໍ່ສ້າງກຳລັງທະຫານຊາຍແດນ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໃນ ແລະ ທັນສະໄໝ, ໄນການປົກປັກຮັກສາຄຸ້ມຄອງປ້ອງກັນຊາຍແດນໃຫ້ມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍດີ ແລະ ມີຄວາມໝັ້ນຄົງ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນບັນດາເຜົ່າຕໍ່ການຊີ້ນຳ-ນຳພາຂອງພັກ ແລະ ລັດຖະບານ. ຈາກນັ້ນ, ໄດ້ຮັບຟັງບົດສະຫຼຸບຂອງກົມກອງ ເຊິ່ງຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານການເມືອງເປັນຕົ້ນ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກບວກກັບການສຶກສາອົບຮົມການເມືອງ-ນຳພາແນວຄິດເຮັດໃຫ້ພະນັກງານ-ນັກຮົບ ມີຄວາມອຸ່ນອຽນທຸ່ນທ່ຽງ ແລະ ເຮັດສຳເລັດໜ້າທີ່ ທີ່ກົມກອງມອບໝາຍໃຫ້.
ໃນໄລຍະດຽວກັນນັ້ນ ກອງຮ້ອຍທະຫານຊາຍແດນ 253 ກໍ່ໄດ້ຫວນຄືນມູນເຊືຶ້ອເຊັນດຽວກັນ.
ໂດຍ: ສີທອງ ຈັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ