ກອງພັນໃຫຍ່ 605 ປິດຊຸດອົບຮົມ-ຫັດແອບ ປະຈຳປີ 2022
ເວລາອອກຂ່າວ: 2022-11-25 08:49:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 246 | ຄວາມນິຍົມ:
ໃນວັນທີ 23 ພະຈິກ 2022 ນີ້, ກອງພັນໃຫຍ່ 605 ໄດ້ປິດ ຊຸດອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກ ປະຈຳປີ 2022 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງແກ້ວ ວົງພິລາ ຫົວໜ້າກົມປືນໃຫຍ່ໜ້າດິນ, ກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນເອກ ປະເສີດ ທ່ຽງທຳ ຫົວໜ້າການທະຫານກອງພັນໃຫຍ່ 605, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກົມກອງຕະຫຼອດຮອດພະນັກງານ-ນັກ ຮົບເຂົ້າຮ່ວມ.
ສະຫາຍ ພັນຕີ ສັນຍາ ມະໂນລາດ ຫົວໜ້າຂະແໜງອົບຮົມກອງພັນໃຫຍ່ 605 ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາຄືນການຈັດ ຕັ້ງເຄື່ອນໄຫວປະຕິບັດຕາມແຜນ ການອົບຮົມ-ຫັດແອບ ປະຈຳປີ ຂອງກອງພັນໃຫຍ່ 605 ວາງອອກ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ເອົາໃຈໃສ່ເຂົ້າໃນການອົບຮົມ-ຫັດແອບຍົກສູງ ຄວາມຮູ້ຄວາມສາມາດໃນການ ຊີ້ນຳນຳພາ-ບັນຊາ, ພະນັກງານ-ນັກຮົບ ທຸກສະຫາຍກໍໄດ້ເປັນເຈົ້າການສູ້ຊົນບຸກບືນຜ່ານຜ່າທຸກຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກນາໆປະການ, ສາມາດຕີລາຄາ ຜົນໄດ້ຮັບຜ່ານການອົບຮົມ-ຫັດແອບ ພາກການເມືອງສະເລ່ຍ 92,87% ພາກການທະຫານສະ ເລ່ຍ 91,75%, ພາກພະລາທິ ການສະເລ່ຍ 87,23% ແລະ ພາກເຕັກນິກສະເລ່ຍ 88,65%.
ໂອກາດນີ້, ສະຫາຍ ພົນຈັດຕະວາ ວົງແກ້ວ ວົງພິລາ ໄດ້ຕີລາຄາສູງ ແລະ ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນ ສຳເລັດໃນການຈັດຕັ້ງປະຕິບັດການອົບຮົມ-ຫັດແອບປະຈຳປີ 2022 ນີ້, ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນພະນັກງານ-ນັກຮົບ ທຸກສະຫາຍເອົາໃຈໃສ່ສືບຕໍ່ຊອກຮູ້ຄົ້ນຄວ້າຮ່ຳຮຽນວິຊາສະເພາະປືນໃຫຍ່ໜ້າດິນພ້ອມກັນບຸກບືນຍົກລະດັບຄວາມຮູ້ຄວາມສາມາດ, ເຝິກຝົນຫຼໍ່ຫຼອມຕົນເອງອົດທົນຜ່ານຜ່າຂໍ້ຫຍຸ້ງຍາກ, ສາມາດກຳໄດ້ທິດສະດີ, ຫຼັກການ ແລະ ພາກປະຕິບັດຕົວຈິງໃນຊຸມປີຕໍ່ໜ້າ, ເຂົ້າໃຈດ້ານສິລະປະຍຸດ-ຍຸດທະວິທີ ໃນການຈັດການທຳລາຍເປົ້າໝາຍ ແລະ ການນຳໃຊ້ອາວຸດກະສູນເຂົ້າໃນໜ້າທີ່ວຽກງານຕົວຈິງເຮັດໃຫ້ກອງທັບມີຄວາມເຂັ້ມ ແຂງມີແບບແຜນທັນສະໄໝຂຶ້ນໄປເລື້ອຍໆ, ພ້ອມນີ້ກໍໄດ້ກ່າວປິດຊຸດອົບຮົມ-ຫັດແອບ ປະຈຳປີ 2022 ລົງຢ່າງເປັນທາງການ.
ໂດຍ: ໜູແດງ ລາດສະແກ້ວ, ເພັງ ມະນີລະສິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ