ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າ​ກົມ​ເຕັກນິກ​ເຫຼົ່າ​ຮົບ ກົມ​ໃຫຍ່​ເຕັກນິກ​ກອງທັບ ເຄື່ອນ​ໄຫວ​ເຮັດ​ວຽກ ຢູ່ ກອງພັນ​ໃຫຍ່ 605
ເວລາອອກຂ່າວ: 2022-11-25 08:47:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 206 | ຄວາມນິຍົມ:



ໃນ​ວັນ​ທີ 22 ພະຈິກ 2022, ສະຫາຍ ພັນ​ເອກ ຟອງ​ສະໝຸດ ພົນ​ທິ​ລາດ ຫົວໜ້າ​ກົມ​ເຕັກນິກ​ເຫຼົ່າ​ຮົບ ກົມ​ໃຫຍ່​ເຕັກນິກ​ກອງທັບ ພ້ອມຄະນະໄດ້ເຄື່ອນ​ໄຫວ​ເຮັດ​ວຽກ ຢູ່​ກອງພັນ​ໃຫຍ່ 605, ໂດຍ​ການ​ຕ້ອນຮັບ​ຂອງ ສະຫາຍ ພັນ​ເອກ ປະເສີດ ທ່ຽງ​ທຳ ຫົວໜ້າ​ການ​ທະຫານ​ກອງພັນ​ໃຫຍ່ 605 ພ້ອມຄະນະ. ສະຫາຍ ພັນ​ໂທ ບຸນ​ເພັງ ອິນ​ທະ​ວົງ ຫົວໜ້າ​ພະ​ແນກ​ແຜນການ​ກົມ​ເຕັກນິກ​ເຫຼົ່າ​ຮົບ ກົມ​ໃຫຍ່​ເຕັກນິກ​ກອງທັບ ໄດ້​​ໃຫ້​ຮູ້​ວ່າ: ອີງ​ຕາມ​ການ​ເຫັນ​ດີ​ຂອງ​ຫົວໜ້າ​ກົມ ​ໃຫຍ່​ເຕັກນິກ​ກອງທັບ​ໃນ​ເອກະສານ​ສະເໜີ ວ່າ​ດ້ວຍ​ການ​ມອບ​ເງິນ​ປະຕິບັດ​ງານ​ເຕັກນິກເຫຼົ່າ​ຮົບ ​ປີ 2022 ໃຫ້​ກອງພັນ​ໃຫຍ່ 605 ຈຳນວນ 20.000.000 ກີບ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການບົວ ລະບັດ​ສ້ອມແປງ​ອາວຸດ-ຍຸດ​ໂທ​ ປະກອນ​ເຫຼົ່າ​ຮົບ​ປືນ​ໃຫຍ່​ໜ້າດິນໃຫ້​ມີ​ຄຸນ​ນະ​ພາບສູງ, ຮັບປະກັນ​ໃຫ້​ແກ່​ການ​ກຽມພ້ອມ​ສູ້​ຮົບ. ໂດຍ: ໜູ​ແດງ ລາດ​ສະ​ແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ