ກອງພັນ 416 ຈັດຕັ້ງການຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2022-11-25 08:42:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 312 | ຄວາມນິຍົມ:
ວັນທີ 22 ພະຈິກ 2022, ກອງພັນ 416 ກອງພັນໃຫຍ່ 302 ກອງພົນທີ 3 ໄດ້ຈັດຕັ້ງຍິງເປົ້າໝາຍລູກປືນແທ້ ປະຈຳ ປີ 2022, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄຳພັນ ໄຊຍະວົງສີ ຫົວໜ້າການເມືອງກອງພັນ 416, ມີຄະນະພັກ-ຄະນະບັນຊາ ກອງຮ້ອຍ, ຂະແໜງ ການທີ່ກ່ຽວຂ້ອງ, ຄູ-ອາຈານ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.
ໂດຍປະຕິບັດຕາມຫຼັກສູດ ແລະ ແຜນການອົບຮົມ-ຫັດແອບການທະຫານ, ປັບປຸງລະບຽບແບບແຜນ, ເຝິກຝົນກຳລັງແຮງກາຍ ແລະ ຍິງເປົ້າໝາຍດ້ວຍລູກປືນແທ້ຂອງພະແນກອົບຮົມ ກອງພົນທີ 3 ກໍຄືຂະແໜງອົບຮົມ ກອງພັນໃຫຍ່ 302 ວາງອອກ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ທາງດ້ານສິລະປະຍຸດ-ຍຸດທະວິທີ ເຮັດໃຫ້ນາຍ ແລະ ພົນທະຫານ ມີຄວາມຊຳນິຊຳນານ, ຄ່ອງແຄ້ວ ແລະ ເປັນການສະຫຼຸບຕີລາຄາຄືນທາງດ້ານທິດສະດີ, ຫຼັກການທີ່ອົບຮົມໃນໄລຍະຜ່ານມາ. ການຍິງເປົ້າໝາຍລູກປືນແທ້ໃນຄັ້ງນີ້ ໃນບົດຍິງບຸກຕີກາງເວັນ, ປືນອາ
ກາແອັມ ແລະ ຍິງປືນສັ້ນ K59. ໂດຍມີຈຳນວນພົນເຂົ້າຮ່ວມຍິງປືນອາກາແອັມ ທັງໝົດ 79 ສະຫາຍ. ສາມາດສະຫຼຸບຜົນໄດ້ຮັບຂັ້ນເກັ່ງມີ 48 ສະຫາຍ, ດີ 27 ສະຫາຍ ແລະ ຄາດໝາຍ 4 ສະຫາຍ. ປືນສັ້ນ K59 ມີ 13 ສະ ຫາຍ ຂັ້ນເກັ່ງ 7 ສະຫາຍ, ດີ 5 ສະຫາຍ ແລະ ຄາດໝາຍ 1 ສະຫາຍ.
ໂດຍ: ພອນແກ້ວ ວິໄລສັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ