ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະເທດ ອາ​ຊຽນ-ວົງ​ແຄບ ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ
ເວລາອອກຂ່າວ: 2022-11-24 09:35:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 253 | ຄວາມນິຍົມ:



ທ່ານ ພົນ​ເອກ ຈັນສະໝອນ ຈັນ​ຍາ​ລາດ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດແຫ່ງ ​ສປປ ລາວ ພ້ອມ​ດ້ວຍ​ຄະນະ ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະເທດ​ອາ​ຊຽນ-ວົງ​ແຄບ (ADMM-Retreat) ເຊິ່ງ​ໄດ້​ຈັດ​ຂຶ້ນ​ທີ່ ແຂວງ​ສຽມ​ຣຽບ, ຣາ​ຊະ​ອານາຈັກ ກຳປູເຈຍ ພາຍ​ໃຕ້​ຫົວຂໍ້ “ຄວາມ​ສາມັກຄີ ເພື່ອ​ຄວາມ​ໝັ້ນຄົງ​ທີ່​ກົມກຽວ” ໃນ​ວັນ​ທີ 22 ພະຈິກ 2022 ນີ້. ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະເທດ​ອາ​ຊຽນ-ວົງ​ແຄບ ໃນ​ຄັ້ງ​ນີ້​ແມ່ນ​ດຳເນີນ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ພົນ​ເອກ ສົມເດັດ ພິ​ໄຈ ເຊ​ນາ ເຕຍ ບັນ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ຣາ​ຊະ​ອານາຈັກກຳປູເຈຍ, ມີ​ບັນດາ​ທ່ານ​ລັດຖະມົນຕີ​ປ້ອງ​ກັນ​ປະເທດ ຈາກ 9 ປະເທດ​ສະມາຊິກ​ອາ​ຊຽນ ແລະ ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ. ຈຸດປະສົງ​ຫຼັກ​ຂອງ​ກອງ​ປະຊຸມ ແມ່ນ​ເພື່ອ​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ສະພາບ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ ແລະ ສາກົນ. ເພື່ອ​ເປັນ​ທິດ​ທາງ​ໃນ​ການ​ຮ່ວມ​ມື​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະເທດ​ອາ​ຊຽນ ໃນ​ອານາ​ຄົດ. ຄຽງ​ຄູ່​ກັບ​ສິ່ງ​ທ້າ​ທາຍ​ທີ່​ເກີດ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ບັນດາ​ປະເທດ​ສະມາຊິກ​ອາ​ຊຽນ ຍັງ​ໄດ້​ຍົກ​ບັນຫາ​ດັ່ງກ່າວ​ນັ້ນ​ເປັນ​ສິ່ງ​ທ້າ​ທາຍ​ທີ່​ບໍ່​ແມ່ນ​ການ​ທະຫານ​ຕ່າງໆ ທີ່​ຍັງ​ສືບຕໍ່​ເປັນ​ໄພ​ຂົ່ມຂູ່​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ ແລະ ສາກົນ. ເປັນຕົ້ນ​ແມ່ນການ​ແຂ່ງຂັນ​ຂອງປະເທດ​ມະຫາ​ອຳນາດ, ໄພພິບັດ​ທາງ​ທຳ​ມະ​ຊາດ, ການ​ກໍ່​ການ​ຮ້າຍ, ຄວາມ​ໝັ້ນຄົງ​ທາງ​ທະເລ ແລະ ອື່ນໆ, ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະເທດ​ອາ​ຊຽນ ເຫັນ​ວ່າ ອາ​ຊຽນ​ຕ້ອງ​ໄດ້​ຮັດ​ແໜ້ນ​ຄວາມ​ສາມັກຄີ, ສຸມ​ໃສ່​ການ​ສ້າງ​ຂີດ​ຄວາມ​ສາມາດ ແລະ ການ​ເຮັດວຽກ​ຮ່ວມ​ກັນ ເພື່ອ​ສາມາດ​ຕອບ​ໂຕ້​ບັນດາ​ສິ່ງທ້າ​ທາຍ​ຕ່າງໆເຫຼົ່ານັ້ນ​ໄດ້​ຢ່າງມີ​ປະສິດທິພາບ ແລະ ທັນ​ການ. ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ​ນັ້ນ, ທ່ານ​ຮອງ​ນາຍົກ, ລັດຖະມົນຕີ​ລັດຖະມົນຕີ​ປ້ອງ​ກັນ​ປະເທດ ພ້ອມ​ຄະນະຍັງ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການລັດຖະມົນຕີປ້ອງກັນ​ປະເທດ​ອາ​ຊຽນ-ອາ​ເມ​ຣິ​ກາ ແລະ ກອງ​ປະຊຸມ​ບໍ່​ເປັນ​ທາງການ​ລັດຖະມົນຕີ​ປ້ອງ​ກັນ​ປະເທດ​ອາ​ຊຽນ-ອິນ​ເດຍ. ສອງ​ກອງ​ປະຊຸມ​ດັ່ງກ່າວ​ນີ້ ມີ​ຈຸດປະສົງ​ເພື່ອ ຕີ​ລາຄາ​ຄືນ​ສາຍ​ພົວພັນ​ສອງ​ຝ່າຍ​ອາ​ຊຽນ-ອາ​ເມ​ຣິ​ກາ ແລະ ອາ​ຊຽນ-ອິນ​ເດຍທີ່​ຜ່ານ​ມາ, ເພື່ອ​ພ້ອມ​ກັນ​ສືບຕໍ່​ຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື ໂດຍ​ສະເພາະ​ໃນ​ຂົງເຂດ​ການເມືອງ-ຄວາມ​ໝັ້ນ​ຂົງ​ອາ​ຊຽນ. ໃນ​ນັ້ນ, ບັນດາລັດຖະມົນຕີ​ປ້ອງ​ກັນ​ປະເທດ​ອາ​ຊຽນ ໄດ້​ສະເໜີ​ໃຫ້​ອາ​ເມຣິ​ກາ ແລະ ອິນ​ເດຍ ໃນ​ຖານະ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ຂອງ​ອາ​ຊຽນ ໃຫ້​ສືບຕໍ່​ຊຸກຍູ້​ການ​ສ້າງ​ຂີດ​ຄວາມ​ສາມາດ, ການ​ຮ່ວມ​ມື​ທີ່​ເປັນ​ຮູບ​ປະ​ທຳ ແລະ ຕ່າງຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະໂຫຍດ ພ້ອມ​ທັງ​ສົ່ງເສີມ​ຄວາມ​ເປັນ​ແກນ​ກາງຂອງ​ອາ​ຊຽນ. ຄະນະ​ຜູ້​ແທນ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ແຫ່ງ ​ສປປ ລາວ ຈະ​ສືບຕໍ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະເທດ​ອາ​ຊຽນ-ບວກ ເຊິ່ງ​ລວມ​ມີ 10 ປະເທດ​ສະມາຊິກ​ອາ​ຊຽນ ແລະ 8 ປະເທດ​ຄູ່​ເຈລະຈາ ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ພະຈິກ 2022. ໂດຍ: ບຸນ​ເລັ່ງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ