ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເມືອງໜອງບົກສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-02-15 10:04:14 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 37 | ຄວາມນິຍົມ:



v ໃນ​ວັນ​ທີ 8 ກຸມພາ 2019 ນີ້ເມືອງ​ໜອງ​ບົກ​ແຂວງ​ຄຳມ່ວນ ​ໄດ້​ຈັດ​ພິທີ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນລາວ ຄົບຮອບ 70 ປີ​ຂຶ້ນ​ຢູ່​ທີ່​ສະໂມ ສອນ ​ເມືອງ​ໜອງ​ບົກ ໂດຍການ​ ເຂົ້າ​ຮ່ວມ​ຂອງ ທ່ານ ສົມມາລາ ອ່ອນ​ສີ​ລິ​ວົງ ຮອງເລຂາ​ພັກເມືອງ ຮອງ​ເຈົ້າເມືອງໆ​ໜອງ​ບົກ, ມີ​ ພັນ​ເອກ ຄຳ​ສາຍ ເພັດ​ນວນ​ສີ ຄະນະ​ພັກ ກອງ​ບັນຊາ​ການ ຫົວ ໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ-ນັກຮົບກອງ​ ບັນຊາ​ການ​ທະຫານ​ເມືອງ, ກອງ​ບັນ ຊາ​ການ ປກສ ເມືອງ, ບັນດາ​ຫ້ອງການ​ອອ້ມ​ຂ້າງ​ເມືອງ, ພະ ນັກງານ​ປະຕິວັດ​ອາວຸໂສ​ບຳ ນານຕະຫຼອດ​ຮອດ​ອຳນາດ​ການ​ປົກຄອງ​ບ້ານ ແລະ ມວນ​ຊົນ​ຊາວ​ເມືອງ​ໜອງ​ບົກ​ເຂົ້າ​ຮ່ວມ. ໃນ​ພິທີ​ທ່ານ ສົມ​ມາລາ ອອ່ນ​ສີ​ລິ​ວົງ ໄດ້​ຂຶ້ນ​ກ່າວ​ປາ​ໄສ​ຕໍ່​ງານ ​ໂຮມ​ຊຸມນຸມ​ຄັ້ງ​ນີ້​ວ່າ: ກ່ອນໜ້າ​ນີ້ 70 ປີ​ຄື​ວັນ​ທີ 20 ມັງກອນ 1949 ກອງທັບ​ລາວ​ອິດສະຫຼະ​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ພາຍໃຕ້​ ສະພາບ​ການ​ທີ່​ປະ​ເຊີນ​ໜ້າໂດຍ ​ກົງ​ກັບ​ສັດຕູ​ທີ່​ມີ​ກຳລັງ​ແຮງ​ເໜືອກ​ວ່າ​ຕັ້ງ​ຫຼາຍ​ເທົ່າ​ທາງ​ດ້ານ​ເສດຖະກິດ​ດ້ານ​ກຳລັງ​ພົນ ແລະ ອາວຸດ​ຍຸດ​ໂທ​ປະກອນ ແຕ່​ດ້ວຍ​ນ້ຳໃຈ​ຮັກ​ຊາດ​ອັນດູດ ດື່ມ ແລະ ບໍ່​ຍອມ​ຈຳນົນ​ຕໍ່​ສັດຕູ​ກອງທັບ​ເຮົາ​ໄດ້​ສ້າງ​ວິລະ​ກຳ​ອັນ​ລ້ຳ​ເລີດ​ໂດຍ​ຜ່ານ​ການເຝິກຝົນ​ ທົດ​ສອບ​ໃນ​ແປວໄຟ​ແຫ່ງການ​ ຕໍ່ສູ້​ກູ້​ຊາດ ໃນ​ເງື່ອນໄຂ​ທີ່​ຫຍຸ້ງ ຍາກ​ລຳບາກ​ທີ່​ສຸດ​ນັ້ນ ກອງທັບ​ເຮົາ​ໄດ້​ພ້ອມ​ກັບ​ປະຊາຊົນ​ລາວ ສູ້​ຮົບ​ຢ່າງ​ເດັດດ່ຽວ​ອາດ​ຫານ​ຍິ່ງ​ສູ້​ຮົບ​ກໍ​ຍິ່ງ​ເຕີບ​ໃຫຍ່​ເຂັ້ມແຂງ​ຍິ່ງ​ຕີ​ກໍ​ຍິ່ງ​ອົງອາດ​ກ້າແກ່ນ ແລະ ຍາດ​ໄດ້​ໄຊຊະນະ​ອັນ​ໃຫຍ່ຫຼວງ​ ຂຶ້ນ​ເລື້ອຍໆ ພາຍ​ໃຕ້​ການ​ນຳພາ​ອັນ​ສະຫຼາດ​ສ່ອງ​ໃສ​ເດັດຂາດ​ໂດຍ​ກົງ ຮອບດ້ານ​ຂອງ​ພັກ​ປະ ຊາຊົນ​ປະຕິວັດ​ລາວ, ກອງທັບ​ເຮົາ​ໄດ້​ປະກອບສ່ວນ​ຢ່າງໃຫຍ່ ​ຫຼວງ​ເຂົ້າ​ໃນ​ໄຊຊະນະ​ຂອງພາ ລະກິດ​ຕໍ່ສູ້​ເພື່ອ​ຄວາມ​ເປັນເອ ກະລາດ​ແຫ່ງ​ຊາດ​ເພື່ອ​ອິດສະ ຫຼະພາບ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ ແລະ ເຮັດ​ສຳເລັດ​ພາລະ​ກຳ​ປະ ຫວັດສາດ​ທີ່​ພັກ ແລະ ປະຊາຊົນ​ມອບ​ໝາຍ​ໃຫ້. ນອກຈາກ​ນີ້​ຜູ້​ເຂົ້າ​ຮ່ວມ​ງານ​ດັ່ງກ່າວ​ຍັງ​ໄດ້​ຮັບ​ຟັງ​ປະຫວັດ​ມູນເຊື້ອ​ຂອງ​ກອງ​ບັນຊາ​ການ​ທະຫານ​ເມືອງ​ໜອງ​ບົກ ເຊິ່ງ​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ໃນ​ວັນ​ທີ 24 ກໍລະກົດ 1968 ຢູ່​ບໍລິເວນ​ດົງ​ແຄນ ຂອບ​ເຂດ​ຕາ ແສງ​ໜອງ​ຜຳ ເມືອງ​ໜອງ​ບົກ ໃນ​ເວລາ​ນັ້ນ​ມີ​ຈຳນວນ​ພົນ​ພຽງ 15 ສະຫາຍ, ພາຍ​ໃຕ້​ການ​ຊີ້​ນຳຂອງ​ ສະຫາຍ ຄຳ​ຫາ ຕໍ່​ມາ​ແມ່ນ​ສະ ຫາຍ ເວຫາ ແລະ ສະຫາຍ ເກິ່ງ, ພາຍຫຼັງ​ທີ່​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ແລ້ວ​ກໍ​ໄດ້​ເຮັດ​ໜ້າທີ່​ຊອກ​ຄົ້ນ​ຕີ​ສັດຕູ​ໄດ້​ທັງ​ໝົດ 27 ຄັ້ງ, ຂ້າ​ສັດຕູ​ຕາຍ 48 ບັກ, ບາດເຈັບ 3 ບັກ, ຢຶດ​ເຄື່ອງ​ສິນ​ເສິກ​ໄດ້ເປັນ​ ຈຳນວນ​ຫຼວງຫຼາຍ ແລະ ປຸກລະ ດົມ​ປະຊາຊົນ​ບັນດາເຜົ່າ​ເຮັດ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການ ເມືອງ​ຢູ່​ເຂດ​ແນວ​ຫຼັງ​ຂອງ​ສັດຕູ ຂົນຂວາຍ​ຊຸກຍູ້​ພ້ອມ​ທັງ​ເປັນ​ກຳລັງ​ໜູນ ໃຫ້​ແກ່​ການ​ລຸກ​ຮື​ຂຶ້ນ​ຂອງ​ປະຊາຊົນ ເມືອງ​ໜອງ​ບົກ ໃນ​ປີ 1975 ໄດ້​ສ້າງ​ວິລະ​ກຳ​ອັນ​ເປັນ​ມູນເຊື້ອ​ປະຫວັດສາດ ແລະ ໄດ້​ຮັບ​ນາ​ມະ​ຍົດ​ເປັນ​ເມືອງ​ວີລະ​ຊົນ​ແຫ່ງ​ຊາດ. ໂດຍ: ແກ້ວ​ອຸດອນ ຖົງ​ບຸນ​ທີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ