

![]()
ຈີນ-ອົດສະຕຣາລີ ປຶກສາຫາລືເພີ່ມທະວີ ການພົວພັນລະຫວ່າງສອງປະເທດ
ເວລາອອກຂ່າວ: 2022-11-11 17:02:24 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 239839829 | ຄວາມນິຍົມ:
ສຳນັກຂ່າວຊິນຮວາໃຫ້ຮູ້ວ່າ: ວັນທີ 8 ພະຈິກນີ້, ທ່ານ ຫວາງຍີ້ ທີ່ປຶກສາແຫ່ງລັດທັງ ເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ສົນທະນາທາງໂທລະສັບກັບລັດຖະມົນຕີກະຊວງການຕ່າງປະເທດອົດສະຕຣາລີ, ທັງສອງໄດ້ປຶກສາຫາລືກ່ຽວກັບການເພີ່ມທະວີສ້າງສາຍພົວພັນລະຫວ່າງສອງປະເທດ ໃນສະເພາະໜ້າ ແລະ ຍາວນານ.
ໃນການປຶກສາຫາລື, ທ່ານ ຮວງຢິງຊຽນ ລັດຖະມົນຕີການ ຕ່າງປະເທດອົດສະຕຣາລີ ກ່າວ ວ່າ: ຜ່ານຄວາມມານະພະຍາ ຍາມຢ່າງບໍ່ຢຸດຢັ້ງ, ການປ່ຽນ ແປງໃນການພົວພັນອົດສະຕຣາ ລີ-ຈີນ ນັບມື້ມີຄວາມເລິກເຊິ່ງ. ຝ່າຍອົດສະຕຣາລີ ຈະສືບຕໍ່ຍຶດໝັ້ນນະໂຍບາຍຈີນດຽວ, ແກ້ໄຂບັນຫາສະເພາະຢ່າງເໝາະສົມດ້ວຍຄວາມຮັບຜິດຊອບສູງ, ສືບຕໍ່ພະຍາຍາມເພື່ອແນ ໃສ່ປັບປຸງແລະ ເພີ່ມທະວີການພົວພັນລະ ຫວ່າງສອງປະເທດໃຫ້ໜັກແໜ້ນກວ່າເກົ່າ.
ທ່ານ ຫວາງຢີ້ ກ່າວຕື່ມວ່າ: ການຜ່ອນຄາຍແລະປັບປຸງການພົວພັນຈີນ-ອົດສະຕຣາລີ ໃຫ້ສອດຄ່ອງກັບຜົນປະໂຫຍດພື້ນ ຖານຂອງສອງຝ່າຍ ເປັນຄວາມຄາດຫວັງຮ່ວມຂອງປະຊາຊົນສອງປະເທດ ແລະ ປະຊາຄົມໂລກ. ສອງຝ່າຍຄວນສືບຕໍ່ຮັກສາຄວາມເຫັນດີເປັນເອກະສັນກັນກ່ຽວກັບທິດທາງພື້ນຖານຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເຊີດຊູຈິດໃຈເຄົາລົບເຊິ່ງກັນ ແລະ ກັນ, ສະແຫວງຫາພື້ນຖານຄວາມແຕກຕ່າງກັນ, ມຸ່ງໄປເຖິງຈຸດໝາຍທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ໄດ້ຮັບໄຊຊະນະ, ຊຸກຍູ້ການສ້າງສາຄວາມໄວ້ເນື້ອເຊື່ອໃຈກັນລະ ຫວ່າງສອງປະເທດຄືນໃໝ່, ຮ່ວມກັນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກໃນປປັດຈຸບັນ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ