ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງເຕັກນິກທະຫານແຂວງສາລະວັນສະຫຼຸບຂໍ້ແຂ່ງຂັນ-ຍ້ອງຍໍ ປະຈຳປີ 2018
ເວລາອອກຂ່າວ: 2019-02-15 09:34:58 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



+ ໃນວັນທີ7ກຸມພາ2019ນີ້ ຫ້ອງເຕັກນິກກອງບັນຊາການ ທະຫານແຂວງ ສາລະວັນ ໄດ້ຈັດ ຕັ້ງພິທີສະຫຼຸບຂໍ້ແຂ່ງງຂັນ-ຍ້ອງ ຍໍປະຈຳປີ 2018 ແລະ ວາງທິດ ທາງຂໍ້ແຂ່ງຂັນ-ຍ້ອງຍໍປະຈຳປີ 2019 ຂຶ້ນຢູ່ສະໂມສອນຂອງ ກອງບັນຊາການທະຫານແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ພັນໂທ ຄຳພະໄມ ໄຊ ພູບານ ຄະນະພັກກອງບັນຊາການ ທະຫານແຂວງ ຫົວໜ້າຫ້ອງເຕັກ ນິກກອງບັນຊາການທະຫານ ແຂວງ ສາລະວັນ,ມີຄະນະພັກ 5 ຫ້ອງອ້ອມຂ້າງ,ມີຫົວໜ້າພະ ແນກ-ຮອງພະແນກ,ພະນັກງານ-ນັກຮົບທົ່ວຫ້ອງເຕັກນິກເຂົ້າ ຮ່ວມ. ສະຫາຍ ພັນໂທ ສຸບັນ ສຸລິຍະ ໄຊ ເລຂາຄະນະໜ່ວຍພັກ ຮອງ ຫ້ອງເຕັກນິກ ກອງບັນຊາການທະ ຫານແຂວງ ສາລະວັນ ໄດ້ຜ່ານ ບົດສະຫຼຸບຂໍ້ແຂ່ງຂັນ-ຍ້ອງຍໍ ປະຈຳປີ 2018 ແລະ ວາງທິດທາງ ຂໍ້ແຂ່ງຂັນ-ຍ້ອງຍໍປະຈຳປີ 2019 ເຊິ່ງຜ່ານມາຄະນະພັກ-ຄະນະ ບັນຊາຫ້ອງເຕັກນິກໄດ້ເອົາໃຈ ໃສ່ຊີ້ນຳ-ນຳພາພະນັກງານ-ນັກ ຮົບປະຕິບັດມະຕິຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ,ຈັດຕັ້ງລະບົບ ປະຈຳການທາງດ້ານຈຳນວນພົນ ແລະ ພາຫະນະຢ່າງຄົບຖ້ວນ ເພື່ອກຽມພ້ອມເຄື່ອນໄຫວປ້ອງ ກັນຕາມຈຸດຕ່າງໆ ເຮັດໃຫ້ສະ ພາບໃນທົ່ວແຂວງ ກໍຄືໃນກົມ ກອງມີຄວາມສະຫງົບປອດໄຟ 100%, ໄດ້ສຶກສາອົບຮົມການ ເມືອງນຳພາແນວຄິດໃຫ້ພະນັກ ງານ, ສະມາຊີກພັກ-ນັກຮົບໄດ້ ຮັບຮູ້ ແລະ ກຳແໜ້ນຕໍ່ແນວທາງ ນະໂຍບາຍຂອງພັກ-ລັດໃນໄລ ຍະໃໝ່, ຮໍ່າຮຽນມູນເຊື້ອອັນດີ ງາມຂອງຊາດ, ຂອງພັກ, ຂອງ ກອງທັບ ແລະ ຮັບຟັງການເຜີຍ ແຜ່ປາຖະກະຖາເອກະສານສາມ ວັນປະຫວັດສາດຂອງຊາດໄດ້ ຢ່າງທົ່ວເຖິງ, ພ້ອມນີ້ກໍໄດ້ເອົາ ໃຈໃສ່ຊີ້ນຳພະນັກງານວິຊາສະ ເພາະ ໃຫ້ຮັບຮູ້ເຂົ້າໃຈຕໍ່ຂໍ້ກຳນົດ, ວິທີການນຳໃຊ້ ແລະ ການປົກ ປັກຮັກສາ-ບົວລະບັດຜັດເຊັດ ພາຫະນະເພື່ອຮັບປະກັນໃຫ້ນຳ ໃຊ້ໄດ້ຍາວນານ, ນອກນີ້ກໍ່ໄດ້ຊຸກ ຍູ້ປຸກລະດົມອ້າຍນ້ອງພາຍໃນກົມ ກອງເອົາໃຈໃສ່ວຽກງານປູກຝັງ -ລ້ຽງສັດຕາມທ່າແຮງບົ່ມຊ້ອນ ຂອງຫ້ອງເປັນຕົ້ນ:ໄດ້ປູກມັນ ຕົ້ນໃນເນື້ອທີ່ 3 ເຮັກຕາ, ເກັບກູ້ໄດ້ 24.264 ກິໂລ ສະເລ່ຍ ເປັນເງິນ 33.971.600 ກີບ, ຂາຍປາ ລ້ຽງໄດ້ 267 ກິໂລ, ສະເລ່ຍເປັນ ເງິນ 7.790.000 ກີບ, ມີງົວ ລ້ຽງ 7 ໂຕ ແລະ ປູກພຶດຜັກຊະນິດ ຕ່າງໆເກັບກູ້ໄດ້ 599 ກິໂລ ສະ ເລ່ຍເປັນເງິນ 3.380.000 ກີບ. ໂອກາດນີ້ໄດ້ປະດັບຫຼຽນ ແລະ ມອບໃບຍ້ອງຍໍຂັ້ນຕ່າງໆໃຫ້ພະ ນັກງານ-ນັກຮົບທີ່ມີຜົນງານ ດີເດັ່ນໃນ 5 ປີ ແລະ 1 ປີ, ໃນນັ້ນ ໄດ້ຮັບຫຼຽນໄຊອິດສະຫຼະຊັ້ນ II ຈຳນວນ 2 ສະຫາຍ, ຫຼຽນໄຊອິດ ສະຫຼະຊັ້ນ III ຈຳນວນ 2 ສະ ຫາຍ, ຫຼຽນໄຊແຮງງານຊັ້ນ II ຈຳນວນ 2 ສະຫາຍ, ຫຼຽນໄຊ ແຮງງານຊັ້ນ III ຈຳນວນ 6 ສະ ຫາຍ, ຫຼຽນກາແຮງານຈຳນວນ 13 ສະຫາຍ, ໃບຍ້ອງຍໍກະຊວງ ປ້ອງກັນປະ ເທດ10 ສະຫາຍ, ໃບຍ້ອງຍໍກົມໃຫ່ຍ ການເມືອງ ກອງທັບ 4 ສະຫາຍ,ໃບຍ້ອງ ຍໍເຈົ້າແຂວງ 3 ສະ ຫາຍແລະ ໃບ ຍ້ອງຍໍກອງບັນຊາການ ທະຫານ ແຂວງ 2 ສະຫາຍ ໂດຍເປັນ ກຽດຂື້ນປະດັບ ແລະ ມອບຂອງ ສະຫາຍ ພັນໂທ ຄຳພະໄມໄຊ ພູບານ ຄະນະພັກກອງບັນຊາ ການ ຫົວໜ້າຫ້ອງເຕັກນິກກອງ ບັນຊາການທະຫານແຂວງ ສາ ລະວັນ. ໂດຍ:ຂາວທອງ ໄຊຍະທິລາດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ