ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປິດ​ຊຸດ​ອົບຮົມ-ຫັດ​ແອບ​ຍິງ​ລູກປືນ​ແທ້​ ທາງ​ດ້ານ​ຍຸດທະວິທີ​ກອງທັບ​ບົກ​ອາ​ຊຽນ
ເວລາອອກຂ່າວ: 2022-10-06 08:42:45 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 248 | ຄວາມນິຍົມ:



​ວັນ​ທີ 5 ຕຸລາ 2022 ນີ້, ຢູ່​ທີ່​ກອງ​ຍິງ​ປືນອາຊຽນ 199 ໄດ້​ປິດ​ຊຸດ​ອົບຮົມ-ຫັດ​ແອບ​ຍິງລູກ ປືນ​ແທ້​ທາງ​ດ້ານ​ຍຸດທະວິທີ​ກອງ ທັບ​ບົກ​ອາ​ຊຽນ, ໂດຍ​ການ​ເປັນ ປະທານຂອງ ​ສະຫາຍ ພົນ​ໂທຄຳລຽງ ອຸ​ທະ​ໄກສອນ ກຳມະ ການ​ສູນ​ກາງ​ພັກ, ຮອງ​ລັດຖະມົນ ຕີ​ກະຊວງ​ປ້ອງ​ກັນ​ປະເທດ, ຫົວ ໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງ ທັບ, ມີ​ສະຫາຍ ພັນ​ເອກ ສີ​ປະເສີດ ບຸນ​ປະກອບ ຫົວໜ້າ​ກົມອົບຮົມກົມ​ໃຫຍ່​ເສນາ​ທິ​ການກອງທັບ, ພ້ອມ​ດ້ວຍ​ແຂກ​ທີ່​ຖຶກ​ເຊີນ, ຕະ ຫຼອດ​ຮອດ​ຄະນະ​ພັກ-ຄະນະ​ບັນ ຊາ​ກອງ​ຍິງ​ປືນອາຊຽນ 199, ພະ ນັກງານ-ນັກຮົບພາຍ​ໃນ​ກົມ​ກອງ ເຂົ້າຮ່ວມ. ສະຫາຍ ພັນ​ໂທ ຄຳ​ຂຽນ ຊະນະ​ພັນ ຫົວໜ້າ​ການ​ທະຫານ​ກອງ​ຍິງ​ປືນ​ອາ​ຊຽນ 199 ໄດ້​ຜ່ານ​ບົດ​ສະຫຼຸບ​ການ​ອົບຮົມ-ຫັດ​ແອບ​ຍິງ​ລູກປືນ​ແທ້​ໃນ​ຄັ້ງ​ນີ້, ອີງ​ຕາມ​ແຜນການ​ຫັດ​ແອບຍິງ​ປືນ​ແທ້​ທາງ​ຍຸດທະວິທີ​ກອງທັບ​ບົກ​ອາ​ຊຽນ ຄັ້ງ​ທີ 30 ປີ 2022 ທີ່ ​ສສ ຫວຽດນາມ ເປັນ​ເຈົ້າ ພາບ, ດັ່ງນັ້ນ​ເພື່ອ​ເປັນ​ການ​ກະ ກຽມ​ຄວາມ​ພ້ອມ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ ແລະ ການ​ຫັດ​ແອບ​ຕົວ​ຈິງ ໃນ​ໄລຍະ​ຜ່ານ​ມາ ແຕ່​ຕົ້ນ​ເດືອນ​ກຸມພາ​ເຖິງ​ປັດຈຸບັນ​ເຫັນ​ໄດ້​ວ່າ: ທີມ​ນັກກິລາ​ຍິງ​ປືນ​ແຕ່​ລະ​ສະຫາຍ​ແມ່ນ​ໄດ້​ເອົາໃຈໃສ່​ເຝິກຊ້ອມ​ຢ່າງ​ຕັ້ງໜ້າ​ ແລະ ​ມີ​ຄວາມ​ຮັບຜິດຊອບ​ສູງ, ເພື່ອ​ໃຫ້​ມີ​ຄວາມ​ຊຳນານ​ຄ່ອງ​ແຄ້ວ​ໃນ​ການ​ນຳ​ໃຊ້​ພາຫະນະ​ປືນ​ຊະນິດ​ຕ່າງໆ​ທີ່​ຈະ​ໃຊ້​ໃນ​ການ​ແຂ່ງຂັນ, ເຖິງ​ວ່າ​ອຸປະກອນ​ຮັບ​ໃຊ້​ໃຫ້​ແກ່​ການ​ຫັດ​ແອບ​ບໍ່​ພຽງພໍ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ແຕ່​ທິມ​ນັກ ກິລາ​ແຕ່​ລະ​ສະຫາຍ​ກໍ​ໄດ້​ພ້ອມ​ກັນ​ອົດທົນ​ຜ່ານ​ຜ່າ​ເຮັດ​ໃຫ້ການ​ຫັດ​ແອບ​ເຝິກຊ້ອມ​ສຳເລັດ​ຕາມ​ແຜນການ, ພ້ອມ​ກັນ​ນັ້ນ​ຍັງ​ໄດ້​ເອົາໃຈໃສ່​ກະກຽມ​ຄວາມ​ພ້ອມ​ຮອບດ້ານ ເພື່ອ​ຮັບປະກັນ ແລະ ສູ້​ຊົນ​ເຮັດ​ໃຫ້ການ​ເຂົ້າ​ຮ່ວມ​ແຂ່ງຂັນ​ຍິງ​ປືນ​ທາງ​ຍຸດທະວິທີ​ກອງທັບ​ບົກ​ອາ​ຊຽນ ຄັ້ງ​ທີ 30 ປີ 2022 ທີ່ ​ສສ ຫວຽດນາມ ຍາດ​ໄດ້ຜົນ​ງານ​ທີ່​ດີເດັ່ນ​ກວ່າ​ປີ ຜ່ານມາ. ຜ່ານ​ການຈັດຕັ້ງອົບ ຮົມ-ຫັດ​ແອບ​ເພື່ອ​ເກັບ​ກຳ​ສະ​ຖິ​ຕີ​ການ​ຍິງ​ຂອງ​ປືນ​ຊະນິດ​ຕ່າງໆ ໃນ​ນີ້ ສາມາດ​ສະຫຼຸບຜົນ​ ໄດ້​ຮັບ​ຄື: ປະເພດ​ປືນ​ເຫຼັກ​ສັ້ນ ຄະແນນ​ເຕັມ​ບົດ 200,40 ຄະ ແນນ, ຍິງ​ຕົວ​ຈິງ​ໄດ້​ສູງ​ສຸດ 185,12 ຄະແນນ, ຄະແນນ​ຕໍ່າສຸດ 145,10 ຄະ ແນນ, ປະເພດປືນເຫຼັກ​ຍາວຄະ ແນນ​ເຕັມ​ບົດ 100,20 ຄະແນນ, ຍິງ​ຕົວ​ຈິງ​ໄດ້​ສູງ​ສຸດ 78, 6 ຄະ ແນນ, ຄະແນນ​ຕໍ່າສຸດ 45,3 ຄະແນນ, ປະເພດ​ປືນ​ກົນ​ຈັກ​ຄະແນນ​ເຕັມ​ບົດ 500,100 ຄະແນນ, ຍິງ​ຕົວ​ຈິງ​ໄດ້​ສູງ​ສຸດ 130,15 ຄະແນນ, ຄະແນນ​ຕ່ຳ​ສຸດ 95,11 ຄະແນນ, ປືນ​ສັ້ນ​ຊາຍ ຄະແນນ​ເຕັມ​ບົດ 200,44 ຄະແນນ, ຍິງ​ຕົວ​ຈິງ​ໄດ້​ສູງ​ສຸດ 169,9 ຄະແນນ, ຄະແນນ​ຕ່ຳ​ສຸດ 120,3 ຄະແນນ ແລະ ປືນ​ສັ້ນ​ຍິງ ຄະແນນ​ເຕັມ​ບົດ 210,42 ຄະແນນ. ຍິງ​ຕົວ​ຈິງ​ໄດ້​ສູງ​ສຸດ 195,11 ຄະແນນ, ຄະແນນ​ຕໍ່າສຸດ 160,3 ຄະແນນ. ກອງ ທັບ​ເຮົາ​ໄດ້​ສົ່ງ​ນັກ​ກິລາ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ ຈຳນວນ 25 ສະ ຫາຍ ໃນ 5 ຊະນິດ​ການ​ແຂ່ງ ຂັນ​ຄື: ປືນ​ສັ້ນ​ຍິງ, ປືນ​ສັ້ນ​ຊາຍ, ປືນ​ເຫຼັກ​ສັ້ນ, ປືນ​ເຫຼັກ​ຍາວ ແລະ ປືນ​ກົນ​ຈັກ. ພ້ອມ​ນີ້, ທ່ານ ສີນໄຊ ບາ​ຄຳ ປະທານ​ບໍລິສັດ​ລາຊາ​ໂຊກ ຈຳກັດ​ຜູ້​ດຽວ ໄດ້​ມອບ​ເງິນ​ອຸປະ​ທຳ​ໃຫ້​ທິມ​ນັກ​ກິລາ​ຍິງ​ປືນ​ອາ​ຊຽນ​ຈຳນວນ 100 ລ້ານ​ກິບ. ໂອກາດ​ນີ້, ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ໄດ້ສະ ແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ບັນ ດາ​ສະຫາຍ​ນັກ​ກິລາ, ຄູ​ເຝິກ ທີ່​ໄດ້​ເອົາໃຈໃສ່​ໃນ​ການເ​ຝິກ​ຊ້ອມ​ຄັ້ງ​ນີ້ ພ້ອມ​ທັງ​ໄດ້​ເນັ້ນ​ໜັກ​ໃຫ້ຄູ​ເຝິກ, ນັກ​ກິລາ ແລະ ຄະນະ​ທິມ​ງານ​ທີ່​ຈະ​ເດີນທາງ​ເຂົ້າ​ຮ່ວມ​ການ​ແຂ່ງ​ຍິງ​ປືນ​ທາງ​ຍຸດທະວິທີ​ກອງທັບ​ບົກ​ອາ​ຊຽນ ຄັ້ງ​ທີ 30 ປີ 2022 ທີ່ ​ສສ ຫວຽດນາມ ຈົ່ງ​ພ້ອມ​ກັນ ​ຍົກ​ສູງ​ຄຸນ​ທາດ​ການເມືອງ, ກຳ​ ແໜ້ນ​ຫຼັກການ​ວິຊາ​ສະເພາະ​ການ​ທະຫານ, ການ​ຍິງ​ປືນ, ເລັງ​ປືນ, ຈັງຫວະ​ບາດກ້າວ ​ແລະ ​ນຳ​ເອົາ​ບົດຮຽນ​ທີ່​ໄດ້​ຖອດ​ຖອນ​ໃນ​ຄັ້ງ​ນີ້​ເຝິກ​ຜົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃຫ້​ສູງ​ເດັ່ນ, ອົດທົນ​ຜ່ານ​ຜ່າ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ ພ້ອມ​ກັນ​ຍາດ​ໄດ້ຜົນ​ງານ​ທີ່​ດີເດັ່ນ​ມາສູ່​ກອງທັບ​ປະຊາຊົນ​ລາວ​ເຮົາ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ