ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ​ ໂອ້​ລົມ​ພະນັກງານ​ຫຼັກ​ແຫຼ່ງ​ທະຫານແຂວງ​ຈຳປາ​ສັກ
ເວລາອອກຂ່າວ: 2022-10-06 08:38:11 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 397 | ຄວາມນິຍົມ:



ວັນ​ທີ 28 ກັນຍາ 2022 ນີ້, ສະຫາຍ ພົນ​ຈັດຕະວາ ວັນ​ທອງ ບຸດ​ຕະ​ວົງ ກຳມະການ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ,ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໄດ້​ລົງ​ຢ້ຽມຢາມ ​ແລະ​ໂອ້​ລົມ​ພະນັກງານ​ຫຼັກ​ແຫຼ່ງ​ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ ​ຈຳປາ​ສັກ, ເຂົ້າຮ່ວມມີ ສະຫາຍ ພົນຈັດຕະວາ ສຸໄກ ພິມ​ມະ​ສານ ກຳມະການ​ຄະນະປະຈຳ​ພັກ​ແຂວງ ເລຂາຄະນະ​ພັກ ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ, ມີ​ຄະນະ​ພັກ-ຄະນະ​ບັນຊາ 5 ຫ້ອງ, ພະນັກງານ​ຫຼັກ​ແຫຼ່ງ​ເຂົ້າ ​ຮ່ວມ.ສະຫາຍ ພົນ​ຈັດຕະວາ ສຸໄກ ພິມ​ມະ​ສານ ຫົວໜ້າ​ການ​ທະ ຫານ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ໄດ້ລາຍງານ ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ການ ເມືອງ​ໃນ​ໄລຍະ​ຜ່ານ​ມາ, ຄະ ນະພັກ-ຄະນະ​ບັນຊາ ໄດ້​ຊີ້​ນຳ​ ບັນດາ​ກົມ​ກອງ​ຮາກ​ຖານເອົາ ໃຈໃສ່​ວຽກ​ງານ​ຮັບປະກັນ​ເຮັດ​ ໃຫ້​ສະພາບ​ມີຄວາມສະຫງົບ, ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຮາກ​ຖານ​ ການເມືອງ​ເກັບ​ກຳສະພາບ​ຕາມຂອບ​ເຂດ​ກົມ​ກອງຮັບຜິດ ຊອບ, ຍົກ​ສູງ​ການ​ອົບ​ຮົບ-ຫັດ ​ແອບ​ການເມືອງ, ການ​ທະຫານ, ພະລາທິການ-ເຕັກນິກ​ເປັນ​ປະຈຳ ໃຫ້​ມີ​ຄວາມ​ຊຳນິ​ຊຳນານ, ໄປ​ຄວບ​ຄູ່​ກັບ​ການ​ສ້າງ​ເສດຖະກິດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຍົກ​ສູງ​ນ້ຳ ໃຈ​ເພີ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມ​ດ້ວຍ​ຕົນ​ເອງ​ເພື່ອ​ສ້າງ​ໃຫ້​ກົມ​ກອງ​ມີ​ການ​ພັດທະນາ​ດີ​ຂຶ້ນ​ເປັນ​ກ້າວໆ. ໂອກາດ​ດັ່ງ​​ກ່າວ, ສະຫາຍ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໄດ້​ເນັ້ນ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ​ທະຫານ​ແຂວງຈຳປາ​ສັກ ເພີ່ມ​ທະວີ​ບົດບາດ​ໃນ​ການນຳພາ​ ຂອງ​ພັກ​ຢ່າງ​ແຂງແຮງ​ໂດຍ​ຖື​ເອົາ​ການ​ສຶກ​ສາ​ອົບຮົມ​ການ ເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກ ງານ-ນັກຮົບ ​ເປັນ​ປົກກະຕິ, ປັບ ປຸງ​ກໍ່ສ້າງ​ພັກ-ພະນັກງານ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ, ຍົກ​ສູງ​ຄວາມ​ຮູ້​ຄວາມ​ສາມາດ​ທາງ​ດ້ານ​ສີ​ລະ​ປະຍຸດ-ຍຸດທະວິທີ​ໃຫ້​ມີ​ຄວາມ​ເຂັ້ມແຂງ​ຄ່ອງ​ແຄ້ວ​ຊຳນິ​ຊຳນານ​ຮັບປະກັນ​ແກ້​ວຽກ​ງານ​ກຽມພ້ອມ​ສູ້​ຮົບ​ແລະ ​ສູ້​ຮົບ​ມີ​ໄຊ, ຕິດ​ພັນ​ກັບ​ໜ້າ ທີ່​ການເມືອງ​ ແລະ ​ຄວາມ​ຮັບຜິດ ຊອບ​ຂອງ​ຕົນ​ຕໍ່ໜ້າ​ທີ່​ວຽກ​ງານ​ວິຊາ​ສະເພາະ​ທີ່​ໄດ້​ຮັບ​ການ​ມອບ​ໜາຍ​ບົນ​ພື້ນຖານ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ ກ້າ​ຄິດ, ກ້າ​ເຮັດ ແລະ ກ້າ​ຮັບຜິດຊອບ​ມີແບບ ແຜນ​ການ​ນຳພາ-ບັນຊາ​ທີ່​ສູງ​ເດັ່ນ​ເປັນ​ໝູ່​ຄະນະ, ເອົາໃຈໃສ່​ຕ້ານ ແລະ ສະກັດ​ກັ້ນ​ບັນຫາປະ ກົດ​ການ​ຫຍໍ້ທໍ້​ໃນ​ສັງຄົມ, ກົມ ກອງ ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃຫ້​ຂາດ​ ຕົວ, ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ​ຕາມ​ທິດ​ນຳ ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ