ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໂອ້ລົມພະນັກງານຫຼັກແຫຼ່ງທະຫານແຂວງຈຳປາສັກ
ເວລາອອກຂ່າວ: 2022-10-06 08:38:11 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 406 | ຄວາມນິຍົມ:
ວັນທີ 28 ກັນຍາ 2022 ນີ້, ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ,ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ລົງຢ້ຽມຢາມ ແລະໂອ້ລົມພະນັກງານຫຼັກແຫຼ່ງຢູ່ກອງບັນຊາການທະຫານແຂວງ ຈຳປາສັກ, ເຂົ້າຮ່ວມມີ ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ກຳມະການຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ, ພະນັກງານຫຼັກແຫຼ່ງເຂົ້າ ຮ່ວມ.ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ຫົວໜ້າການທະ ຫານກອງບັນຊາການທະຫານແຂວງຈຳປາສັກ ໄດ້ລາຍງານ ການຈັດຕັ້ງປະຕິບັດໜ້າທີ່ການ ເມືອງໃນໄລຍະຜ່ານມາ, ຄະ ນະພັກ-ຄະນະບັນຊາ ໄດ້ຊີ້ນຳ ບັນດາກົມກອງຮາກຖານເອົາ ໃຈໃສ່ວຽກງານຮັບປະກັນເຮັດ ໃຫ້ສະພາບມີຄວາມສະຫງົບ, ຕິດພັນກັບການກໍ່ສ້າງຮາກຖານ ການເມືອງເກັບກຳສະພາບຕາມຂອບເຂດກົມກອງຮັບຜິດ ຊອບ, ຍົກສູງການອົບຮົບ-ຫັດ ແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກເປັນປະຈຳ ໃຫ້ມີຄວາມຊຳນິຊຳນານ, ໄປຄວບຄູ່ກັບການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຍົກສູງນ້ຳ ໃຈເພີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມດ້ວຍຕົນເອງເພື່ອສ້າງໃຫ້ກົມກອງມີການພັດທະນາດີຂຶ້ນເປັນກ້າວໆ.
ໂອກາດດັ່ງກ່າວ, ສະຫາຍ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງຈຳປາສັກ ເພີ່ມທະວີບົດບາດໃນການນຳພາ ຂອງພັກຢ່າງແຂງແຮງໂດຍຖືເອົາການສຶກສາອົບຮົມການ ເມືອງ-ນຳພາແນວຄິດໃຫ້ພະນັກ ງານ-ນັກຮົບ ເປັນປົກກະຕິ, ປັບ ປຸງກໍ່ສ້າງພັກ-ພະນັກງານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຍົກສູງຄວາມຮູ້ຄວາມສາມາດທາງດ້ານສີລະປະຍຸດ-ຍຸດທະວິທີໃຫ້ມີຄວາມເຂັ້ມແຂງຄ່ອງແຄ້ວຊຳນິຊຳນານຮັບປະກັນແກ້ວຽກງານກຽມພ້ອມສູ້ຮົບແລະ ສູ້ຮົບມີໄຊ, ຕິດພັນກັບໜ້າ ທີ່ການເມືອງ ແລະ ຄວາມຮັບຜິດ ຊອບຂອງຕົນຕໍ່ໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບການມອບໜາຍບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບມີແບບ ແຜນການນຳພາ-ບັນຊາທີ່ສູງເດັ່ນເປັນໝູ່ຄະນະ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນບັນຫາປະ ກົດການຫຍໍ້ທໍ້ໃນສັງຄົມ, ກົມ ກອງ ທີ່ອາດຈະເກີດຂຶ້ນໃຫ້ຂາດ ຕົວ, ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບຕາມທິດນຳ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ