ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະດັບ​ຫຼຽນ​ໄຊ​ພິລະ​ອາດ​ຫານ​ຊັ້ນ II ໃຫ້​ປະທານ​ສະພາ​ບໍລິຫານ​ເສດຖະກິດ​ພິເສດ​ສາມ​ຫຼ່ຽມ​ຄຳ
ເວລາອອກຂ່າວ: 2022-10-06 08:36:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 285 | ຄວາມນິຍົມ:



ວັນ​ທີ 1 ຕຸລາ 2022 ນີ້, ໄດ້​ມີ​ພິທີ​ປະດັບ​ຫຼຽນ​ໄຊ​ພິລະ​ອາດ ​ຫານ ຊັ້ນ II ໃຫ້​ປະທານ​ສະພາ​ບໍລິ ຫານ​ເສດຖະກິດ​ພິເສດ​ສາມ​ຫຼ່ຽມ​ຄຳ, ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ປະທານຂອງ ສະຫາຍ ບົວ​ຄົງ ນາມ​ມະ​ວົງ ກຳມະການສູນ​ກາງ ພັກ ເລຂາ​ພັກ​ແຂວງ ເຈົ້າແຂວງ ແຂວງ​ບໍ່​ແກ້ວ, ມີ ສະຫາຍ ພັນ​ເອກ ບຸນ​ມີ ພາ​ມີ​ໄຊ ກຳມະການ​ຄະ ນະ​ປະຈຳ​ພັກ​ແຂວງ ຫົວໜ້າ​ການເມືອງ​ ກອງ​ບັນຊາ​ການ​ທະ ຫານ​ແຂວງ​ບໍ່​ແກ້ວ, ມີ​ ຄະນະ​ ພັກ-ຄະນະ​ບັນຊາ​ກອງ​ບັນຊາ ການ​ທະຫານ​ແຂວງ, ສະພາ​ບໍ ລິຫານ​ເສດຖະກິດ​ພິເສດ​ສາມ​ຫຼຽມ​ຄຳ, ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ທອງ​ໄຂ ສີ​ຍາ​ລາດ ຫົວໜ້າ​ການ​ທະຫານ ​ກອງບັນຊາການທະຫານແຂວງ​ ບໍ່​ແກ້ວ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ລັດ ຖະມົນຕີ​ກະຊວງ​ປ້ອງ​ກັນປະເທດ ວ່າ​ດ້ວຍ​ການ​ຍ້ອງຍໍປະດັບ​ຫຼຽນ​ໄຊ​ພິລະ​ອາດ​ຫານ​ ຊັ້ນ II ອີງ​ຕາມ​ດຳລັດ​ຂອງ​ນາຍົກ ລັດຖະມົນຕີ ວ່າ​ດ້ວຍ​ການ​ແຂ່ງຂັນ ແລະ ຍ້ອງ ຍໍ, ເຊິ່ງ​ກະຊວງ​ປ້ອງ​ກັນປະເທດ ​ໄດ້​ປະດັບ​ຫຼຽນ​ໄຊ​ພິລະ​ອາດຫານ ຊັ້ນ II ໃຫ້ ທ່ານ ຈ້າວ ເຫວີຍ ປະ ທານ​ສະພາ​ບໍລິຫານ​ງານເຂດ ​ເສດຖະກິດ​ພິເສດສາມຫຼ່ຽມ​ຄຳ ເພື່ອ​ຍ້ອງຍໍ​ສັນລະເສີນ​ຜົນງານ, ຄຸນງາມຄວາມດີ​ໃຫ້​ແກ່​ປະທານ​ສະພາ​ບໍລິຫານງານເຂດເສດ ຖະກິດ​ພິເສດສາມຫຼ່ຽມ​ຄຳ ທີ່​ມີ​ຜົນງານ​ດີເດັ່ນ​ໃນ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ສ້າງ ສາ​ ແລະ​ ພັດທະນາ ກໍ່ສ້າງ​ພື້ນ ຖານ​ໂຄງ​ລ່າງ​ລະບົບ​ຄ້າຍຄູ, ສຳ ນັກງານ​ຫ້ອງການຂອງກອງ​ ບັນຊາ​ການ​ທະຫານ​ແຂວງ​ບໍ່ ແກ້ວ ​ໃຫ້​ມີ​ແບບແຜນ​ທັນ​ສະໄໝ ຜົນງານ​ດັ່ງກ່າວ​ເປັນການເສີມ​ ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ຕາມ​ທິດ 4 ດີ​ຂອງ​ພັກ ​ແລະ​ ລັດ ຖະບານ​ລາວ-ຈີນ ກໍຄື​ການ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ລະຫວ່າງ ສອງ​ພັກ-ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ ລາວ-ຈີນ ໃຫ້​ຢືນ​ຍົງ​ຕະຫຼອດ​ໄປ. ໂດຍ: ສົມ​ໄຊ ສີ​ລາ​ຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ