ພາຍຸໃຕ້ຝຸ່ນໂນຣູ ພັດເຂົ້າພາກໃຕ້ຂອງລາວ ເຮັດໃຫ້ຫຼາຍແຂວງ ໄດ້ຮັບຜົນກະທົບ
ເວລາອອກຂ່າວ: 2022-10-05 08:46:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 145 | ຄວາມນິຍົມ:
ຈາກສະພາບຝົນຕົກໜັກ ແລະ ລົມພັດແຮງຢູ່ພາກໃຕ້ຂອງ ລາວ ເຊິ່ງເປັນອິດທິພົນຂອງພາ ຍຸໃຕ້ຝຸ່ນໂນຣູ (Noru) ໃນວັນທີ 28 ກັນຍາຜ່ານມາ ເຮັດໃຫ້ ນ້ຳໄຫຼຖ້ວມຊຸຫຼາຍທ້ອງຖິ່ນໄດ້ຮັບຜົນກະທົບ ແລະ ເສຍຫາຍ.
ໃນຂະນະທີ່ຢູ່ເມືອງທ່າແຕງ ແຂວງເຊກອງ ມີ 4 ບ້ານໄດ້ຮັບ ຜົນກະທົບຈາກເຫດການດັ່ງ ກ່າວ. ພາຍຫຼັງສະພາບການທີ່ ນໍ້າໄດ້ຫຼຸດລົງ ໃນວັນທີ 29 ກັນ ຍາ 2022 ນີ້ ທ່ານ ເຫຼັກໄຫຼ ສີ ວິໄລ ເຈົ້າແຂວງ ແຂວງເຊກອງ ພ້ອມຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ແລະ ເມືອງໄດ້ເຄື່ອນໄຫວຕິດ ຕາມ-ກວດກາພື້ນທີ່ ທີ່ຖືກຜົນກະ ທົບ ໂດຍໄດ້ຮັບການລາຍງານ ຈາກອຳນາດການປົກຄອງ 4 ບ້ານຄື: ບ້ານກັນດອນ ມີ 15 ຄອບຄົວ, ເນື້ອທີ່ນາ 8,5 ເຮັກ ຕາ, ບ້ານໜອງກັນ ມີ 10 ຄອບ ຄົວ, ໜອງປາ 10 ໜອງ, ບ້ານ ດອນຊາ ມີ 2 ຄອບຄົວ, ໜອງປາ 2 ໜອງ, ເນື້ອທີ່ນາຫຼາຍກວ່າ 1 ເຮັກຕາ ແລະ ບ້ານທົ່ງ ຫວາຍ, ເນື້ອທີ່ດິນປຸກສ້າງເຊາະ ເຈື່ອນ 68 ຕອນ, ດິນຜະລິດກະ ສິກຳ 68 ຕອນ, ເນື້ອທີ່ມັນຕົ້ນ 110 ເຮັກຕາ, ເນື້ອທີ່ປູກກາ ເຟ 120 ເຮັກຕາ, ເນື້ອທີ່ນາ 10
ເຮັກຕາ, ເນື້ອທີ່ປູກໝາກແໜ່ງ 130 ເຮັກຕາ, ເນື້ອທີ່ນາສັກມີ 52 ເຮັກຕາ, ໜອງປາມີ 7 ໜອງ, ມີປາ 4.570 ໂຕ ແລະ ວິດຖ່າຍຈຳນວນ 68 ຫຼັງຄາເຮືອນນຳໃຊ້ບໍ່ໄດ້.
ແຕ່ເຖິງຢ່າງໃດກໍຕາມ ທ່ານ ເຫຼັກໄຫຼ ສີວິໄລ ໄດ້ຮຽກຮ້ອງໃຫ້ຄະນະກຳມະການທຸກຂັ້ນ ເພີ່ມຄວາມເອົາໃຈໃສ່ຕິດຕາມສະພາບອາ ກາດ ແລະ ລະດັບນໍ້າຢ່າງໃກ້ ຊິດໃນແຕ່ລະໄລຍະ ໄປຄຽງຄູ່ກັບການເພີ່ມທະວີມາດຕະການປ້ອງກັນຄວາມປອດໄພທາງດ້ານຊີວິດ, ຊັບສິນ ແລະ ສຸຂະພາບຂອງຜູ້ປະສົບໄພ, ພ້ອມທັງເລັ່ງ ເກັບກຳຜົນເສຍຫາຍຢ່າງລະ ອຽດຊັດເຈນ ເພື່ອວາງແຜນໃຫ້ ການຊ່ວຍເຫຼືອ, ຟື້ນຟູຜົນກະທົບທັງສະເພາະໜ້າ ແລະ ຍາວນານ ເພື່ອຮັບປະກັນໃຫ້ການດຳລົງຊີວິດຂອງປະຊາຊົນກັບຄືນສູ່ ສະພາບປົກກະຕິໂດຍໄວ.
ໂດຍ: ພອນ ບຸນອຸທິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ