ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບ ນາຍົກລັດຖະມົນຕີ ແຫ່ງ ສ. ກູບາ ເຂົ້າຢ້ຽມຂໍ່ານັບ 
ເວລາອອກຂ່າວ: 2022-10-05 08:26:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 316 | ຄວາມນິຍົມ:



ໃນວັນທີ 3 ຕຸລາ 2022, ທີ່ ຫ້ອງວ່າການສູນກາງພັກ, ສະ ຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດ ລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງ ສະຫາຍ ມາ ນູເອັນ ມາເຣໂຣ ກຣູຊ໌ (Manuel Marrero Cruz), ນາ ຍົກລັດຖະມົນຕີແຫ່ງ ສາທາ ລະນະລັດ ກູບາ ໃນໂອກາດເດີນ ທາງຢ້ຽມຢາມ ສປປ ລາວ ຢ່າງ ເປັນທາງການ ໃນວັນທີ 2-4 ຕຸລາ 2022. ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ ການຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ແລະ ຄະນະ ໃນຄັ້ງນີ້, ເຊິ່ງ ຖືວ່າ ເປັນຄັ້ງທໍາອິດຂອງການຢ້ຽມຢາມຂັ້ນນາຍົກລັດຖະມົນຕີ ແລະ ເປັນຄັ້ງປະຫວັດສາດທີ່ມີ ຄວາມໝາຍສໍາຄັນ ປະກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບ ແລະ ການຮ່ວມມືຖານສະ ຫາຍອ້າຍນ້ອງລະຫວ່າງ ສອງ ປະເທດ ລາວ-ກູບາ ໃຫ້ແໜ້ນແຟ້ນ ຍິ່ງໆຂຶ້ນ. ໃນໂອກາດດຽວກັນນີ້, ສະ ຫາຍ ມານູເອັນ ມາເຣໂຣ ກຣູຊ໌ ກໍໄດ້ສະແດງຄວາມຂອບໃຈຢ່າງ ຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຄັ້ງນີ້, ພ້ອມທັງໄດ້ແຈ້ງໃຫ້ ສະ ຫາຍ ທອງລຸນ ສີສຸລິດ ຊາບກ່ຽວ ກັບຜົນການພົບປະກັບ ສະຫາຍ ນາຍົກລັດຖະມົນຕີ ພັນຄໍາ ວິພາ ວັນ ໃນວັນທີ 2 ຕຸລາ ຜ່ານມາ, ເຊິ່ງສອງຝ່າຍໄດ້ແຈ້ງສະພາບ ພາຍໃນໃຫ້ກັນຊາບ, ໄດ້ທົບທວນ ຄືນການພົວພັນຮ່ວມມືສອງຝ່າຍ ໃນດ້ານຕ່າງໆ ໃນໄລຍະຜ່ານ ມາ, ປຶກສາຫາລືທິດທາງແຜນ ການຮ່ວມມືໃນຕໍ່ໜ້າ ທັງໃນຂອບ ສອງຝ່າຍ ແລະ ຫຼາຍຝ່າຍ, ລວມ ເຖິງການແລກປ່ຽນຄໍາຄິດເຫັນ, ເຊິ່ງກັນ ແລະ ກັນ ກ່ຽວກັບສະ ພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມ ສົນໃຈຮ່ວມກັນ. ພ້ອມນີ້, ສະ ຫາຍ ມານູເອັນ ມາເຣ ໂຣ ກຣູຊ໌ ກໍໄດ້ນໍາເອົາຄໍາຢື້ຢາມ ຖາມຂ່າວ ແລະ ຄໍາເຊື້ອເຊີນຂອງ ສະຫາຍ ມີເກັນ ດີເອັດສ-ກາ ແນນ, ເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດ ແຫ່ງ ສ. ກູບາ ເຖິງ ສະຫາຍ ທອງລຸນ ສີສຸລິດ ເດີນທາງຢ້ຽມຢາມ ສ. ກູບາ ໃນໂອກາດອັນເໝາະສົມ. ພ້ອມດຽວກັນນີ້, ສະຫາຍ ທອງ ລຸນ ສີສຸລິດ ກໍໄດ້ສະແດງຄວາມ ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນ ສໍາເລັດຂອງການພົບປະສອງ ຝ່າຍຂອງສອງນາຍົກລັດຖະມົນ ຕີ, ພ້ອມທັງສະແດງຄວາມປິຕິ ຍິນດີທີ່ເຫັນວ່າ ສາຍພົວພັນມິດ ຕະພາບອັນເປັນມູນເຊື້ອລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ຍັງສືບຕໍ່ໄດ້ຮັບການເສີມຂະ ຫຍາຍຢ່າງບໍ່ຢຸດຢັ້ງເຖິງແມ່ນວ່າ ສອງປະເທດຈະຢູ່ຫ່າງໄກກັນ ກໍຕາມ, ເຊິ່ງສະແດງອອກໃນ ການພົວພັນທາງດ້ານການເມືອງ ລະຫວ່າງ ສອງປະເທດສືບຕໍ່ ໜັກແໜ້ນ, ສອງຝ່າຍມີຄວາມ ເຂົ້າໃຈກັນດີ, ມີທັດສະນະຄ້າຍ ຄືກັນຕໍ່ຫຼາຍໆບັນຫາ ແລະ ສະ ໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນດ້ານຕ່າງໆ ໃນ ຂອບສອງຝ່າຍ ແລະ ຫຼາຍຝ່າຍ ລວມທັງໃນເວທີພາກພື້ນ ແລະ ສາກົນ ນັບແຕ່ສະໄໝຕໍ່ສູ້ກູ້ຊາດ ຈົນເຖິງປັດຈຸບັນ. ພ້ອມນີ້, ສະ ຫາຍ ທອງລຸນ ສີສຸລິດ ກໍໄດ້ຢືນ ຢັນຄືນວ່າພັກ, ລັດ ແລະ ປະຊາ ຊົນລາວບັນດາເຜົ່າຈະສືບຕໍ່ເຮັດ ສຸດຄວາມສາມາດຮ່ວມກັບພັກ, ລັດ ແລະ ປະຊາຊົນ ກູບາອ້າຍ ນ້ອງປົກປັກຮັກສາ ແລະ ເພີ່ມພູນ ຄູນສ້າງສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງ ສອງຊາດ ລາວ-ກູບາ ໃຫ້ນັບມື້ນັບຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ທີ່ເປັນຮູບປະທຳມາສູ່ປະຊາຊົນ ສອງຊາດ, ພິເສດສອງຝ່າຍ ຈະ ຮ່ວມກັນສະເຫຼີມສະຫຼອງຄົບ ຮອບ 50 ປີ ການສ້າງຕັ້ງສາຍພົວ ພັນ ການທູດ ລາວ-ກູບາ ໃນປີ 2024 ແລະ ຍັງໄດ້ເນັ້ນຕື່ມວ່າ ສອງຝ່າຍ ຈະສືບຕໍ່ເພີ່ມທະວີການຮ່ວມມືກັນໃນວຽກງານ ແລະ ຂະແໜງການຕ່າງໆ ເຊັ່ນ: ການສຶກສາ, ກິລາ, ສາທາລະ ນະສຸກ, ລວມທັງຂະແໜງການ ໃໝ່ອື່ນໆ ທີ່ສອງຝ່າຍມີທ່າແຮງ; ສະຫາຍ ທອງລຸນ ສີສຸລິດ ກໍໄດ້ ສະແດງຄວາມຂອບໃຈຕໍ່ຄໍາຢື້ ຢາມຖາມຂ່າວ ແລະ ຄໍາເຊື້ອເຊີນ ຂອງ ສະຫາຍ ມີເກັນ ດີເອັດສ-ກາແນນ, ພ້ອມທັງຝາກຄວາມ ຄິດຮອດຄິດເຖິງ, ຄໍາຢ້ຽມຢາມ ຖາມຂ່າວ ແລະ ຄຳອວຍພອນ ອັນປະເສີດ ຜ່ານສະຫາຍ ມານູ ເອັນ ມາເຣໂຣ ກຣູຊ໌ ໄປຍັງ ສະ ຫາຍ ມີເກັນ ດີເອັດສ-ກາແນນ, ເລຂາທີໜຶ່ງຄະນະບໍລິຫານງານ ສູນກາງພັກຄອມມູນິດກູບາ, ປະ ທານປະເທດ ແຫ່ງ ສ. ກູບາ, ບັນ ດາສະຫາຍ ການນໍາພັກ-ລັດ ກູ ບາ ແລະ ປະຊາຊົນ ກູບາ ອ້າຍ ນ້ອງ ທຸກຖ້ວນໜ້າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ