ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານ​ເມືອງ​ໂຂງ ສູ້​ຊົນ​ສ້າງ​ນັກຮົບ​ວັດທະນະທຳ- ກົມ​ກອງ​ວັດທະນະທຳ ໃຫ້​ມີ​ຄຸນ​ນະ​ພາບ
ເວລາອອກຂ່າວ: 2022-10-04 09:11:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 77 | ຄວາມນິຍົມ:



ການ​ປັບປຸງ​ກໍ່ສ້າງ​ນັກຮົບ​ວັດທະນະທຳ-ກົມ​ກອງ​ວັດທະ ນະທຳ ແມ່ນ​ວຽກ​ງານ​ໜຶ່ງ​ທີ່​ສຳ ຄັນ​ເພື່ອ​ກໍ່ສ້າງ​ກອງທັບ​ປະຊາຊົນ​ລາວ​ໃຫ້​ກາຍເປັນ​ກອງທັບ​ປະຕິ ວັດ, ມີ​ລະບຽບ​ແບບແຜນ​ທັນ​ສະ​ໄໜ. ໃນ​ຕະຫຼອດ​ໄລຍະ​ທີ່​ຜ່ານ​ມາ ກອງ​ບັນຊາ​ການ​ທະຫານ​ເມືອງ​ໂຂງ ແຂວງ​ຈຳປາ​ສັກ ແມ່ນ​ກົມ​ກອງ​ໜຶ່ງ​ທີ່​ໄດ້​ເປັນ​ເຈົ້າ​ການ​ສຸມ​ໃສ່​ປັບປຸງ​ກໍ່ສ້າງ​ກົມ​ກອງ ແລະ ເຮັດ​ວຽກ​ງານ​ການເມືອງ​ຢ່າງ​ຕັ້ງໜ້າ ເຮັດ​ໃຫ້​ພະນັກງານ-ນັກ ຮົບ ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການເມືອງ-ແນວ​ຄິດ, ເຂັ້ມ ແຂງ​ທາງ​ດ້ານ​ການຈັດຕັ້ງ, ມີ​ລະ ບຽບ​ແບບແຜນ​ວິທີ​ເຮັດ​ວຽກ​ທີ່​ຖືກຕ້ອງ ແລະ ມີ​ລະບຽບ​ວິໄນ​ເຂັ້ມ​ງວດ, ເຮັດ​ໃຫ້​ກົມ​ກອງ​ຖືກ​ຮັບຮອງ​ເປັນ​ກົມ​ກອງ​ພັດທະນາ, ກົມ​ກອງ​ປອດ​ໃສ ປອດ​ໄພ ປອດ​ຄະດີ 1 ສະ​ໄໝ, ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ 5 ໜ່ວຍ​ພັກ ແລະ ສາມາດ​ຮັກສາ​ນາມມະຍົດ​ກົມ​ກອງວັດທະນະທຳ-ນັກຮົບ​ວັດທະນະທຳ ເປັນ​ສະ​ໄໝ​ທີ 2 ແລະ ກະກຽມ​ຢັ້ງຢືນ​ຮັບຮອງ​ເປັນ​ສະ​ໄໝ​ທີ 3. ສະຫາຍ ພັນ​ໂທ ຄຳ​ຜ່ອຍ ທະນະ​ສິດ ຫົວໜ້າ​ການເມືອງ ກອງ​ບັນ ຊາ​ການ​ທະຫານ​ເມືອງ​ໂຂງ ໄດ້​ໃຫ້​ຮູ້​ວ່າ: ໃນ​ໄລຍະ​ທີ່​ຜ່ານ​ມາ, ຄະນະ​ພັກ-ຄະນະ​ບັນຊາ​ກົມ​ກອງ ໄດ້​ເປັນ​ເຈົ້າ​ການ​ຄົ້ນຄວ້າ​ເຊື່ອມ​ຊຶມ 5 ມາດຖານ​ໃນ​ການ​ປັບປຸງ​ກໍ່ສ້າງ​ນັກຮົບ​ວັດທະນະທຳ-ກົມ​ກອງ​ວັດທະນະທຳ​ຢ່າງ​ເລິກເຊິ່ງ, ໄດ້​ແຕ່ງຕັ້ງ​ຄະນະ​ຊີ້​ນຳ, ອະນຸ​ກຳມະການ, ຄະນະ​ຮັບຜິດຊອບ​ວຽກ​ງານ​ຂະ​ບວນ​ການ​ຕ່າງໆ​ຢ່າງ​ເປັນ​ລະບົບ, ເອົາໃຈໃສ່​ປັບ ປຸງ​ກົງຈັກ​ການຈັດຕັ້ງ​ທຸກ​ຂັ້ນ​ໃຫ້​ເຂັ້ມແຂງ, ມີ​ແບບແຜນ​ວິທີ​ເຮັດ​ວຽກ​ທີ່​ຖືກຕ້ອງຕາມ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ, ນຳພາ​ເປັນ​ໝູ່​ຄະນະ, ມອບ​ໝາຍ​ໜ້າທີ່​ໃຫ້​ບຸກຄົນ​ຮັບຜິດຊອບ, ເຄື່ອນ ໄຫວຊຸກຍູ້​ຕິດຕາມ​ກວດກາ, ຕີ​ລາ ຄາ, ແບ່ງ​ປະເພດ​ນັກຮົບ​ວັດທະ ນະທຳ-ກົມ​ກອງ​ວັດທະນະທຳ​ພາຍ​ໃນ​ກົມ​ກອງ, ສະຫຼຸບ​ຖອນ ​ຖອນ​ບົດຮຽນ ແລະ ລາຍ​ງານ​ຂໍ​ ທິດ​ຊີ້​ນຳ​ຈາກ​ຂັ້ນ​ເທິງ​ເປັນ​ປົກກະ ຕິອັນ​ໄດ້​ເຮັດ​ໃຫ້​ພະນັກງານສະ ມາຊິກ​ພັກ-ນັກຮົບ​ມີ​ຄວາມ​ສາ ມັກຄີ​ພາຍ​ໃນ​ແໜ້ນ​ແຟ້ນ, ມີ​ຄວາມ​ຮັບ​ຮູ້​ເຂົ້າໃຈ ແລະ ເຫັນ​ໄດ້​ ຄວາມ​ໝາຍ​ຄວາມ​ສຳຄັນ​ຂອງ ​ວຽກ​ງານ​ກໍ່ສ້າງ​ນັກຮົບ​ວັດທະ ນະທຳ-ກົມ​ກອງ​ວັດທະນະທຳ ພ້ອມ​ກັນ​ເປັນ​ເຈົ້າ​ການເຄື່ອນໄຫວ​ຈັດ​ຕັ້ງ​ປະຕິບັດ​ຢ່າງ​ເປັນ​ຂະ​ບວນ ​ການ​ຟົດຟື້ນ. ໃນ​ນີ້, ຕໍ່​​ວຽກ​ງານ​ກໍ່ສ້າງ​ນັກຮົບ​ວັດທະນະທຳ ໄດ້​ສຸມ​ໃສ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ໃຫ້​ພະນັກງານ, ສະມາຊິກ​ພັກ-ນັກຮົບ ມີ​ຄຸນທາດ ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມ ບັດ​ສິນ​ທຳ​ປະຕິວັດ, ມີ​ແນວ​ຄິດ​ຮັກ​ຊາດ, ຮັກ​ບ້ານ​ເກີດ​ເມືອງ​ນອນ, ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ-ລັດ, ການຈັດຕັ້ງ​ທຸກ​ຂັ້ນ, ມີ​ຄວາມ​ອົດທົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ມີ​ນ້ຳໃຈ​ເສຍສະຫຼະ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຜົນ​ປະໂຫຍດ​ລວມ​ຂອງ​ຊາດ ແລະ ຂອງ​ກົມ​ກອງ, ມີ​ຄວາມ​ຕື່ນ​ຕົວ​ປະຕິບັດ​ກົດໝາຍ​ຂອງ​ລັດ, ຂໍ້​ກຳນົດ 7 ລະບອບ 18 ວຽກ​ໃນ​ມື້ໜຶ່ງ​ຂອງ​ກອງທັບ, ຄຳ​ປະຕິຍານ 8 ຂໍ້, 12 ຂໍ້​ຕໍ່​ປະຊາຊົນ, ມີ​ການ​ພົວພັນ​ສະໜິດ​ແໜ້ນ​ລະຫວ່າງ​ຂັ້ນ​ລຸ່ມ​ກັບ​ຂັ້ນ​ເທິງ, ປະຊາຊົນ​ບ້ານ​ຮາກ ​ຖານ​ອ້ອມ​ຂ້າງ​ກົມ​ກອງ​ຕັ້ງທັບ, ຊຸກຍູ້​ໃຫ້​ພະນັກງານ-ນັກຮົບ ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງເປັນ ຕົ້ນ​ຮຽນ​ການເມືອງ, ການ​ທະ ຫານ, ວິຊາ​ສະເພາະ, ພາສາ​ຕ່າງປະເທດ ແລະ ເຕັກ​ໂນ​ໂລ​ຊີ​ໃໝ່ໆ ເພື່ອ​ຍົກ​ລະດັບ​ຄວາມ​ຮູ້, ຄວາມ​ສາມາດ​ຂອງ​ຕົນ​ໃຫ້​ຄວບ​ຄູ່​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ວຽກ​ງານ​ໃນ​ໄລຍະ​ໃໝ່. ຜ່ານ​ການເຄື່ອນໄຫວ​ໃນ​ ຂະ​ບວນ​ການ​ວຽກ​ງານ​ຕົວ​ຈິງ ສາມາດ​ຄັດ​ເລືອກ​ໄດ້​ນັກຮົບ​ວັດ ທະນະທຳ ກວມ​ເອົາ 89,4%. ກ່ຽວກັບ​ການ​ສ້າງ​ກອງ​ວັດທະ ນະທຳ ໄດ້​ປັບປຸງ​ສະຖານທີ່​ຄ້າຍ ​ຄູ​ໃຫ້​ເປັນ​ລະບຽບ​ຈົບງາມ, ຖືກ ຕ້ອງ​ຕາມ​ມາດຖານ​ເງື່ອນໄຂ​ກົມ​ ກອງ​ວັດທະນະທຳ ທີ່​ກົມ​ໂຄສະ ນາ​ອົບຮົມ ກົມ​ໃຫຍ່​ການເມືອງ​ກອງທັບ​ວາງ​ອອກ. ໃນ​ນີ້, ໄດ້​ນຳພາ-ຊີ້​ນຳ​ພະນັກງານ-ນັກຮົບ ສ້ອມແປງ ແລະ ກໍ່ສ້າງ​ຄ້າຍ​ຄູ​ໃຫ້​ມີ​ຄວາມ​ແໜ້ນໜາ​ຖາວອນ, ເປັນ​ລະບຽບ​ຮຽບ​ຮ້ອຍ ປະຕິບັດ​ໄດ້ 3 ງາມ​ຄື: ຄ້າຍ​ຄູ​ງາມ, ພະນັກ ງານ-ນັກຮົບ​ງາມ ແລະ ການ​ພົວພັນ​ງາມ ເຊິ່ງ​ຕີ​ລາຄາ​ໄດ້ 90%. ນອກຈາກ​ນີ້, ກົມ​ກອງ​ຍັງ​ມີ​ໜ່ວຍ​ສິລະ​ປະ-ວັນນະຄະດີ​ສະໝັກ​ຫຼິ້ນ ເຊິ່ງ​ໄດ້​ມີ​ການເຄື່ອນໄຫວ​ສະແດງ​ຮັບ​ໃຊ້​ພາຍ​ໃນ​ກົມ​ກອງ ແລະ ບ້ານ​ອ້ອມ​ຂ້າງ​ໃນ​ໂອກາດ​ສຳຄັນ​ຕ່າງໆ ອັນ​ໄດ້​ກະຕຸກ​ຊຸກຍູ້​ໃຫ້ກຳ ລັງ​ແຮງ​ໃຈ​ແກ່​ພະນັກງານ-ນັກ ຮົບ ເຮັດ​ໃຫ້​ຊີວິດ​ວັດທະນະທຳ​ໃນ​ກົມ​ກອງ​ມີ​ບັນຍາກາດ​ຟົດຟື້ນ ທັງ​ສ້າງ​ສາຍ​ພົວພັນ​ຄວາມ​ສາມັກຄີ​ລະຫວ່າງ​ກົມ​ກອງ​ກັບ​ປະຊາຊົນ​ບ້ານ​ອ້ອມ​ຂ້າງ​ໃຫ້​ນັບ​ມື້​ມີ​ຄວາມ​ແໜ້ນ​ແຟ້ນ. ອີກ​ສິ່ງ​ໜຶ່ງ​ທີ່​ພົ້ນເດັ່ນ ​ກໍ​ຄື​ກົມ​ກອງ​ມີ​ສະຖານທີ່​ເພີ່ມພູມ ​ຜະລິດຜົນ​ທີ່​ເໝາະ​ສົມ ໃນການ​ປູກຝັງ-ລ້ຽງສັດ ແລະ ຫັດ ຖະກຳ​ຈັກສານ ສາມາດ​ສ້າງ​ລາຍ​ຮັບ ​ໄດ້ 170 ລ້ານ​ກວ່າ​ກີບ ເຮັດ​ ໃຫ້​ຊີ ວິດ​ການ​ເປັນ​ຢູ່​ຂອງ​ພະນັກ ງານ-ນັກຮົບ​ນັບ​ມື້​ນັບ​ດີ​ຂຶ້ນສາມາດ​ຮັບປະກັນ​ໃຫ້​ແກ່​ການເຄື່ອນໄຫວ ​ຈັດ​ຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ທີ່​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ