ຫ້ອງການ ກອງບັນຊາການທະຫານແຂວງອຸດົມໄຊ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2022-10-04 09:09:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 272 | ຄວາມນິຍົມ:
ໃນວັນທີ 29 ກັນຍາ 2022 ນີ້, ຫ້ອງການ ກອງບັນຊາການທະຫານແຂວງອຸດົມໄຊຈັດຕັ້ງ ຍິງເປົ້າໝາຍດ້ວຍລູກປືນແທ້ບົດກວດກາທ່າຍິງປືນ AKM, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ໄຊພອນ ກໍສົມພູ ຫົວໜ້າຫ້ອງການ ກອງບັນຊາການທະ ຫານແຂວງອຸດົມໄຊ, ມີຄະນະພັກ- ຄະນະບັນຊາ, ພະແນກການທີ່ກ່ຽວຂ້ອງ, ຄູ-ອາຈານ ແລະ ນັກເຝິກອົບຮົມພາຍໃນກົມກອງເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ກອງຄຳ ທຳມະວົງ ຄູປະຈຳວິຊາບົດກວດ ກາທ່າຍິງປືນ AKM ໄດ້ລາຍງານໃຫ້ຮູ້ວ່າ: ການເຝິກແອບ-ຮ່ຳ ຮຽນໃນຄັ້ງນີ້ ແມ່ນການປັບປຸງ ກໍ່ສ້າງກຳລັງປະກອບອາວຸດຢູ່ ຂັ້ນທ້ອງຖິ່ນໃຫ້ເຂັ້ມແຂງ ແລະ ປະຕິບັດຕາມແຜນການຮຽນ-ການສອນຂອງກົມໃຫຍ່ເສນາທິການກອງທັບ, ເພື່ອຍົກສູງຄວາມຮູ້, ຄວາມສາມາດ ແລະ ຄວາມຊຳນິຊຳນານຂອງພະນັກງານ-ນັກຮົບໃນການນຳໃຊ້ອາວຸດຂອງ ເຫຼົ່າຮົບວິຊາສະເພາະ ແລະ ຮັບ ປະກັນສາມາດດັບສູນເປົ້າໝາຍໄດ້ຕາມລະດັບຄາດໝາຍ, ທັງເປັນການກວດກາຄືນບົດຮຽນທີ່ໄດ້ຮຽນຜ່ານມາເປັນຕົ້ນແມ່ນ ຈັງຫວະ, ການກະທຳຂອງແຕ່ລະສະຫາຍພ້ອມທັງທວນຄືນ ດ້ານສິລະປະຍຸດ-ຍຸດທະວິທີ. ການຈັດຕັ້ງຍິງເປົ້າໝາຍດ້ວຍ ລູກປືນແທ້ຄັ້ງນີ້ມີນັກເຝິກອົບຮົມເຂົ້າຮ່ວມທັງໝົດ 60 ສະຫາຍ, ຍິງ 15 ສະຫາຍ, ມີ 3 ທ່າຍິງ, ໄລຍະຍິງ 100 ແມັດ, ຂັ້ນເກັ່ງມີ 25 ສະຫາຍ, ຂັ້ນກາງ 20 ສະຫາຍ, ຄາດໝາຍ 10 ສະຫາຍ, ສະເລຍຜົນໄດ້ຮັບ 99,98%.
ໂອກາດນີ້, ສະຫາຍ ພັນໂທ ໄຊພອນ ກໍສົມພູ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງເຝິກແອບຮໍ່າຮຽນ ແລະ ຍິງເປົ້າໝາຍດ້ວຍລູກປືນ ແທ້ ດ້ວຍຄວາມປອດໄພດີ, ພ້ອມທັງເນັ້ນໜັກໃຫ້ແຕ່ລະສະຫາຍຈົ່ງ ພ້ອມກັນເອົາໃຈໃສ່ຍົກສູງຕໍ່ ໜ້າທີ່ການເມືອງຂອງຕົນ, ກຳແໜ້ນ ບັນດາທ່າ ແລະ ຈັງຫວະບາດ ກ້າວການເຝິກສິລະປະຍຸດ-ຍຸດ ທະວິທີໃຫ້ຖືກຕ້ອງຕາມເນື້ອໃນບົດຮຽນເພື່ອໄປຈັດຕັ້ງປະຕິບັດເຮັດໃຫ້ບັນອົບຮົມຄັ້ງນິ້ ໄດ້ຮັບຜົນດີຕາມຄາດໝາຍທີ່ວາງໄວ້, ເພື່ອສືບຕໍ່ຈັດຕັ້ງປະຕິບັດເຂົ້າໃນີ່ວຽກງານຕົວຈິງ.
ໂດຍ: ສົມພູນ ທຳມະຕານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ