ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະມາຄົມການຄ້າ ລາວ-ສານຊີ ມອບເຄື່ອງຊ່ວຍເຫຼືອ ໃຫ້ຄະນະຄຸ້ມຄອງໄພພິບັດສູນກາງ
ເວລາອອກຂ່າວ: 2022-10-04 08:36:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 257 | ຄວາມນິຍົມ:



ເພື່ອເປັນການແບ່ງເບົາ ຄວາມທຸກໂສກຕໍ່ຜູ້ປະສົບໄພ ທາງທຳມະຊາດ ຢູ່ ສປປ ລາວ, ໃນວັນທີ 3 ຕຸລາ 2022 ນີ້, ທີ່ ກະຊວງປ້ອງກັນປະເທດ, ສະມາ ຄົມການຄ້າລາວ-ສານຊີ, ບໍລິສັດ ວິສະວະກໍາອອກແບບວາງແຜນ ຮ່ວມລາວ-ຈີນ ຈໍາກັດ ແລະ ບໍລິ ສັດເຕັກໂນໂລຊີ ເຄືອຂ່າຍຢູນ ໜານ ຈໍາກັດ ໄດ້ນໍາເອົາເຄື່ອງ ຊ່ວຍເຫຼືອໄພພິບັດມາມອບໃຫ້ຄະ ນະຄຸ້ມຄອງໄພພິບັດຂັ້ນສູງກາງ, ຕາງໜ້າກ່າວມອບໂດຍ ທ່ານ ລີຫຼິງ (li ling) ປະທານສະມາ ຄົມການຄ້າລາວ-ສານຊີ ສປ ຈີນ ແລະ ກ່າວຮັບໂດຍ ສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກໍາມະການຄຸ້ມ ຄອງໄພພິບັດຂັ້ນສູນກາງ ໂດຍ ມີພາກສ່ວນທີ່ກ່ຽວຂ້ອງທັງ ສອງ ຝ່າຍເຂົ້າຮ່ວມ. ການມອບເຄື່ອງຊ່ວຍເຫຼືອ ໃນຄັ້ງນີ້ ເພື່ອເປັນການຊ່ວຍເຫຼືອ ແບ່ງເບົາບັນເທົາທຸກແກ່ຜູ້ຖືກ ເຄາະຮ້າຍປະເຊີນກັບໄພພິບັດ ທາງທໍາມະຊາດ ໂດຍສະເພາະ ແມ່ນໄພພິບັດທີ່ເກີດຈາກນໍ້າຖ້ວມ ເຄື່ອງທີ່ນໍາມາມອບ ປະກອບມີ: ເຂົ້າໜຽວຈໍານວນ 1,850 ຖົງ, ເຂົ້າຈ້າວຫອມມະລິ 1,000 ຖົງ, ເສື້ອ 80 ຜືນ ແລະ ໂສ້ງຂາຍາວ 30 ຜືນ. ໂອກາດດັ່ງກ່າວ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວຂອບໃຈຕໍ່ການມີນໍ້າໃຈ ຊ່ວຍເຫຼືອຂອງສະມາຄົມການຄ້າ ລາວ- ສານຊີ ທີ່ມີຄວາມເປັນຫ່ວງ ເປັນໄຍນໍາເອົາວັດຖຸປັດໃຈປະ ກອບສ່ວນຊ່ວຍເຫຼືອໃຫ້ແກ່ຜູ້ປະສົບໄພພິບັດນໍ້າຖ້ວມດ້ວຍ ຄວາມຈິງໃຈ, ເຊິ່ງເປັນການສະ ແດງເຖິງຄວາມສາມັກຄີຮັກ ແພງ ລະຫວ່າງ ລາວ-ຈີນ ທີ່ເຄີຍມີມູນ ເຊື້ອມາແຕ່ດົນນານ ແລະ ຈະນໍາ ເອົາເຄື່ອງດັ່ງກ່າວລົງແຈກຢາຍ ໃຫ້ປະຊາຊົນທີ່ປະສົບໄພພິບັດ ຢ່າງທົ່ວເທິງ, ພ້ອມທັງອວຍ ພອນໃຫ້ ທ່ານ ລີຫຼິງ ພ້ອມຄະນະ ຈົ່ງມີສຸຂະພາບແຂງແຮງ ໃຫ້ທຸລະ ກິດຈະເລີນກ້າວໜ້າຂຶ້ນເລື້ອຍໆ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ