ກົມໃຫຍ່ເສນາທິການກອງທັບ ເຜີຍແຜ່-ເຊື່ອມຊຶມ ບົດບາດການເຄື່ອນໄຫວຂອງສະພາແຫ່ງຊາດ
ເວລາອອກຂ່າວ: 2022-10-04 08:33:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 225 | ຄວາມນິຍົມ:
ວັນທີ 29 ກັນຍາ 2022 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມເຜີຍແຜ່-ເຊື່ອມ ຊຶມຍົກສູງບົດບາດການເຄື່ອນ ໄຫວຂອງສະພາແຫ່ງຊາດ ໃຫ້
ແກ່ກຳລັງປ້ອງກັນຊາດ, ໂດຍ ການເປັນປະທານ ຂອງສະຫາຍ ພົນຕີ ພັນແສງ ບຸນພັນ ກຳມະ ການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາກົມ, ຫ້ອງການ, ຄະນະພັກ-ຄະນະບັນຊາ ກົມກອງຮາກຖານ, ພະນັກງານຫຼັກແຫຼ່ງທົ່ວ ກົມໃຫຍ່ເສນາທິການເຂົ້າຮ່ວມ.
ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ມີຄຳເຫັນກ່າວຈຸດປະສົງໃນການຈັດຕັ້ງເຜີຍແຜ່-ເຊື່ອມຊຶມ ຍົກສູງບົດບາດການເຄື່ອນໄຫວຂອງສະພາແຫ່ງຊາດ ໃຫ້ແກ່ກຳລັງປ້ອງກັນຊາດ ແມ່ນມີຄວາມສຳຄັນ ເພື່ອແນໃສ່ຮັບ ປະກັນທາງດ້ານຄວາມຮູ້, ເອກະພາບ ແລະ ຄວາມເຂົ້າໃຈຖືກຕ້ອງກ່ຽວກັບແນວທາງນະໂຍບາຍຂອງ ພັກ-ລັດ, ເຊິ່ງປະກອບມີ ບັນດາເນື້ອໃນເອກະສານທີ່ສຳ ຄັນຄື: ຂໍ້ຕົກລົງຮ່ວມວ່າດ້ວຍການປະສານງານ ລະຫວ່າງກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດຊຸດທີ IX ແລະ ຄະນະປະ ສານງານຂອງກະຊວງປ້ອງກັນ ປະເທດ, ມະຕິຂອງຄະນະປະ ຈຳສະພາແຫ່ງຊາດ ວ່າດ້ວຍການເຄື່ອນໄຫວຂອງກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບ ຂອງກຳລັງປ້ອງກັນຊາດ ແລະ ສະພາປະ ຊາຊົນຂັ້ນແຂວງ.
ສະຫາຍ ພົນຈັດຕະວາ ກອງແກ້ວ ວໍລະຈິດ ຄະນະພັກອົງການກົມໃຫຍ່ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການ ກໍໄດ້ຂຶ້ນເຜີຍແຜ່ເອກະສານກ່ຽວກັບທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ສຳລັບນາຍ ແລະ ພົນ ທະຫານ ຢູ່ກະຊວງປ້ອງກັນປະ ເທດ ແລະ ບົດສະຫຼຸບຕີລາຄາຄືນໂດຍສັງເຂບຜ່ານການເຄື່ອນໄຫວປະສານງານ ປີ 2021-2025 ລະຫວ່າງກຳມະທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ຊຸດທີ IX ກັບ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດ.
ໃນຕອນທ້າຍກອງປະຊຸມ, ສະຫາຍ ພົນຕີ ພັນແສງ ບຸນພັນ
ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະ ນະບັນຊາ ກົມກອງກຳແໜ້ນ ບັນດາເນື້ອໃນ, ຫຼັກການ, ເສີມ ຂະຫຍາຍບົດບາດການນຳພາຂອງພັກ, ເປັນຫຼັກແຫຼ່ງໃນການ
ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບ ທັງເປັນແບບຢ່າງທີ່ດີໃນການເຄົາລົບ ແລະ ປະ ຕິບັດລັດຖະທຳມະນູນ ກໍຄືກົດ ໝາຍຕໍ່ປະຊາຊົນ ແລະ ພ້ອມກັນນຳເອົາບັນດາເນື້ອໃນທີ່ໄດ້ຈັດຕັ້ງເຊື່ອມຊຶມ ໄປຈັດຕັ້ງເຜີຍແຜ່ໃຫ້ພະນັກງານ-ນັກຮົບ ພາຍໃນກົມກອງຂອງຕົນ ເພື່ອເປັນພື້ນຖານໃນການນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວິຊາສະເພາະ ໃຫ້ໄດ້ຮັບໝາກຜົນຕົວຈິງ ແລະ ສອດຄ່ອງກັບໜ້າທີ່ການເມືອງຂອງກົມກອງໃນສະ ເພາະໜ້າ ແລະ ຍາວນານ.
ໂດຍ: ເກດຕະວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ