ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທ່ານ ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ອຳ​ລາ​ ຂອງ​ທີ່​ປຶກສາ​ທູດ​ປ້ອງ​ກັນ​ຊາດ​ ແຫ່ງ ຣາ​ຊະ​ອານາຈັກ​ໄທ
ເວລາອອກຂ່າວ: 2022-10-04 08:29:36 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 215 | ຄວາມນິຍົມ:



ວັນ​ທີ 3 ຕຸລາ ນີ້, ທີ່​ກະຊວງ​ປ້ອງ​ກັນ​ປະເທດ, ທ່ານ ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ອຳ​ລາ​ຂອງ ທ່ານ ພັນ​ເອກ ຊາຕີ​ແສງ​ທອງ ສິ​ຣິ​ກາ​ມົນ ທີ່​ປຶກສາ​ທູດ​ປ້ອງ​ກັນ​ຊາດ ແຫ່ງ ຣາ​ຊະ​ອາ ນາຈັກ​ໄທ ປະຈຳ ​ສປປ ລາວ, ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ໄດ້​ສຳ ເລັດ​ການ​ປະຕິບັດ​ໜ້າທີ່ ຢູ່ ​ສປປ ລາວ. ທ່ານ ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ ແລະ ຕີ​ລາຄາ​ສູງ​ຕໍ່​ຜົນ ສຳເລັດ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ການ​ທູດ​ຢູ່ ​ສປປ ລາວ ຕະຫຼອດ​ໄລຍະ 3 ປີຜ່ານມາ, ເຊິ່ງ​ເປັນການປະກອບສ່ວນ​ທີ່​ສຳຄັນ ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ ແລະ ການ​ຮ່ວມ​ມື​ໃນ​ຫຼາຍໆດ້ານ​ຂອງ​ສອງ​ປະເທດ, ກໍ​ຄື​ສອງ​ກອງທັບ ລາວ-ຣາ​ຊະ​ອານາຈັກ​ໄທ ໃຫ້​ນັບ​ມື້​ນັບ​ຂະຫຍາຍ ຕົວ​ຍິ່ງໆ​ຂຶ້ນ. ໃນ​ວາລະ​ດຽວ​ກັນ​ນີ້, ທ່ານ ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ ຍັງ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ ຂອງ ທ່ານ ພັນ​ເອກ ນິທິ​ໂຣດ ວໍລະ​ຊາດ​ທະນະ​ສານ ທີ່​ປຶກສາ​ທູດ​ປ້ອງ​ກັນ​ຊາດ ແຫ່ງ ຣາ​ຊະ​ອານາຈັກ​ໄທ ປະຈຳ ​ສປປ ລາວ ຄົນ​ໃໝ່, ເນື່ອງ​ໃນ​ໂອກາດ​ທີ່​ມາ​ດຳລົງ​ຕຳແໜ່ງ ເປັນ​ທີ່​ປຶກສາ​ທູດ​ປ້ອງ​ກັນ​ຊາດ​ຄົນ​ໃໝ່ ປະຈຳ ​ສປປ ລາວ. ໂອກາດ​ນີ້, ທ່ານ ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ ໄດ້​ກ່າວ​ສະແດງ​ຄວາມ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ຕໍ່​ທີ່​ປຶກສາ​ທູດ​ຄົນ​ໃໝ່, ເຊິ່ງ​ເປັນ​ໂອກາດ​ອັນ​ດີ​ທີ່​ທ່ານ​ໄດ້​ມາ​ປະຕິບັດ​ໜ້າທີ່​ດັ່ງກ່າວ ຢູ່ ​ສປປ ລາວ ພ້ອມ​ທັງ​ຍົກ​ໃຫ້​ເຫັນ​ສາຍ​ພົວພັນ, ການ​ຮ່ວມ​ມື ລະຫວ່າງ​ສອງ​ປະເທດ, ສອງ​ກອງທັບ ລາວ ແລະ ຣາ​ຊະ​ອາ ນາຈັກ​ໄທ ໃນ​ໄລຍະ​ຜ່ານ​ມາ. ພ້ອມ​ນີ້, ທ່ານ ພັນ​ເອກ ນິທິ​ໂຣດ ວໍລະ​ຊາດ​ທະນະ​ສານ ກໍ​ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ​ຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ ພ້ອມ​ທັງ​ຢືນຢັນ​ວ່າ, ຈະ​ຕັ້ງໜ້າ​ສືບຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ການ​ຮ່ວມ​ມືລະຫວ່າງ​ສອງ​ປະເທດ, ສອງ​ກອງທັບ ໂດຍ​ສະເພາະ​ວຽກ​ງານ​ພົວພັນ​ຕ່າງປະເທດ, ພົວພັນ​ວຽກ​ງານ​ດ້ານ​ການ​ແພດ​ຂອງ​ສອງ​ກອງທັບ ແລະ ວຽກ​ງານ​ດ້ານ​ອື່ນໆ. ກ່ອນ​ໜ້າ​ນັ້ນ, ທ່ານ ພົນ​ຈັດຕະວາ ບຸນ​ເດື່ອງ ພັນ​ສົດໃສ ຫົວໜ້າ​ກົມ​ພົວພັນ​ຕ່າງປະເທດ ກະຊວງ​ປ້ອງ​ກັນ​ປະເທດ ກໍ​ໄດ້​ໃຫ້ການ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ອຳ​ລາ ແລະ ການ​ເຂົ້າ​ຢ້ຽມ​ຂໍ່າ ນັບ​ຂອງ​ທີ່​ປຶກສາ​ທູດ​ປ້ອງ​ກັນ​ຊາດ ແຫ່ງ ຣາ​ຊະ​ອານາຈັກ​ໄທ ປະຈຳ ​ສປປ ລາວ ອີກ​ດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ