ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບ​ເງິນ​ອຸດ​ໜູນ​ໃຫ້​ພະນັກງານ​ບຳນານ​ ຢູ່​ກອງພັນ​ຂົນສົ່ງ 401 ກອງທັບ
ເວລາອອກຂ່າວ: 2022-10-04 08:23:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 222 | ຄວາມນິຍົມ:



ໃນ​ວັນ​ທີ 30 ກັນຍາ 2022 ນີ້, ກອງພັນ​ຂົນສົ່ງ 401 ກອງ ທັບ ໄດ້​ຈັດ​ພິທີມອບ-ຮັບ​ເງິນ​ອຸດ​ໜູນ​ໃຫ້​ນາຍ​ທະຫານ​ຜູ້​ທີ່​ໄດ້​ຮັບ​ນະໂຍບາຍ​ພັກ​ການ​ເຂົ້າ​ຮັບ​ເບ້ຍ​ບຳນານ, ເປັນ​ກຽດ​ເຂົ້າ​ຮ່ວມ​ ເປັນ​ປະທານ​ໂດຍ ສະຫາຍ ​ພົນ ​ຈັດຕະວາ ບຸນ​ຍົງ ວົງ​ພົມ ກຳມະການ​ຄະນະ​ພັກ​ກົມ​ໃຫຍ່ ຫົວໜ້າກົມ​ຂົນສົ່ງ​ ກົມ​ໃຫຍ່​ພະລາທິການ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ-ນັກຮົບ​ພາຍ​ໃນ​ກົມ​ກອງ​ເຂົ້າ​ຮ່ວມ. ໃນ​ພິທີ, ສະຫາຍ​ ພັນ​ໂທ ຄຳແສງ ຈະເລີນ​ຜົນ ຫົວໜ້າ​ການ ເມືອງ​ກອງພັນ​ຂົນສົ່ງ 401 ກອງທັບ, ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງວ່າ​ ດ້ວຍ​ການ​ອະນຸມັດ​ໃຫ້​ນາຍ​ທະ ຫານ​ພັກ​ການ​ເຂົ້າ​ຮັບ​ເບ້ຍ​ບຳ ນານ​ຈຳນວນ 5 ສະຫາຍ, ອີງ​ຕາມກົດໝາຍ​ນາຍ​ທະຫານ​ກອງ ທັບ​ປະຊາຊົນ​ລາວ (ສະບັບ​ປັບ ປຸງ) ເລກ​ທີ 43/​ສພຊ, ລົງ​ວັນ​ທີ 14/6/2018, ໝວດ 1 ມາດຕາ 33 ແລະ 34, ອີງ​ຕາມ ຂໍ້​ຕົກລົງ​ຂອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ສະບັບ​ເລກ​ທີ 3071/​ກປທ, ລົງ​ວັນ​ທີ 16/8/2017 ວ່າ​ດ້ວຍ​ການ​ປະຕິບັດ​ນະໂຍບາຍ​ໃຫ້​ນາຍ ແລະ ພົນທະຫານ​ໃນ​ກອງທັບ​ປະຊາຊົນ​ລາວ, ອີງ​ຕາມ​ກົດໝາຍ​ວ່າ​ດ້ວຍ​​ບ​ປະກັນ​ສັງຄົມ (ສະບັບ​ປັບປຸງ) ເລກ​ທີ 54/​ສພຊ, ລົງ​ວັນ​ທີ 27/6/2018, ອີງ​ຕາມ ການ​ຄົ້ນ​ຄວ້​​າ ແລະ ນຳ​ສະເໜີ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ, ກະຊວງ​ປ້ອງ​ກັນ​ປະ ເທດ ຕົກລົງ, ເຫັນ​ດີ​ໃຫ້ ພັນ​ຕີ ຄຳ​ຈັນ ອາ​ລຸນ​ສີ, ພັນ​ຕີ ແສງ​ສຸ​ລີ ພິ​ຍະ​ພອນ, ພັນ​ຕີ ນາງ ຄຳ​ໝັ້ນ ສາຍ​ຊີວິດ, ຮ້ອຍ​ເອກ ສົມ​ໃຈ ສາຍ​ຊີວິດ ແລະ ຮ້ອຍ​ເອກ ພັນ​ສີ ອຸ່ນ​ຫຼ້າ ພັກ​ການ​ຮັບ​ເງິນ​ອຸດ​ໜູນ​ບຳນານ​ນັບ​ແຕ່​ງວດ 2 ສົກ​ປີ 2022 ເປັນຕົ້ນ​ໄປ, ຈຳນວນ 5 ສະຫາຍ ລວມ​ເງິນ​ທັງ​ໝົດ 79.403.000 ກີບ. ໃນ​ໂອກາດ​ດັ່ງກ່າວ, ສະຫາຍ​ພົນ​ຈັດຕະວາ ບຸນ​ຍົງ ວົງ​ພົມ ໄດ້​ໃຫ້​ກຽດ​ໂອ້​ລົມ​ຕໍ່​ພິທີ ເຊິ່ງ​ໄດ້​ກ່າວ​ສະ​​ແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ ແລະ ຜົນສຳເລັດ​ທີ່​ບັນດາ​ສະຫາຍ​ໄດ້​ເອົາໃຈໃສ່​ປະ ຕິບັດ​ຕໍ່ໜ້າ​ທີ່​ວິຊາ​ສະເພາະ ແລະ ການ​ປະກອບສ່ວນ​ອັນ​ສຳຄັນ​ທາງ​ດ້ານ​ເຫື່ອແຮງ, ສຸມ​ທຸກ​ສະ ຕິ​ປັນຍາ​ຂອງ​ຕົນ​ເອງ​ເຂົ້າ​ໃນ​ວຽກ​ງານ​ຂະ​ບວນ​ການ​ຕ່າງໆ ຂອງ​ກົມ​ກອງ ກໍຄື​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້​ຢ່າງ​ມີ​ຜົນສຳເລັດ​ຈົບງາມ​ຕະຫຼອດ​ມາ, ບັນດາ​ສະຫາຍ​ຜູ້​ທີ່​ໄດ້​ຮັບ​ນະໂຍ ບາຍ​ຈາກ​ຂັ້ນ​ເທິງ​ໃນ​ຄັ້ງ​ນີ້, ໃຫ້​ເຂົ້າໃຈ​ວ່າ​ມັນ​ແມ່ນ​ກຽດ​ສັກ​ສີ​ອັນ ​ສູງ​ສົ່ງ ແລະ ເປັນ​ການ​ປະຕິບັດ​ຂໍ້​ ກຳນົດ, ກົດ​ລະບຽບ​ຂອງ​ກອງ ທັບ​ປະຊາຊົນ​ລາວ​ວາງ​ອອກ ເມື່ອ​ຮອດ​ອາຍຸ​ກະສຽນ​ບຳນານ, ທຸກ​ຄົນ​ກໍ່​ຕ້ອງ​ໄດ້​ປະຕິບັດ​ຕາມ​ລະບຽບ​ກົດໝາຍ​ທີ່​ວາງ​ໄວ້, ດັ່ງນັ້ນ ຈຶ່ງ​ຮຽກຮ້ອງ​ມາ​ຍັງ​ທຸກ​ສະຫາຍ​ຜູ້​ທີ່​ໄດ້​ຮັບ​ນະໂຍບາຍ​ໃນ​ຄັ້ງ​ນີ້ ຈົ່ງ​ພ້ອມ​ກັນ​ສືບຕໍ່​ເຮັດ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ກົກ ແລະ ນຳ​ເອົາ​ວຽກ​ງານ​ດັ່ງກ່າວ​ໄປ​ຈັດ​ຕັ້ງ​ປະຕິບັດ​ສຶກ​ສາ​ອົບຮົມ​ບົ່ມ​ສອນ​ໃຫ້​ລູກ​ຫຼານ, ທຸກ​ຄົນ​ຢູ່​ພາຍ​ໃນ​ຄອບຄົວ​ຂອງ​ຕົນ, ຍາດຕິ​ພີ່ນ້ອງ ແລະ ປະຊາຊົນ​ອ້ອມ​ຂ້າງ, ບ້ານ​ໃກ້​ເຮືອນ​ຄຽງ ເພື່ອ​ເຮັດ​ໃຫ້​ເຂົາເຈົ້າ​ຮັບ​ຮູ້, ເຂົ້າໃຈ​ຢ່າງ​ເລິກ​ເຊີ່ງ​ຕໍ່​ການ​ນຳພາ​ຂອງ​ພັກ ແລະ ຂອງ​ກອງທັບ​ປະຊາຊົນ​ລາວ, ເຊິ່ງ​ຍາມ​ໃດ​ປະຊາຊົນ​ກັບ​ກອງທັບ​ປຽບ​ເໝືອນ​ດັ່ງ​ປາ​ກັບ​ນ້ຳ​ທີ່​ບໍ່​ມີ​ວັນ​ຕັດ​ອອກ​ຈາກ​ກັນ​ໄດ້, ປະສານ​ສົມທົບ​ວຽກ​ງານ​ກັບ​ບັນດາ​ອຳນາດ​ການ​ປົກຄອງ​ບ້ານ​ຂັ້ນ​ຕົນ​ດຳລົງ​ຊີວິດ​ຢູ່​ຢ່າງ​ເປັນ​ປະຈຳ ແລະ ດຳລົງ​ຊີວິດ​ດ້ວຍ​ຄວາມ​ປອດ​ໃສ, ຂາວ​ສະອາດ, ຕ້ານ​ໄດ້​ທຸກ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ ທີ່​ຈະ​ເກີດ​ຂື້ນ​ຢູ່​ໃນ​ຄອບຄົວ​ຂອງ​ຕົນ ກໍ່​ຄື​ຢູ່​ໃນ​ສັງຄົມ​ລາວ​ເຮົາ​ພ້ອມ​ກັນ​ຍົກ​ສູງ​ນ້ຳໃຈ​ເພີ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ. ໂດຍ: ຄຳ​ປະສົງ ລາດ​ຊະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ