ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

​ວປກ ຈັດການ​ແຂ່ງຂັນ​ນັກ​ຮ້ອງ​ສຽງ​ດີ ແລະ ຮ້ອງເພງ​ລວມ​ໝູ່
ເວລາອອກຂ່າວ: 2022-10-04 08:21:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 179 | ຄວາມນິຍົມ:



ວິທະຍາຄານ​ປ້ອງ​ກັນ​ຊາດ ໄກສອນ ພົມວິຫານ ໄດ້​ຈັດ ການ​ແຂ່ງຂັນ​ນັກ​ຮ້ອງ​ສຽງ​ດີ ແລະ ຮ້ອງເພງ​ລວມ​ໝູ່ ເພື່ອ​ສະເຫຼີມສະຫຼອງປີ​ສາມັກຄີມິດ ຕະພາບ ແລະ ການ​ຮ່ວມ​ມືຮອບ ດ້ານລະຫວ່າງ ລາວ-ຫວຽດ ນາມ ປີ 2022 ຄື: ວັນ​ສ້າງຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຄົບ ຮອບ 60 ປີ (5 ກັນຍາ 1962-5 ກັນຍາ 2022) ແລະ ວັນ​ເຊັນ​ສົນທິສັນຍາມິດຕະພາບ ແລະ ການ​ຮ່ວມ​ມື​ຮອບດ້ານ ຄົບຮອບ 45 ປີ (18 ກໍລະກົດ 1977- 18 ກໍລະກົດ 2022). ໂດຍ​ມີ ສະຫາຍ ພົນ​ຕີ ຄຳ​ຫຼ້າ ພັນ​ໄຊ​ ຍະ​ສຸກ ກຳມະການ​ຄະນະ​ພັກ​ກະ ຊວງ​ປ້ອງ​ກັນ​ປະເທດ, ຫົວໜ້າ​ການເມືອງວິທະຍາຄານ​ປ້ອງ​ກັນ​ຊາດ ໄກສອນ ພົມວິຫານ ພ້ອມ​ດ້ວຍ​ຄະນະ​ເຂົ້າ​ຮ່ວມ​ຮັບ​ຊົມ, ມີ​ບັນດາ​ຄະນະ​ກົມ, ຫ້ອງການ, ຫ້ອງ, ພະນັກງານ, ນັກຮົບ, ຄູ-ອາ ຈານ ແລະ ນັກ​ສຶກ​ສາເຂົ້າ​ຮ່ວມ​ ຮັບ​ຊົມ​ຢ່າງ​ຟົດຟື້ນ​ມ່ວນຊື່ນ. ການ​ແຂ່ງຂັນ​ນັກ​ຮ້ອງ​ສຽງ​ດີ ແລະ ຮ້ອງເພງ​ລວມ​ໝູ່ທົ່ວ ວິທະຍາຄານ​ປ້ອງ​ກັນ​ຊາດ ໄກ ສອນ ພົມວິຫານ ປະຈຳ​ປີ 2022 ຄັ້ງ​ນີ້, ສຸດ​ທີ່​ມີ​ຄວາມ​ໝາຍ​ສຳ ຄັນ ເພື່ອ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ສຳ ຄັນ​ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ ເວົ້າ​ລວມ, ເວົ້າ​ສະເພາະ ເພື່ອ​ສ້າງ​ຂະ​ບວນ​ການ​ເບີກບານ​ມ່ວນຊື່ນ ສະເຫຼີມສະຫຼອງປີ​ສາ ມັກຄີ​ມິດຕະພາບ ແລະ ການ​ຮ່ວມ​ມື​ຮອບດ້ານລະຫວ່າງລາວ- ຫວຽດນາມ ປີ 2022. ທັງເປັນ ​ການ​ປະກອບສ່ວນ​ວຽກ​ງານ​ ຊີວິດ​ວັດທະນະທຳ​ໃນ​ທົ່ວວິທະ ຍາຄານ​ປ້ອງ​ກັນ​ຊາດ ໄກສອນ ພົມວິຫານ ໃຫ້​ມີ​ຊີວິດ​ຊີວາ, ມີ​ບັນຍາກາດ​ຟົດຟື້ນ, ສ້າງ​ເງື່ອນ ໄຂ​ອັນ​ດີ​ໃນ​ການ​ພົບ​ປະ​ແລກ ປ່ຽນບົດຮຽນ​ທາງ​ດ້ານ​ການ​ຮ້ອງເພງ ແລະ ຂັບ​ລຳ​ຕ່າງໆເພື່ອ ​ໄປ​ໝູນ​ໃຊ້​ໃນ​ວຽກ​ສິລະປະ​-ວັນ ນະຄະດີ​ຢູ່​ໃນ​ກົມ​ກອງ ພ້ອມກັນ​ ສ້າງ​ກົມ​ກອງ​ໃຫ້​ຟົດຟື້ນ, ມ່ວນ ຊື່ນ, ສ້າງຄວາມ​ສາມັກຄີ​ຮັກແພງ​ເຊິ່ງ​ກັນ ແລະ ກັນ​ໃຫ້​ເປັນ​ປຶກ​ແຜ່ນ​ແໜ້ນໜາ ແລະ ພ້ອມ​ກັນ​ເຮັດ​ສຳເລັດໜ້າທີ່​ວຽກ​ງານ​ທີ່​ການ ຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ການ​ແຂ່ງຂັນ​ໃນ​ຄັ້ງ​ນີ້​ມີພາກ ສ່ວນ​ເຂົ້າ​ຮ່ວມທັງ​ໝົດ 13 ຫົວ ໜ່ວຍ​ກົມ​ກອງ, ມີ​ນັກ​ຮ້ອງສຽງ​ ດີ ຈຳນວນ 13 ສະຫາຍ, ຍິງ: 3 ​ສະຫາຍ ແລະ ຮ້ອງເພງ​ລວມ​ໝູ່ ຈຳນວນ 10 ພາກສ່ວນ. ຜ່ານ​ການ​ແຂ່ງຂັນ​ແຕ່​ລະ​ປະ ເພດ​ສາມາດ​ຄັດ​ເລືອກ​ໄດ້​ດັ່ງນີ້: ປະເພດ​ນັກ​ຮ້ອງ​ສຽງ​ດີ, ອັນ​ ດັບ 1 ໄດ້ແກ່: ຄະນະ​ຮັບຜິດ ຊອບ​ ນັກ​ສຶກ​ສາ​ລະບົບ​ພາສາ​ຕ່າງປະ ເທດ ຮ້ອງ​ເພ​ງລຸງ​ໄກສອນ​ໃນ​ ດວງ​ໃຈ, ອັນ​ດັບ 2 ໄດ້ແກ່: ກົມ​ ການເມືອງ ຮ້ອງເພງວິລະ​ບູລຸດ ​ໃນ​ດວງ​ໃຈ ແລະ ອັນ​ດັບ 3 ໄດ້ ແກ່: ຫ້ອງການ ​ວປກ ຮ້ອງເພງ ປະເທດ​ເປັນ​ບ້ານ​ທະຫານ​ເປັນ​ຮົ້ວ​ປ້ອງ​ກັນ. ປະເພດ​ຮ້ອງເພງ​ລວມ​ໝູ່ ອັນ​ດັບ 1 ໄດ້ແກ່: ຄະ ນະ​ວິຊາ​ຄູ​ພາສາ​ຕ່າງປະເທດ ແລະ ຄອມ​ພິວ​ເຕີ ຮ້ອງເພງ ເມືອງລາວ​ໃໝ່​ໝັ້ນຍືນ, ອັນ​ດັບ 2 ໄດ້ແກ່ກອງຮ້ອຍ​ປ້ອງ​ກັນ​ທີ່​ ຕັ້ງ ຮ້ອງເພງແດນ​ແຫ່ງ​ອິດສະ ຫຼະ ແລະ ລາງວັນ​ທີ 3 ໄດ້ແກ່ ກົມ​ຄົ້ນຄວ້າ ຮ້ອງເພງທະຫານ ​ບໍ່​ຢ້ານ​ຕໍ່​ອຸປະສັກ, ນອກ​ນີ້​ຍັງ​ມີ​ລາງວັນ​ຊົມເຊີຍ​ອີກ​ຈຳນວນ​ໜຶ່ງ​ ມອບ​ໃຫ້​ຢ່າງ​ມ່ວນຊື່ນ. ໂດຍ: ພິດສະໄໝ ແກ້ວ​ມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ