ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຜີຍແຜ່​ຜົນສຳເລັດ​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ IX
ເວລາອອກຂ່າວ: 2022-10-03 09:28:06 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 74 | ຄວາມນິຍົມ:



ວັນ​ທີ 28 ກັນຍາ 2022 ນີ້, ຄະນະສະພາ​ປະຊາຊົນ​ແຂວງ​ວຽງ​ຈັນ ໄດ້​ເຄື່ອນ​ໄຫວ​ເຜີຍແຜ່​ຜົນສຳເລັດ​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ແລະ ຜົນສຳເລັດ​ກອງ​ປະຊຸມ​ສະໄໝ​ສາມັນ ເທື່ອ​ທີ 3 ສະພາ​ປະຊາຊົນ​ແຂວງ​ວຽງຈັນ ຊຸດ​ທີ II ຢູ່​ກອງ​ບັນຊາ​ການ​ທະ ຫານ​ແຂວງ​ວຽງ​ຈັນ, ໂດຍ​ການ​ເປັນ​ປະທານ ແລະ ການ​ເຜີຍແຜ່​ຂອງ ສະຫາຍ ລຳ​ໄມ ກູດ​ລາ​ວົງ ກຳມະການ​ປະຈຳ​ພັກ​ແຂວງ ສະມາຊິກ​ສະພາ​ແຫ່ງ​ຊາດ ຮອງ​ປະທານ​ສະພາ​ປະຊາຊົນ​ແຂວງ​ວຽງ​ຈັນ, ມີ ສະຫາຍ ພັນ​ເອກ ບຸນ​ຜອງ ບຸດ​ທະ​ວົງ ກຳມະການ​ພັກ​ແຂວງ ຮອງ​ເລຂາ​ຄະນະ​ພັກ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ, ມີ​ຄະນະ​ພັກ-ຄະນະ​ບັນຊາ ອົງການ 5 ຫ້ອງ, ຫົວໜ້າ​ພະ​ແນກ-ຮອງ​ພະ​ແນກ, ກົມ​ກອງ​ອ້ອມ​ຂ້າງ ແລະ ພະນັກງານ-ສະມາຊິກ​ພັກ ເຂົ້າ​ຮ່ວມ. ສະຫາຍ ລຳ​ໄມ ກູດ​ລາ​ວົງ ໄດ້​ເຜີຍແຜ່​ຜົນສຳເລັດຂອງ​ ກອງ​ປະຊຸມ​ສະໄໝ​ສາມັນ ເທື່ອ​ທີ 3 ຂອງສະພາ​ແຫ່ງ​ຊາດ ຊຸດ​ ທີ IX ເຊິ່ງ​ໃນ​ກອງ​ປະຊຸມໄດ້ ພິຈາລະນາ​ຮັບຮອງເອົາແຜນ​ພັດທະນາ​ເສດຖະກິດ-ສັງຄົມ ແຫ່ງ​ຊາດ 6 ເດືອນ​ຕົ້ນ​ປີ ແລະ ທິດ​ທາງ​ແຜນການ 6 ເດືອນ​ທ້າຍ​ປີ 2022 ຮັບຮອງ​ເອົາບົດ​ ລາຍ​ງານ​ລັດຖະບານ​ການ​ປະຕິ ບັດ​ແຜນ​ງົບປະມານ​ແຫ່ງ​ລັດ, ຮັບຮອງ​ການ​ປະ​ເມີນ​ການຈັດຕັ້ງ​ປະຕິບັດ​ກົດໝາຍ 4 ສະບັບ, ຮັບຮອງ​ເອົາ​ບົດ​ລາຍ​ງານການ​ ປະຕິ​ຮູບ​ລັດ​ວິ​ສາ​ຫະ​ກິດໄລຍະ​ຜ່ານ​ມາ, ຮັບຮອງ​ເອົາ​ການ​ແຕ່ງ ຕັ້ງ​ຍົກຍ້າຍ​ສະມາຊິກ​ລັດຖະບານ 4 ທ່ານ, ຮັບຮອງ​ເອົາ​ການ​ແຕ່ງ ຕັ້ງ​ຮອງ​ນາຍົກ​ລົດ​ຖະ​ມົນຕີ 2 ທ່ານ, ຮັບຮອງ​ບົດ​ລາຍ​ງານຜົນ​ ການ​ຕິດຕາມ​ກວດກາ​ການຈັດ ຕັ້ງ​ປະຕິບັດ​ວາລະ​ແຫ່ງ​ຊາດ​ໃນ​ໄລຍະ​ຜ່ານ​ມາ ແລະ ຮັບຮອງ​ວຽກ​ງານ​ການ​ສ້າງ ແລະ ປັບປຸງ​ກົດໝາຍ 9 ສະບັບ. ຈາກ​ນັ້ນ, ສະຫາຍ ທອງ​ສູນ ຊາ​ມົນຕີ ສະ ມາຊິກ​ສະພາ​ປະຊາຊົນ​ແຂວງ ປະຈຳ​ເຂດ​ເລືອກ​ຕັ້ງ​ເມືອງ​ວັງ​ວຽງ ຮອງ​ປະທານ​ກຳມະການ​ຍຸຕິ​ທຳປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ, ໄດ້​ຂຶ້ນ​ເຜີຍແຜ່​ຜົນສຳເລັດ​ກອງ​ປະຊຸມ​ສະໄໝ ສາມັນ ເທື່ອ​ທີ 3 ຂອງ​ສະພາປະ ຊາຊົນ​ແຂວງ​ວຽງ​ຈັນ ຊຸດທີ II ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ບົດ​ລາຍ​ງານ​ການຈັດຕັ້ງ​ປະຕິບັດ​ແຜນພັດທະນາເສດຖະກິດ-ສັງ ຄົມ, ຮັບຮອງ​ເອົາແຜນການຈັດ ຕັ້ງ​ປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ​ຂອງ​ແຂວງ, ກອງ​ປະຊຸມ​ຮັບ​ຟັງ​ການ​ລາຍ​ງານ​ຂອງ​ອົງການ​ປົກຄອງ​ແຂວງ ​ຄວາມ​ຄືບ​ໜ້າ​ການຈັດຕັ້ງ​ປະຕິບັດ​ວາລະແຫ່ງ​ ຊາດ 6 ເດືອນ​ຕົ້ນ​ປີ​ຂອງ​ແຂວງ, ຮັບ​ຟັງ​ການ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ຄຸ້ມ​ຄອງ​ລາຄາສິນ ຄ້າ​ຂອງ​ລັດ, ການ​ແກ້ໄຂບັນຫາ​ ຢາ​ເສບ​ຕິດ​ຢູ່​ແຂວງວຽງຈັນ, ບັນຫາ​ພົ້ນ​ເດັ່ນ​ຂອງ​ວຽກງານ ອົງການໄອ​ຍະການ​ປະຊາຊົນ​ແຂວງ, ວຽກ​ງານ​ສານປະຊາ ຊົນ​ແຂວງ, ການ​ປະຕິບັດຄຳຕັດ ສິນ ແລະ ຮັບຮອງ​ເອົາ​ການຈັດ ຕັ້ງ​ປະຕິບັດ​ວຽກ​ງານ​ສະພາ​ປະ ຊາຊົນ​ແຂວງ. ການ​ເຜິຍ​ແຜ່​ເຊື່ອມ​ຊຶມ​ເອກະສານ​ໃນ​ຄັ້ງນີ້ ແນໃສ່​ເພື່ອ​ເຮັດ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ​ຫຼັກ​ແຫຼ່ງ​ທີ່​ໄດ​ເຊື່ອມ​ຊຶມສ້າງ​ຄວາມ​ເຂົ້າໃຈ​ເປັນ​ເອກະ​ພາບ​ຢ່າງ​ເລິກ ເຊິ່ງ​ຕໍ່​ບັນດາ​ເນື້ອ​ໃນ​​ທີ່​ໄດ້​ກຳນົດ​ໄວ້​ໃນ​ມະຕິ​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ IX ແລະ ຜົນສຳເລັດ​ກອງ​ປະຊຸມ​ສະໄໝ​ສາມັນ ເທື່ອ​ທີ 3 ສະພາ​ປະຊາຊົນ​ແຂວງ​ວຽງ​ຈັນ ຊຸດ​ທີ II ພ້ອມ​ກັນ​ເປັນ​ເຈົ້າ​ການ​ຜັນ​ຂະຫຍາຍ​ໃຫ້​ເກີດ​ໝາກຜົນ​ຕົວ​ຈິງ. ໂດຍ: ຈັນທະ​ຈອນ ສີສະ​ເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ