ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະ​ຈັດ​ສັນ​ດັດສົມ​ລົດ​ລັດ​ແຂວງ​ອຸດົມ​ໄຊ ມອບ​ລົດ ໃຫ້​ທະຫານ​ແຂວງ
ເວລາອອກຂ່າວ: 2022-10-03 09:19:06 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 137 | ຄວາມນິຍົມ:



ວັນ​ທີ 22 ກັນຍາ 2022, ຄະນະ​ດັດສົມ​ລົດ​ລັດ ແຂວງ ອຸດົມໄຊ, ນຳ​ໂດຍ ສະຫາຍພອນສະຫວັນ ອຸ່ນ​ແກ້ວ ຮອງ​ຫົວໜ້າ​ຂະແໜງ​ຊັບ​ສິນ​ແຫ່ງ​ລັດ ແຂວງ​ອຸດົມ​ໄຊ ຕາງໜ້າ​ກອງ​ເລຂາ​ການ​ຈັດ​ສັນ​ດັດສົມ​ລົດ​ລັດ​ຂັ້ນ​ແຂວງ​ອຸດົມ​ໄຊ ພ້ອມ​ດ້ວຍ ຄະນະ​ ໄດ້​ນຳ​ເອົາ​ລົດ​ ຈຳນວນ 8 ຄັນ ​ມາ​ມອບ​ໃຫ້​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ, ໂດຍ​ການ​ກ່າວ​ຮັບ​ຂອງ ສະຫາຍ ພັນ​ເອກ ຄຳ​ເຜີຍ ໂສມ​ພັນ ຫົວ ໜ້າ​ການ​ທະຫານ ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ, ມີຄະນະ​ພັກ-ຄະນະ​ບັນຊາ ແລະ ຕາງໜ້າພະແນກການ​ທີ່​ກ່ຽວ ຂ້ອງ ເຂົ້າ​ຮ່ວມ. ລົດ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນິ້, ມີ​ ລົດ​ຈິບ ຍີ່ຫໍ້ ໂຕ​ໂຢ​ຕາ 1 ຄັນ, ລົດ​ ກະບະ ​ຍີ່ຫໍ້ ໂຕ​ໂຢ​ຕາ 6 ຄັນ ແລະ ລົດ​ກະບະ ​ໂຟ​ຕັນ 1 ຄັນ. ທັງ​ນີ້, ເພື່ອ​ປະກອບ​ໃຫ້​ບັນດາ​ກົມ​ກອງ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ບໍລິຫານ ແລະ ​ການເຄື່ອນໄຫວ​ກຽມພ້ອມ​ສູ້​ຮົບ ປ້ອງ​ກັນ​ທ້ອງຖິ່ນ​ແຂວງໃຫ້​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ, ທັງ​ຮັບປະກັນ​ການ​ແກ້​ໄຂ​ວຽກ​ງານ​ໃຫ້​ທັນ​ເວລາ. ໂດຍ: ສົມ​ພູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ