ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

​ກທອ ທາບ​ທາມ​ສ້າງ​ແຜນ​ກຳນົດ​ພະນັກງານ​ ນຳພາ-ບັນຊາ​ຂັ້ນ​ສູນ​ກາງ ແລະ ກະຊວງ​ຄຸ້ມ​ຄອງ
ເວລາອອກຂ່າວ: 2022-10-03 09:03:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 136 | ຄວາມນິຍົມ:



ກອງ​ປະຊຸມ​ທາບ​ທາມ​ສ້າງ​ແຜນ​ກຳນົດ​ພະນັກງານ​ນຳພາ-ບັນຊາ​ຂັ້ນ​ສູນ​ກາງ ແລະ ກະຊວງ​ຄຸ້ມ​ຄອງ ຢູ່​ອົງຄະ​ນະ​ພັກ ກອງ​ບັນຊາ​ການ​ທະຫານ​ອາກາດ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 28-30 ກັນຍາ 2022 ນີ້, ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ເດືອນ​ສະຫວັນ ສາຍ​ພິມ​ຄຳ​ປະທຸມ ຄະນະ​ພັກ​ກະຊວງ, ຮອງ​ຫົວໜ້າ​ຫ້ອງ​ວ່າການ​ກະ ຊວງ​ປ້ອງ​ກັນ​ປະເທດ, ມີ​ສະຫາຍ​ພົນ​ຈັດຕະວາ ຄຳ​ເຫຼັກ ແສງ​ພະ ຈັນ ເລຂາ​ຄະນະ​ພັກ ຜູ້​ບັນຊາ​ການ​ທະຫານ​ອາກາດ, ມີ​ຕາງໜ້າ​ ກົມ​ພະນັກງານ, ກົມ​ຈັດ​ຕັ້ງ​ພັກ, ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ບັນຊາ (​ກທອ), ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ​ໃຫຍ່ 702, 703, ຄະນະ​ອົງການ 6 ຫ້ອງ, ຄະນະ​ພັກ​ຮາກ​ຖານ​ອົງການ, ຫົວ​ພະແນກການ, ຄະ ນະ​ພັກ​ຮາກ​ຖານ​ກອງພັນ​ ແລະ ກອງຮ້ອຍ​ເອກະລາດ ​ພ້ອມ​ດ້ວຍ​ບັນດາ​ຜູ້​ແທນ​ກອງ​ປະຊຸມ​ເຂົ້າ​ຮ່ວມ. ສະຫາຍ ພົນ​ຈັດຕະວາ ເດືອນ​ສະຫວັນ ສາຍ​ພິມ​ຄຳ​ປະທຸມ ໄດ້​ກ່າວ​ເປີດ​ກອງ​ປະຊຸມ​ວ່າ: ການ​ດຳເນີນ​ກອງ​ປະຊຸມ​ທາບ​ທາມ​ສ້າງ​ແຜນ​ກຳນົດ​ພະນັກງານ​ນຳ ພາ-ບັນຊາ​ຂັ້ນ​ສູນ​ກາງ ແລະ ກະ ຊວງ​ຄຸ້ມ​ຄອງ ຢູ່​ອົງຄະ​ນະ​ພັກ ກອງ​ບັນຊາ​ການ​ທະຫານ​ອາກາດ​ໃນ​ຄັ້ງ​ນີ້ ແມ່ນ​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ທີ​ສຸດ​ເຊິ່ງ​ເປັນ​ການ​ເລືອກເຟັ້ນ​ເອົາ​ເປົ້າ​ໝາຍເພື່ອ​ຈັດ​ວາງເຂົ້າ​ໃນ​ໂຄງການ, ປະກອບ​ຕຳແໜ່ງ​ໜ່ວຍ​ງານ​ບັນຊາ​ຂັ້ນ​ຕ່າງໆຢູ່​ກອງ​ບັນຊາ​ການ​ທະ ຫານ​ອາກາດ ທີ່​ກະຊວງ​ປ້ອງ​ກັນ​ປະເທດ​ຄຸ້ມ​ຄອງ, ເພື່ອ​ແນໃສ່​ສ້າງ​ພະນັກງານ​ບັນຊາ​ຜູ້​ສືບ​ຖອດ​ປ່ຽນ​ແທນ​ໃນ​ແຕ່​ລະ​ຂັ້ນ​ຢ່າງ​ຕໍ່ ​ເນື່ອງ​ໃນ​ສະເພາະ​ໜ້າ ແລະ ຍາວ​ ນານ​ຂອງ​ໜ້າທີ່​ການເມືອງ​ຂອງ ກົມ​ກອງ ແລະ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ຜູ້​ແທນ​ກອງ​ປະຊຸມ​ຈົ່ງ​ພ້ອມ​ກັນ​ເຊີດ​ຊູ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ​ຂອງ​ຕົນ ໃຊ້​ສິດ​ເປັນ​ເຈົ້າ​ການ​ປະຊາທິປະໄຕ​ຢ່າງ​ເຕັມ​ສ່ວນ ເຂົ້າ​ໃນ​ແຜນ​ກຳ ນົດ​ພະນັກງານ ເພື່ອ​ເລືອກ​ເອົາ​ເປົ້າ​ໝາຍ​ຜູ້​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ທາງ​ດ້ານ​ການເມືອງມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ທັດສະນະ​ນຳພາ​ສະຫຼາດ​ສ່ອງ​ໃສ, ໜັກ​ແໜ້ນ ແລະ ມີ​ເງື່ອນໄຂ​ມາດຖານ​ສົມບູນ​ຄົບ​ຖ້ວນຕາມ​ແນວທາງ​ການ​ປ່ຽນແປງ​ໃໝ່​ຂອງ​ພັກ. ໂອກາດ​ດັ່ງກ່າວ, ສະຫາຍ​ ພັນ​ເອກ ຄຳ​ຫຼ້າ ສິມ​ມະ​ວົງ ຄະນະ​ປະຈຳ​ພັກ ປະທານ​ກວດກາ​ພັກ ຮອງ​ກອງ​ບັນຊາ​ການ​ທະຫານ​ອາກາດ ຫົວໜ້າ​ການເມືອງ ໄດ້​ສະຫຼຸບ​ຕີລາຄາ​ການ​ສ້າງ ແລະ ປະຕິບັດ​ແຜນ​ກຳນົດ​ພະນັກງານ​ບັນຊາ​ຢູ່ກອງ​ບັນຊາ​ການ​ທະ ຫານ​ອາກາດ ເຊິ່ງ​ໃນ​ໄລ​​ຍະ​ຜ່ານ​ ມາຄະ​ນະ​ພັກ​ແຕ່​ລະ​ຂັ້ນ​ໄດ້​ຖື​ສຳ ຄັນ​ການ​ສ້າງ​ແຜນ​ກຳນົດພະນັກ ງານ​ແມ່ນ​ເປັນ​ວຽກ​ງານ​ໜຶ່ງ​ທີ່​ ສຳຄັນ​ທີ່​ສຸດ​ຂອງ​ວຽກ​ງານ​ພະນັກງານ​ແຕ່​ລະ​ຂັ້ນທີ່​ປະກອບສ່ວນ​ເຮັດ​ໃຫ້​ວຽກ​ງານ​ພະນັກ ງານ​ປະຕິບັດ​ສ່ອດ​ຄອງ​ກັບ​ມາດຖານ ແລະ ເງື່ອນໄຂ​ທີ່​ກຳນົດ​ໃນ ​ກົດໝາຍ ແລະ ລະບຽບ​ການ​ທີ່​ກ່ຽວຂ້ອງ ທັງ​ແມ່ນ​ຄວາມ​ຮັບຜິດຊອບ​ໜ້າທີ່​ການເມືອງ​ຂອງ​ຄະນະ​ພັກ​ແຕ່​ລະ​ຂັ້ນໃນ​ການ​ວາງ​ແຜນ​ດ້ານ​ບຸກ​ຄະລາ​ກອນ​ເພື່ອ​ຕອບ​ສະໜອງ​ກັບ​ຄວາມ​ຮຽກ ຮ້ອງ​ຕ້ອງການ​ຂອງ​ວຽກ​ງານ​ໃນ​ ສະເພາະ​ໜ້າ ແລະ ຍາວ​ນານ ເອົາ ໃຈໃສ່​ຍົກ​ສູງ​ຄົ້ນ​ຄວ້າ​ເຊື່ອມ​ຊຶມ​ບັນດາ​ມະ​ຕີ​ຂອງ​ກົມ​ການເມືອງ​ສູນ​ກາງ​ພັກ ແລະ ຄຳ​ແນະນຳ​ຂອງ​ຄະນະ​ພັກ​ຈັດ​ຕັ້ງ​ສູນ​ກາງ​ພັກ ກ່ຽວ​ກັບ​ການ​ສ້າງ ແລະ ປະຕິບັດ​ແຜນ​ກຳນົດ​ພະນັກງານ​ຢ່າງ​ເລິກ​ເຊິ່ງ ແລະ ຈັດ​ຕັ້ງ​ຜັນ​ຂະຫຍາຍ​ຢູ່​ໃນ​ກົມ​ກອງ​ຂອງ​ຕົນ​ຢ່າງ​ຖືກ​ຕ້ອງ ແລະ ມີ​ຜົນສຳເລັດ​ດ້ວຍ​ດີ, ເອົາໃຈ​ໃສ​່ນຳພາ-ຊີ້​ນຳ​ສ້າງ ແລະ ປະຕິບັດ​ແຜນ​ກຳນົດ​ພະນັກງານ​ນຳພາ​ບັນຊາ​ໃນ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຢ່າງ​ເປັນ​ເຈົ້າ​ການ, ບົນ​ພື້ນຖານ​ເສີມ​ຂະ ຫຍາຍ​ປະຊາທິປະໄຕ​ຢ່າງ​ກວ້າງ ຂວາງ ໂດຍ​ໃຫ້​ພະນັກງານ​ຫຼັກ ​ແຫຼ່ງ​ເຂົ້າ​ຮ່ວມ​ໃນ​ການ​ຄົ້ນ​ຄວ້າ ປະກອບ​ຄຳ​ຄິດ​ຄຳ​ເຫັນ ແລະ ລົງ​ ຄະແນນ​ສຽງ​ທີ່​ຖືກ​ເປົ້າ​ໝາຍ ປະ ກອບ​ເຂົ້າ​ໃນ​ແຜນ​ກຳນົດ​ພະນັກ ງານ​ແຕ່​ລະ​ເພດ ແລະ ແຜນ​ກຳ ນົດ​ພະນັກງານ​ດັ່ງກ່າວ​ໄດ້​ເປັນ​ບ່ອນ​ອີງ​ອັນ​ສຳຄັນ​ໃນ​ການ​ວາງ ແຜນ​ເພື່ອ​ບຳລຸງ-ກໍ່ສ້າງ​ພະນັກ ງານ​ໃນ​ແຕ່​ລະ​ດ້ານ ແລະ ຊັບ ຊ້ອນ​ຈັດ​ວາງ​ພະນັກງານ​ໃສ່​ແຕ່​ລະ​ຕຳແໜ່ງ​ງານ​ໃຫ້​ຖືກ​ຕ້ອງ​ກັບ​ມາດຖານ ແລະ ເງື່ອນ​ໄຂ​ກຳນົດ​ໃນ​ກົດໝາຍ ແລະ ລະບຽບ​ການ​ທີ່​ກ່ຽວຂ້ອງ​ເປັນ​ການ​ແກ້​ໄຂ​ໃນ​ສະພາບ​ຫຍໍ້ທໍ້​ທີ່​ວ່າ: ການ​ສ້າງ​ພະນັກງານ​ບໍ່​ມີ​ທິດ​ເລັ່ງ, ບໍ່​ມີ​ເປົ້າ ໝາຍ ແລະ ຊັບ​ຊ້ອນ, ຈັດ​ວາງ​ພະນັກງານ​ຕາມ​ລັກສະນະ​ປະຊາ ທິປະໄຕ​ແບບ​ຮູບ​ການ. ຈາກ​ນັ້ນ, ສະຫາຍ​ ພັນ​ເອກ ໂສພາ​ວັນ ທຳ​ມະ​ເທວາ ຮອງ​ຫົວ ໜ້າ​ກົມ​ພະນັກງານ ກົມ​ໃຫຍ່​ການເມືອງ​ກອງທັບ​ ໄດ້​ຂຶ້ນ​ຜ່ານ​ມະຕິ​ເລກ​ທີ 032 ແລະ 030/​ກມສພ, ລົງ​ວັນ​ທີ 3 ມັງກອນ 2018 ວ່າ​ ດ້ວຍ ​ວຽກ​ງານ​ສ້າງ​ແຜນ​ກຳນົດ​ພະນັກງານ​ນຳພາ-ຄຸ້ມ​ຄອງ, ພ້ອມ​ນັ້ນ, ຜູ້​ແທນ​ກອງ​ປະຊຸມ​ກໍ​ໄດ້​ພ້ອມ​ກັນ​ໃຊ້​ສິດ​ເປັນ​ເຈົ້າ​ການ​ປະຊາທິປະໄຕ​ປ່ອນ​ບັດ​ທາບ​ທາມ​ເອົາ​ພະນັກງານ​ນຳພາ-ບັນຊາ​ຂັ້ນ​ສູນ​ກາງ ແລະ ຂັ້ນ​ກະຊວງ​ຄຸ້ມ​ຄອງ ເພື່ອ​ບັນຈຸ​ເຂົ້າ​ໃນແຜນ​ກຳນົດ. ກອງ​ປະຊຸມ​ດັ່ງກ່າວ​ແມ່ນ​ຈະ​ໄດ້​ດຳເນີນ​ໄປ​ເປັນ​ເວລາ 3 ວັນ ຈຶ່ງ​ຈະ​ສຳເລັດ​ຕາມ​ແຜນການ. ໂດຍ: ສີ​ທາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ