ກທອ ທາບທາມສ້າງແຜນກຳນົດພະນັກງານ ນຳພາ-ບັນຊາຂັ້ນສູນກາງ ແລະ ກະຊວງຄຸ້ມຄອງ
ເວລາອອກຂ່າວ: 2022-10-03 09:03:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 142 | ຄວາມນິຍົມ:
ກອງປະຊຸມທາບທາມສ້າງແຜນກຳນົດພະນັກງານນຳພາ-ບັນຊາຂັ້ນສູນກາງ ແລະ ກະຊວງຄຸ້ມຄອງ ຢູ່ອົງຄະນະພັກ ກອງບັນຊາການທະຫານອາກາດ ໄດ້ຈັດຂຶ້ນໃນວັນທີ 28-30 ກັນຍາ 2022 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ຄະນະພັກກະຊວງ, ຮອງຫົວໜ້າຫ້ອງວ່າການກະ ຊວງປ້ອງກັນປະເທດ, ມີສະຫາຍພົນຈັດຕະວາ ຄຳເຫຼັກ ແສງພະ ຈັນ ເລຂາຄະນະພັກ ຜູ້ບັນຊາການທະຫານອາກາດ, ມີຕາງໜ້າ ກົມພະນັກງານ, ກົມຈັດຕັ້ງພັກ, ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ (ກທອ), ຄະນະພັກ-ຄະນະບັນຊາກອງພັນໃຫຍ່ 702, 703, ຄະນະອົງການ 6 ຫ້ອງ, ຄະນະພັກຮາກຖານອົງການ, ຫົວພະແນກການ, ຄະ ນະພັກຮາກຖານກອງພັນ ແລະ ກອງຮ້ອຍເອກະລາດ ພ້ອມດ້ວຍບັນດາຜູ້ແທນກອງປະຊຸມເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ໄດ້ກ່າວເປີດກອງປະຊຸມວ່າ: ການດຳເນີນກອງປະຊຸມທາບທາມສ້າງແຜນກຳນົດພະນັກງານນຳ ພາ-ບັນຊາຂັ້ນສູນກາງ ແລະ ກະ ຊວງຄຸ້ມຄອງ ຢູ່ອົງຄະນະພັກ ກອງບັນຊາການທະຫານອາກາດໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນທີສຸດເຊິ່ງເປັນການເລືອກເຟັ້ນເອົາເປົ້າໝາຍເພື່ອຈັດວາງເຂົ້າໃນໂຄງການ, ປະກອບຕຳແໜ່ງໜ່ວຍງານບັນຊາຂັ້ນຕ່າງໆຢູ່ກອງບັນຊາການທະ ຫານອາກາດ ທີ່ກະຊວງປ້ອງກັນປະເທດຄຸ້ມຄອງ, ເພື່ອແນໃສ່ສ້າງພະນັກງານບັນຊາຜູ້ສືບຖອດປ່ຽນແທນໃນແຕ່ລະຂັ້ນຢ່າງຕໍ່
ເນື່ອງໃນສະເພາະໜ້າ ແລະ ຍາວ ນານຂອງໜ້າທີ່ການເມືອງຂອງ ກົມກອງ ແລະ ພ້ອມທັງຮຽກຮ້ອງໃຫ້ຜູ້ແທນກອງປະຊຸມຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃຊ້ສິດເປັນເຈົ້າການປະຊາທິປະໄຕຢ່າງເຕັມສ່ວນ ເຂົ້າໃນແຜນກຳ ນົດພະນັກງານ ເພື່ອເລືອກເອົາເປົ້າໝາຍຜູ້ທີ່ມີຄວາມຮູ້ຄວາມສາມາດທາງດ້ານການເມືອງມີຄຸນສົມບັດສິນທຳປະຕິວັດ, ມີທັດສະນະນຳພາສະຫຼາດສ່ອງໃສ, ໜັກແໜ້ນ ແລະ ມີເງື່ອນໄຂມາດຖານສົມບູນຄົບຖ້ວນຕາມແນວທາງການປ່ຽນແປງໃໝ່ຂອງພັກ.
ໂອກາດດັ່ງກ່າວ, ສະຫາຍ ພັນເອກ ຄຳຫຼ້າ ສິມມະວົງ ຄະນະປະຈຳພັກ ປະທານກວດກາພັກ ຮອງກອງບັນຊາການທະຫານອາກາດ ຫົວໜ້າການເມືອງ ໄດ້ສະຫຼຸບຕີລາຄາການສ້າງ ແລະ ປະຕິບັດແຜນກຳນົດພະນັກງານບັນຊາຢູ່ກອງບັນຊາການທະ ຫານອາກາດ ເຊິ່ງໃນໄລຍະຜ່ານ ມາຄະນະພັກແຕ່ລະຂັ້ນໄດ້ຖືສຳ ຄັນການສ້າງແຜນກຳນົດພະນັກ ງານແມ່ນເປັນວຽກງານໜຶ່ງທີ່ ສຳຄັນທີ່ສຸດຂອງວຽກງານພະນັກງານແຕ່ລະຂັ້ນທີ່ປະກອບສ່ວນເຮັດໃຫ້ວຽກງານພະນັກ ງານປະຕິບັດສ່ອດຄອງກັບມາດຖານ ແລະ ເງື່ອນໄຂທີ່ກຳນົດໃນ ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ທັງແມ່ນຄວາມຮັບຜິດຊອບໜ້າທີ່ການເມືອງຂອງຄະນະພັກແຕ່ລະຂັ້ນໃນການວາງແຜນດ້ານບຸກຄະລາກອນເພື່ອຕອບສະໜອງກັບຄວາມຮຽກ ຮ້ອງຕ້ອງການຂອງວຽກງານໃນ ສະເພາະໜ້າ ແລະ ຍາວນານ ເອົາ ໃຈໃສ່ຍົກສູງຄົ້ນຄວ້າເຊື່ອມຊຶມບັນດາມະຕີຂອງກົມການເມືອງສູນກາງພັກ ແລະ ຄຳແນະນຳຂອງຄະນະພັກຈັດຕັ້ງສູນກາງພັກ
ກ່ຽວກັບການສ້າງ ແລະ ປະຕິບັດແຜນກຳນົດພະນັກງານຢ່າງເລິກເຊິ່ງ ແລະ ຈັດຕັ້ງຜັນຂະຫຍາຍຢູ່ໃນກົມກອງຂອງຕົນຢ່າງຖືກຕ້ອງ ແລະ ມີຜົນສຳເລັດດ້ວຍດີ,
ເອົາໃຈໃສ່ນຳພາ-ຊີ້ນຳສ້າງ ແລະ ປະຕິບັດແຜນກຳນົດພະນັກງານນຳພາບັນຊາໃນຂອບເຂດຄວາມຮັບຜິດຊອບຂອງຕົນຢ່າງເປັນເຈົ້າການ, ບົນພື້ນຖານເສີມຂະ
ຫຍາຍປະຊາທິປະໄຕຢ່າງກວ້າງ ຂວາງ ໂດຍໃຫ້ພະນັກງານຫຼັກ ແຫຼ່ງເຂົ້າຮ່ວມໃນການຄົ້ນຄວ້າ ປະກອບຄຳຄິດຄຳເຫັນ ແລະ ລົງ ຄະແນນສຽງທີ່ຖືກເປົ້າໝາຍ ປະ ກອບເຂົ້າໃນແຜນກຳນົດພະນັກ ງານແຕ່ລະເພດ ແລະ ແຜນກຳ ນົດພະນັກງານດັ່ງກ່າວໄດ້ເປັນບ່ອນອີງອັນສຳຄັນໃນການວາງ
ແຜນເພື່ອບຳລຸງ-ກໍ່ສ້າງພະນັກ ງານໃນແຕ່ລະດ້ານ ແລະ ຊັບ ຊ້ອນຈັດວາງພະນັກງານໃສ່ແຕ່ລະຕຳແໜ່ງງານໃຫ້ຖືກຕ້ອງກັບມາດຖານ ແລະ ເງື່ອນໄຂກຳນົດໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງເປັນການແກ້ໄຂໃນສະພາບຫຍໍ້ທໍ້ທີ່ວ່າ: ການສ້າງພະນັກງານບໍ່ມີທິດເລັ່ງ, ບໍ່ມີເປົ້າ ໝາຍ ແລະ ຊັບຊ້ອນ, ຈັດວາງພະນັກງານຕາມລັກສະນະປະຊາ ທິປະໄຕແບບຮູບການ.
ຈາກນັ້ນ, ສະຫາຍ ພັນເອກ ໂສພາວັນ ທຳມະເທວາ ຮອງຫົວ
ໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານມະຕິເລກທີ 032 ແລະ 030/ກມສພ, ລົງວັນທີ 3 ມັງກອນ 2018 ວ່າ ດ້ວຍ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ພ້ອມນັ້ນ, ຜູ້ແທນກອງປະຊຸມກໍໄດ້ພ້ອມກັນໃຊ້ສິດເປັນເຈົ້າການປະຊາທິປະໄຕປ່ອນບັດທາບທາມເອົາພະນັກງານນຳພາ-ບັນຊາຂັ້ນສູນກາງ ແລະ ຂັ້ນກະຊວງຄຸ້ມຄອງ ເພື່ອບັນຈຸເຂົ້າໃນແຜນກຳນົດ. ກອງປະຊຸມດັ່ງກ່າວແມ່ນຈະໄດ້ດຳເນີນໄປເປັນເວລາ 3 ວັນ
ຈຶ່ງຈະສຳເລັດຕາມແຜນການ.
ໂດຍ: ສີທາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ