ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເປີດຂະບວນການແຂ່ງຂັນຮອບດ້ານຂໍ່ານັບຮັບຕ້ອນ ວັນສ້າງຕັ້ງໂຮງພິມກອງທັບ ຄົບຮອບ 60 ປີ
ເວລາອອກຂ່າວ: 2022-09-30 09:18:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 113 | ຄວາມນິຍົມ:



ໃນ​ວັນ​ທີ 28 ກັນຍາ 2022 ນີ້, ໂຮງພິມ​ກອງທັບ​ ເປີດ​ຂະ​ບວນ​ການ​ຮອບດ້ານ ເພື່ອ​ຂໍ່ານັບຮັບຕ້ອນວັນສ້າງຕັ້ງໂຮງ ພິມ​ກອງທັບ ຄົບຮອບ 60 ປີ (12 ທັນວາ 1962-12 ທັນວາ 2022), ໂດຍ​ການເປັນປະທານ ​ຂອງ ສະຫາຍ ພັນ​ເອກ ວິລະ​ໄຊ ສົມ​ສັກ ຮອງ​ຫົວໜ້າ​ກົມ​ໂຄສະນາ​ອົບຮົມ ກົມໃຫຍ່​ການເມືອງ​ກອງ ທັບ, ມີ​ສະຫາຍ ພັນ​ເອກ ລະຄອນ​ແກ້ວ ແກ້ວກິນ​ນາລີ ຫົວໜ້າ​ອຳ ນວຍ​ການ​ໂຮງພິມ​ກອງທັບ, ມີຄະ ນະ​ພັກ-ຄະນະ​ບັນຊາ, ແຂກທີ​ຖຶກ​ເຊີນ​ ແລະ ​ພະນັກງານ-ນັກຮົບ ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຂັນທອງ ສຸ​ວົງສາ ຮອງ​ຫົວໜ້າອຳນວຍ​ ການ​ໂຮງພິມ​ກອງທັບ ໄດ້ຜ່ານ​ ແຜນການເຄື່ອນໄຫວສ້າງຂະ ບວນ​ການ ​ເພື່ອ​ຂໍ່ານັບຮັບຕ້ອນ ວັນສ້າງຕັ້ງໂຮງພິມ​ກອງທັບ ຄົບຮອບ 60 ປີ ໃຫ້​ມີ​ບັນຍາກາດ ຟົດຟື້ນ​ ເຊິ່ງ​ເນື້ອ​ໃນ​ທີ່​ນຳ​ມາແຂ່ງ ຂັນຈັດຕັ້ງ​ປະຕິບັດແມ່ນບັນດາ ຂໍ້ກຳນົດ, ກົດ​ລະບຽບ​ຂອງພັກ, ລັດ ​ແລະ​ ຂອງ​ກອງທັບ ໂດຍ​ຖື​ເອົາວຽກງານ​ສຶກ​ສາ​ອົບຮົມການ ເມືອງ-ນຳພາ​ແນວ​ຄິດ​ເປັນ​ສຳ ຄັນ, ຕິດ​ພັນ​ກັບ​ເນື້ອ​ໃນ​ແຂ່ງຂັນ​ດ້ານ​ວິຊາ​ສະເພາະ​ໃຫ້​ມີ​ຄວາມ​ຮັບປະກັນ​ດີ, ມີ​ຄຸນ​ນະ​ພາບ ​ແລະ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ການແກ້ໄຂ​ຊີວິດ​ການ​ເປັນ​ຢູ່ ຂອງ​ພະນັກງານ-ນັກຮົບ​ໃນ​ທົ່ວກົມ​ ກອງ, ປັບປຸງ​ກໍ່ສ້າງ​ສະຖານທີ່​ຄ້າຍ​ຄູ, ການຈັດຕັ້ງ​ປະຕິບັດ 7 ລະບອບ 18 ວຽກ​ໃນ​ມື້ໜຶ່ງ​ຂອງ​ກອງທັບ​ວາງ​ອອກ, ຂະ​ບວນການ ຖາມ-ຕອບ​ຄວາມ​ຮູ້​ຮອບ​ຕົວ ແລະ ຂະ​ບວນ​ການ​ແຂ່ງຂັນ​ກິລາ, ສິລະ​ປະ-ວັນນະຄະດີ​ ແລະ ອື່ນໆ ເພື່ອ​ເຮັດໃຫ້​ພະນັກງານ-ນັກຮົບຮັດ​ແໜ້ນຄວາມສາມັກຄີ ແລະ ພ້ອມກັນເສີມ​ຂະຫຍາຍມູນເຊື້ອ​ພິລະ​ອາດ​ຫານ​ຂອງ​ກອງທັບ​ປະຊາຊົນລາວ​ ກໍຄື​ມູນເຊື້ອອັນດີງາມຂອງກົມກອງໃຫ້ໜັກແໜ້ນ ເຂັ້ມແຂງ​ ຖື​ເອົາ​ບັ້ນ​ແຂ່ງຂັນ​ນີ້​ ເປັນ​ການ​ຊຸກຍູ້​ປັບປຸງ​ກໍ່ສ້າງກົມ​ກອງ​ເຮັດ​ໃຫ້ພະນັກງານ-ນັກຮົບ​ມີ​ແນວ​ຄິດ​ການເມືອງໜັ​ກແໜ້ນ ປະຕິບັດໜ້ທີ່ວິຊາສະເພາະ​ຂອງຕົນ​ດ້ວຍ​ຄວາມ​ຮັບຜິດຊອບສູງ. ຈາກ​ນັ້ນ, ຕົວ​ແທນ​ບັນດາພະແນກການ ກໍໄດ້​ຮັບ​ເອົາ​ຂໍ້​ແຂ່ງຂັນ​ເພື່ອ​ນຳໄປ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ບັນລຸ​ໝາກຜົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ