ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ​ເງິນ​ນະໂຍບາຍ ໃຫ້​ນາຍ​ທະຫານ​ພັກ​ການ ​ຮັບ​ບຳນານ ​ຢູ່​ກອງບັນຊາການທະຫານ​ແຂວງບໍ​ລິ​ຄຳ​ໄຊ
ເວລາອອກຂ່າວ: 2022-09-30 09:10:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 130 | ຄວາມນິຍົມ:



ວັນ​ທີ 21 ກັນຍາ 2022, ກອງບັນຊາການ ທະຫານ​ແຂວງ​ ບໍ​ລິ​ຄຳ​ໄຊ ໄດ້​ມອບ​ເງິນ​ນະໂຍ ບາຍໃຫ້​ນາຍ​ທະຫານ​ພັກ​ການ​ຮັບ​ບຳນານ​, ໂດຍ​ການ​ເປັນ​ປະທານ ​ຂອງ ສະຫາຍ ​ປອ ກອງ​ແກ້ວ ໄຊ​ສົງຄາມ ກຳມະການ​ສູນ​ກາງ​ ພັກ ເລຂາ​ພັກ​ແຂວງ ເຈົ້າແຂວງແຂວງບໍ​ລິ​ຄຳ​ໄຊ, ມີສະຫາຍ ພົນ​ຈັດຕະວາ ຈວງ​ຈັນ ລາດ​ຊະ​ວົງ ຄະນະ​ປະຈຳ​ພັກ​ແຂວງ ເລຂາ ​ຄະນະ​ພັກ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານແຂວງ,ມີບັນດາ​ຄະນະ​ພັກ ​ກອງ​ບັນຊາ​ ການ, ຄະນະ​ຫ້ອງ, ແຂກ​ຖືກ​ເຊີນ ແລະ ພະແນກການ​ກ່ຽວຂ້ອງ ຕະຫຼອດ​ຮອດ​ພະນັກງານ​ທີ່​ໄດ້​ຮັບ​ການ​ອະນຸມັດ​ໃຫ້​ພັກ​ການ ​ຮັບ​ບຳນານ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ຍັງ ລໍ​ສິມ​ມາ ຄະນະ​ພັກ​ກອງ​ບັນຊາ ການ ຮອງຫົວໜ້າຫ້ອງ​ການ ເມືອງທະຫານ​ແຂວງ ໄດ້​​ຜ່ານ​ ຂໍ້​ຕົກລົງ ວ່າ​ດ້ວຍ ການ​ອະນຸມັດ​ ໃຫ້​ນາຍ​ທະຫານ​ຂັ້ນ​ສູງ​ພັກ​ການ ຮັບ​ບຳນານ, ອີງ​ຕາມ​ຂໍ້​ຕົກລົງ​ຂອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ ການ​ອະນຸມັດ​ໃຫ້​ນາຍ​ທະຫານ​ພັກ​ການ​ຮັບ​ ບຳນານ, ອີງ​ຕາມ​ກົດໝາຍ​ນາຍ​ ທະຫານ​ກອງທັບ​ປະຊາຊົນ​ລາວ. ກະຊວງ​ປ້ອງ​ກັນ​ປະເທດ​ເຫັນ​ໄດ້​ຄວາມ​ສຳຄັນ​ໃນ​ການ​ປະກອບ ສ່ວນປະຕິບັດ​ໜ້າທີ່​ເພື່ອ​ພາລະ ກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດຂອງ​ພະນັກງານ​ປະຕິວັດ​ອາວຸໂສ ເມື່ອ​ເຮັດ​ສຳເລັດ​ໜ້າທີ່​ ແລະ ຄົບຖ້ວນ ຕາມເງື່ອນໄຂ ໄດ້ຮັບການອະນຸ ມັດໃຫ້ພັກການຮັບບຳນານອອກ​ພັກຜ່ອນ​ບຳນານ ຂັ້ນ​ເທິງ​ມີ​ເງິນ​ ນະໂຍບາຍຊົດ​ເຊີຍ​ ເພື່ອ​ນຳໄປ​ ປະກອບສ່ວນ​ພັດທະນາ​ເສດຖະ ກິດ​ຄອບຄົວ, ເຊິ່ງ​ເງິນ​ນະໂຍບາຍ ​ທີ່​ມາ​ມອບ​ໃນ​ຄັ້ງ​ນີ້​ ລວມ​ທັງ​ໝົດ 31.818.000 ກີບ. ໂດຍ: ນາງ​ ນ້ອຍ ບານ​ທະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ