ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫຼຸບ​ຖອດ​ຖອນ​ບົດຮຽນ ບັ້ນ​ຫັດ​ແອບ​ເຝິກຊ້ອມ​ຊ່ວຍເຫຼືອ​ມະນຸດສະທຳ ແລະ ກິດຈະກຳ​ບໍລິການ​ທາງ​ການ​ແພດ
ເວລາອອກຂ່າວ: 2022-09-30 08:49:20 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 288 | ຄວາມນິຍົມ:



ວັນ​ທີ 29 ກັນຍາ 2022 ນີ້, ຢູ່​ທີ່​ສະໂມສອນ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ, ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ຖອດ​ຖອນ​ບົດຮຽນບັ້ນ​ຫັດ​ແອບ​ເຝິກຊ້ອມ​ຊ່ວຍເຫຼືອ​ມະນຸດສະທຳ ແລະ ກິດຈະກຳ​ບໍລິການ​ທາງ​ການ​ ແພດ(ຂະ​ບວນ​ລົດໄຟ​ສັນຕິພາບ 2022) ລະຫວ່າງ​ກອງທັບປະ ຊາຊົນ​ລາວ ກັບກອງທັບ​ປົດ​ປ່ອຍ ​ປະຊາຊົນ​ຈິນ. ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ບົວ​ສິງ ອິນ​ທະ​ວົງ ຮອງ​ຫົວໜ້າ ກົມ​ໃຫຍ່​ພະລາທິການ​ກອງທັບ, ມີ​ຄະນະ​ຊີ້​ນຳ​ລວມ, ບັນດາ​ອະນຸ​ກຳມະການ​ແຕ່​ລະ​ພາກສ່ວນ ແລະ ນັກ​ເຝິກຊ້ອມ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ​ດຣ ນາງ ວັນເພັງ ພວງ​ສາ​ວະ​ດີ ຮອງ​ຫົວ ໜ້າ​ກົມ​ເສນາ​ຮັກ ກົມ​ໃຫຍ່​ພະ​ລາ​ທິ​ກາ​ກອງທັບ ໄດ້​ສະຫຼຸບ​ຕີ​ລາຄາ​ຄືນ​ເຖິງ​ຜົນສຳເລັດ​ມີ​ຫຼາຍ​ດ້ານ​ທີ່ ພົ້ນ​ເດັ່ນ​ຂອງ​ຄະນະ​ຊີ້​ນຳ​ລວມ, ບັນດາ​ອະນຸ​ກຳມະການ​ແຕ່​ລະ​ພາກສ່ວນ ແລະ ພະນັກງານ​ແພດ​ເຫຼົ່າ​ຮົບ​ເສນາ​ຮັກ ຂອງ​ສອງ​ກອງທັບ​ລາວ-ຈີນ ທີ່​ຍາດ​ມາ​ໄດ້​ໃນ​ຕະຫຼອດ​ໄລຍະ​ຂອງ​ຈັດ​ຕັ້ງ​ປະຕິບັດ​ແຜນການ​ຫັດ​ແອບ, ເຝິກຊ້ອມ​ເປັນ​ເວລາ 10 ວັນ, ໂດຍ​ສະເພາະ​ແມ່ນ​ໄດ້​ແລກປ່ຽນ​ບົດຮຽນ​ຄວາມ​ຮູ້ ແລະ ປະສົບ​ການ​ໃນ​ການ​ກອບ​ກູ້ ແລະ ຊ່ວຍເຫຼືອ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພພິບັດ​ທາງ​ທຳ​ມະ​ຊາດ, ຊອກ​ຄົ້ນ​ກອບ​ ກູ້​ຜູ້​ປະສົບ​ໄພ​ຢູ່​ເຂດ​ທີ່​ເກີດ​ໄພ​ພິ ບ​​ັ​ດ ຈຳນວນ 30 ກໍລະນີ, ກວດ ກາ ແລະ ຄັດ​ແຍກ​ລະດັບ​ຄວາມ​ຮ້າຍ​ແຮງ​ຂອງ​ຜູ້​ທີ່​ຖືກ​ບາດເຈັບ. ໃນ​ນີ້ (ມີ​ຄົນ​ເຈັບ​ໜັກ 4 ກໍລະນີ, ເຈັບ​ກາງ 8 ກໍລະນີ ແລະ ເຈັບ​ເບົາ 18 ກໍລະນີ ), ກອບ​ກູ້ ແລະ ຊ່ວຍເຫຼືອ​ຄົນ​ເຈັບ​ທີ່​ມີ​ບັນຫາ​ກ່ຽວ​ກັບ​ ລະບົບຫາຍໃຈ​ກໍລະນີ​ທີ່​ມີ​ການ​ສົງ​ໃສ​ຕິດເຊື້ອ​ພະຍາດ​ໂຄ​ວິດ-19, ເຝິກແອບ​ວີ​ທີ​ແກ້​ໄຂ, ປິ່ນປົວ, ການ​ເຄື່ອນ​ຍ້າຍ ແລະ ມອບ-ຮັບ​ຜູ້​ຖືກ​ບາດເຈັບ​ຈາກ​ລົດ​ແພດ​ສະໜາມ​ນຳ​ສົ່ງຕໍ່​ໄປ​ທີ່​ລົດໄຟ (ໂດຍ​ນຳ​ໃຊ້​ລົດໄຟ​ຕົວ​ຈິງ​ເຂົ້າ​ໃນ​ການ​ເຝິກຊ້ອມ), ຮຽນ​ຮູ້​ເຕັກ ນິກ​ການ​ເຊີດ​ຊູ ແລະ ປິ່ນ​ປົວ​ຄົນ ເຈັບ ເວລາ​ເຄື່ອນ​ຍ້າຍ​ຢູ່​ເທິງ​ລົດ ໄຟ, ແລກປ່ຽນ​ຄວາມ​ຮູ້​ດ້ານ​ວິຊາ​ການ 7 ບົດ, ປະກອບ​ມີ: ການ​ຄຸ້ມ​ຄອງ​ອາການ​ເຈັບ​ບາດແຜ​ຈາກ ​ການ​ສູ້​ຮົບ, ການ​ປ້ອງ​ກັນ ແລະ ປິ່ນປົວ​ບາດແຜ​ຈາກ​ການເຝິກ ແອບ​ການ​ທະຫານ​ຢູ່​ສະໜາມ ຮົບ, ການ​ນຳ​ໃຊ້​ຊ່ອງ​ທາງ​ເຂົ້າ​ໃນ​ການຜ່າຕັດ​ລະບົບ​ປະສາດ, ການ​ປິ່ນປົວ​ພະຍາດ​ໂຄ​ວິດ-19 ທີ່​ມີ​ອາການ​ໜັກ ແລະ ອັນຕະລາຍ, ການ​ສ້າງ​ຕຶກ​ປິ່ນປົວ​ພະຍາດ​ຕິດ ແປດ ແລະ ການ​ນຳ​ໃຊ້​ເຄື່ອງ​ຊ່ວຍ ເຫຼືອ​ຕົນ​ເອງ, ການ​ຊ່ວຍເຫຼືອ ແລະ ຮ່ວມ​ມື​ກໍລະນີ​ເກີດ​ເຫດ​ສຸກ​ເສີນ​ດ້ານ​ສາທາລະນະ​ສຸກ, ການ​ບໍລິການ​ດ້ານ​ການ​ພະຍາບານ​ແພດ​ທີ່​ດີເດັ່ນ​ຂອງ ​ສປ ຈີນ, ຈາກນັ້ນ ສະຫາຍ ພັນ​ໂທ ແສງ​ອາ​ລຸນ ແກ້ວ​ສະຫວ່າງ ຮອງ​ຫົວໜ້າ​ກົມ​ໂຄສະນາ​ອົບຮົມ ກົມ​ໃຫຍ່​ການເມືອງ​ກອງທັບ, ກໍ​ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ ດ້ວຍ​ການ​ມອບ​ໃບ​ຍ້ອງຍໍ ດັ່ງນີ້: ໃບ​ຍ້ອງຍໍ​ກະຊວງ​ປ້ວງ​ກັນ​ປະ ເທດ ໃຫ້​ກົມ​ກອງ​ລວມ​ໝູ່​ຈຳນວນ 11 ກົມ​ກອງ, ໃຫ້​ບຸກຄົນ ຈຳນວນ 194 ສະຫາຍ, ໃບ​ຍ້ອງຍໍ​ກົມ​ໃຫຍ່​ການເມືອງ​ກອງທັບ ໃຫ້​ກົມ​ກອງ​ລວມ​ໝູ່​ຈຳນວນ 1 ກົມ​ກອງ ແລະ ໃຫ້​ບຸກຄົນ ຈຳນວນ 91 ສະຫາຍ. ໂອກາດ​ນີ້, ສະຫາຍ​ຮອງ​ຫົວໜ້າ​ກົມ​ໃຫຍ່​ພະລາທິການ​ກອງ ທັບ ກໍ​ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ ຕໍ່​ຄະນະ​ຮັບຜິດຊອບ​ທຸກ​ພາກສ່ວນ ແລະ ນັກ​ເຝິກຊ້ອມ​ທີ່​ໄດ້​ຕັ້ງໜ້າ​ເອົາໃຈໃສ່​ໃນ​ບັ້ນ​ເຝິກ ຊ້ອມໃນ​ຄັ້ງ​ນີ້​ເຮັດ​ໃຫ້​ມີ​ຜົນສຳ ເລັດ​ຢ່າງ​ໜ້າ​ເພິ່ງ​ພໍໃຈ ແລະ ເປັນ​ຜົນງານ​ອັນ​ສຳຄັນ​ຂອງ​ກອງທັບ​ເຮົາ, ພ້ອມ​ໄດ້​ເນັ້ນ​ໜັກ​ໃຫ້​ສືບຕໍ່​ຮັກສາ​ມູນເຊື້ອ ແລະ ເສີມ​ຂະ ຫຍາຍ​ບົດຮຽນ​ດັ່ງກ່າວ​ໃຫ້​ມີ​ປະ​ສິດທິ​ຜົນ ແລະ ກຽມພ້ອມ​ຮັບ​ໃຊ້​ ໜ້າທີ່​ວຽກ​ງານ​ໃນຕໍ່ໜ້າຕາມ​ການ​ມອບ​ໝາຍ​ຂອງ​ການຈັດຕັ້ງ​ຂັ້ນ​ເທິງ​ໃຫ້​ມີ​ຜົນສຳເລັດ. ໂດຍ: ອາ​ນຸ​ສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ