ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ບໍລິສັດ​ ວຽງ​ຄຳ​ ບໍລິການ​ຄວາມ​ປອດ​ໄພ ມອບ​ເຄື່ອງ​ກິລາ ໃຫ້​ອົງການ​ໄອ​ຍະ​ການ​ທະຫານ​ຂັ້ນ​ສູງ
ເວລາອອກຂ່າວ: 2022-09-30 08:44:41 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 254 | ຄວາມນິຍົມ:



ບໍລິສັດ​ວຽງ​ຄຳ​ບໍລິການ​ຄວາມ​ປອດ​ໄພ​ຈຳກັດ ໄດ້​ນຳ​ເອົາ​ເຄື່ອງ​ກິລາ ມາ​ມອບ​ໃຫ້​ແກ່​ອົງ ການ​ໄອ​ຍະ​ການ​ທະຫານ​ຂັ້ນ​ສູງ, ເຄື່ອງ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້ ປະກອບ​ມີ​ເຄື່ອງ​ກິລາ 50 ຊຸດ ລວ​ມມູນ​ຄ່າ 5 ລ້ານ​ກີບ, ຕາງ​ ໜ້າ​ບໍລິສັດ​ກ່າວ​ມອບ ໂດຍ ທ່ານ ອະນຸ​ກອນ ວັນນະ​ສີ ແລະ ກ່າວ​ຮັບໂດຍ ທ່ານ ພົນ​ຈັດຕະວາ ສີ​ ໄຫວ ໄມ​ພອນ ຮອງ​ຫົວໜ້າ​ອົງ ການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ຫົວໜ້າ​ອົງການ​ໄອ​ຍະ​ການ ​ທະຫານ​ຂັ້ນ​ສູງ, ໂດຍ​ມີ​ພະນັກ ງານ​ທີ່​ກ່ຽວຂ້ອງ​ທັງ​ສອງ​ພາກ ສ່ວນ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພະຍານ. ໂອກາດ​ນີ້, ສະຫາຍ ພົນ​ຈັດ ຕະວາ ສີ​ໄຫວ ໄມ​ພອນ ຫົວໜ້າ​ອົງການ​ໄອ​ຍະ​ການ​ທະຫານ​ຂັ້ນ​ສູງ ໄດ້​ສະແດງ​ຄວາມ​​ຂອບໃຈ ແລະ ອວຍພອນ​ໃຫ້​ແກ່​ບໍລິສັດ​ຈົ່ງ​ປະສົບ​ຜົນສຳເລັດ​ໃນ​ການ​ດຳເນີນ​ທຸລະ​ກິດ ພິທີ​ມອບ-ຮັບ​ດັ່ງກ່າວ ຈັດ​ຂຶ້ນ​ວັນ​ທີ 29 ກັນຍາ 2022 ນີ້, ທີ່​ອົງການ​ໄອ​ຍະ​ການ​ທະຫານ​ຂັ້ນ​ສູງ. ຂ່າວ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ໃນ​ວັນ​ທີ 27 ກັນຍາ 2022 ນີ້, ທີ່​ເດີ່ນ ​ກິລາ​ຫຼັກ 5 ອົງການ​ໄອ​ຍະ​ການ​ທະຫານ​ຂັ້ນ​ສູງ ແລະ ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ໄດ້​ຈັດ ການ​ແຂ່ງຂັນ​ກິລາ​ບານເຕະ ເພື່ອຂ່ຳນັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ອົງ ການ​ໄອ​ຍະ​ການ​ທະຫານຂັ້ນສູງ ຄົບຮອບ 29 ປີ (28 ກັນຍາ 1993-28 ກັນຍາ 2022). ໂດຍ ການ​ເຂົ້າ​ຮ່ວມຂອງ ສະຫາຍ ພົນ​ຈັດຕະວາ ສີ​ໄຫວ ໄມ​ພອນ ຮອງ​ຫົວໜ້າອົງການ​ໄອ​ຍະ​ການ​ປະຊາ ຊົນ​ສູງ​ສຸດ, ຫົວໜ້າ​ອົງການ​ໄອ​ ຍະ​ການ​ທະຫານ​ຂັ້ນ​ສູງ​ ກະຊວງ ປ້ອງ​ກັນ​ປະເທດ, ມີ ສະຫາຍ ບຸນ​ທັນ ບຸນ​ທະວິ​ໄລ ຮອງ​ຫົວໜ້າອົງການ​ໄອ​ຍະ​ການ​ປະຊາຊົນ​ສູງສຸດ, ມີ​ຄະນະ​ພັກ-ຄະນະ​ບັນຊາ ພ້ອມ​ດ້ວຍ​ພະນັກງານ-ນັກຮົບ ແລະ ນັກ​ກິລາ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ. ການ​ຈັດການ​ແຂ່ງຂັນ​ກິລາ​ເຕະບານ​ມິດ​ຂະ​ພາບ​ໃນ​ຄັ້ງ​ນີ້, ກໍ​ເພື່ອ​ຕ້ອນຮັບ​ວັນ​ສ້າງຕັ້ງ​ອົງການ​ໄອ​ຍະ​ການ​ທະຫານຂັ້ນສູງ ຄົບຮອບ 29 ປີ, ໃຫ້​ເຕັມ​ໄປ​ດ້ວຍ​ບັນຍາກາດ​ເບີກບານ​ມ່ວນຊື່ນ ແລະ ທັງ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ຮັກແພງ, ການ​ພົບ​ປະ​ແລກປ່ຽນ​ບົດຮຽນ, ປະສົບ​ການເຊິ່ງ​ກັນ ແລະ ກັນ ລະຫວ່າງ​ນັກ​ກິລາ​ທັງສອງ​ອົງການ ແລະ ທັງ​ເປັນ​ການ​ເຝິກ​ຝົນ​ກຳລັງ​ແຮງ​ກາຍ​ເຮັດ​ໃຫ້​ມີ​ສຸຂະພາບ​ແຂງແຮງ ເພື່ອ​ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່ ທີ່​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ໂດຍ: ບຸນ​ຊູ ໄຊ​ຍະ​ເພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ