ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ນາຍົກລັດຖະມົນຕີ ຢ້ຽມຢາມ ສ ສິງກະໂປ ຢ່າງ​ເປັນ​ທາງ​ການ
ເວລາອອກຂ່າວ: 2022-09-29 08:37:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 482 | ຄວາມນິຍົມ:



ໃນ​ຕອນ​ແລງ​ຂອງ​ວັນ​ທີ 27 ກັນຍາ 2022, ທ່ານ ພັນຄຳ ວິພາ​ວັນ ນາຍົກລັດຖະມົນຕີ ແຫ່ງ ​ສປປ ລາວ ພ້ອມ​ດ້ວຍ​ພັນລະຍາ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ໄດ້​ເດີນທາງ​ເຖິງ ສາທາລະນະ​ລັດ ສິງກະໂປ ເພື່ອ​ດຳເນີນ​ການ​ຢ້ຽມ ຢາມ ສ ສິງກະໂປ ຢ່າງ​ເປັນ ​ທາງ​ການ ໃນ​ວັນ​ທີ 27-28 ກັນຍາ 2022 ຕາມ​ຄຳ​ເຊື້ອ​ເຊີນ​ຂອງ ທ່ານ ລີ ຊຽນ ລຸງ ນາຍົກລັດ ຖະມົນຕີ ແຫ່ງ ສ ສິງກະໂປ. ຈຸດປະສົງ​ຂອງ​ການ​ຢ້ຽມ ຢາມ​ຄັ້ງ​ນີ້ ແມ່ນ​ເພື່ອ​ຮັດແໜ້ນ ແລະ ເສີມ​ຂະຫຍາຍສາຍພົວພັນ ມິດຕະພາບ ອັນ​ເປັນມູນເຊື້ອທີ່​ມີ​ມາ​ແຕ່​ດົນ​ນານ ແລະ ການຮ່ວມ ​ມື​ທີ່​ດີງາມລະຫວ່າງ ລາວ- ສິງ ກະໂປ ໃຫ້​ແໜ້ນແຟ້ນຍິ່ງໆ ​ຂຶ້ນ​ ໃນຕໍ່ໜ້າ. ໃນໄລຍະ​ການຢ້ຽມ ຢາມ, ທ່ານ ນາຍົກລັດຖະມົນຕີ ພັນ​ຄຳ ວິພາ​ວັນ ຈະ​ພົບ​ປະ​ສອງ​ຝ່າຍ​ກັບ ທ່ານ ນາຍົກລັດຖະມົນຕີ ລີ ຊຽນ ລຸງ ເພື່ອ​ທົບ​ທວນຄືນ ກ່ຽວ​ກັບການ​ພົວພັນ​ຮ່ວມມືຂອງ​ ສອງ​ປະເທດ ໃນ​ໄລຍະ​ຜ່ານ​ມາ ແລະ ປຶກສາ​ຫາລື ກ່ຽວກັບທິດ​ທາງ​ແຜນການ​ຮ່ວມ​ມືໃນຕໍ່ໜ້າ. ພ້ອມ​ດຽວ​ກັນ​ນັ້ນ, ທ່ານ ນາຍົກ ລັດຖະມົນຕີ ແຫ່ງ ​ສປປ ລາວ ຍັງ​ຈະ​ເຂົ້າ​ຢ້ຽມ​ຂໍ່ານັບ ທ່ານ ນາງ ຮາ​ລິ​ມາ ຢາ​ຄອບ ປະທານາທິບໍດີ ແຫ່ງ ສ ສິງກະໂປ; ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່ານັບ​ຂອງ ທ່ານ ທາ​ມັນ ຊັນ​ມູ​ກາ​ຣັດ​ນັນ ລັດຖະມົນຕີ ອາວຸໂສ ທັງ​ເປັນ​ລັດຖະມົນຕີ​ປະ ສານ​ງານ​ດ້ານ​ນະໂຍບາຍ​ສັງຄົມ ແຫ່ງ ສ ສິງກະໂປ; ເຂົ້າ​ຮ່ວມ​ກອງ​ປະຊຸມ​ພົບ​ປະ​ພາກ​ທຸລະ​ກິດ ລາວ-ສິງກະໂປ ແລະ ຢ້ຽມຢາມ​ໂຮງຮຽນ​ວິຊາ​ຊີບ​ນັນ​ຢາງ​ໂພ​ລີ​ເທັກ​ນິກ​ຕື່ມ​ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ